spot_img
Homeຂ່າວພາຍ​ໃນເພີ່ມທະວີການຕິດຕາມວຽກງານແຮ່ທາດເພື່ອບໍ່ໃຫ້ລັດເສຍຜົນປະໂຫຍດ

ເພີ່ມທະວີການຕິດຕາມວຽກງານແຮ່ທາດເພື່ອບໍ່ໃຫ້ລັດເສຍຜົນປະໂຫຍດ

Published on

ການຄຸ້ມຄອງແຮ່ທາດໃນໄລຍະຜ່ານມາ ເຖິງວ່າລັດຖະບານ ໄດ້ມີຄວາມເອົາໃຈໃສ່ໃນຫຼາຍດ້ານ ແຕ່ຍ້ອນຄວາມຮູ້ ແລະ ຄວາມສາມາດ ທາງດ້ານວິທະຍາສາດ, ວິຊາການກ່ຽວກັບແຮ່ທາດຂອງປະເທດເຮົາຍັງມີຂໍ້ຈໍາກັດ, ຍັງຂາດເຂີນເຄື່ອງຈັກ ແລະ ເຕັກໂນໂລຊີທີ່ທັນສະໄໝ, ສະນັ້ນ ສະພາແຫ່ງຊາດ ຈຶ່ງໄດ້ມອບໃຫ້ລັດຖະບານ ກໍຄື ຂະແໜງການທີ່ກ່ຽວຂ້ອງ ເພີ່ມທະວີຄວາມເອົາໃຈໃສ່ ໃນການຄຸ້ມຄອງ, ຕິດຕາມກວດກາວຽກງານແຮ່ທາດ ເພື່ອບໍ່ໃຫ້ລັດເສຍຜົນປະໂຫຍດ, ເພີ່ມທະວີເອົາໃຈໃສ່ພັດທະນາບຸກຄະລາກອນດ້ານແຮ່ທາດ ໃຫ້ຕອບສະໜອງກັບວຽກງານໄລຍະໃໝ່, ພ້ອມທັງຕິດຕາມການດໍາເນີນໂຄງການບໍ່ແຮ່ຕ່າງໆ ໃຫ້ມີຄວາມໂປ່ງໃສ່, ສອດຄ່ອງກັບກົດໝາຍ, ຮັບປະກັນດ້ານລາຍຮັບຂອງລັດໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້. ພ້ອມກັນນັ້ນ, ກໍໃຫ້ເລັ່ງປັບປຸງລັດວິສາຫະກິດແຮ່ທາດລາວໃຫ້ມີຄວາມເຂັ້ມແຂງ ເພື່ອຮອງຮັບການພັດທະນາຂົງເຂດດັ່ງກ່າວ.

ທ່ານ ສົມມາດ ພົນເສນາ ໄດ້ຖະແຫຼງ ຜົນການພິຈາລະນາຮ່າງຍຸດທະສາດການພັດທະນາແຮ່ທາດ 10 ປີ (2021- 2030) ແລະ ວິໄສທັດ ຮອດປີ 2035 ໃນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 11 ກໍລະກົດ 2023 ນີ້ວ່າ: ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ວຽກງານແຮ່ທາດ ເຊິ່ງເປັນຊັບພະຍາກອນທີ່ມີຈໍາກັດໃຫ້ມີຄວາມຍືນຍົງນັ້ນ, ຍຸດທະສາດ ແລະ ວິໄສທັດ ກ່ຽວກັບວຽກງານແຮ່ທາດ ຈໍາເປັນຕ້ອງເນັ້ນໃສ່ ການຈັດສັນປະເພດແຮ່ທາດ ທີ່ມີຄຸນຄ່າສູງ ແລະ ຫາຍາກ, ກໍານົດແຈ້ງ ກ່ຽວກັບເຂດຫວງຫ້າມ, ເຂດຍຸດທະສາດທີ່ຈະຮັກສາໄວ້ຍາວນານ ເພື່ອລູກຫຼານໃນອະນາຄົດ, ຕ້ອງມີການສໍາຫຼວດປະເມີນປະລິມານການສະສົມຂອງແຮ່ທາດ ແລະ ຕ້ອງສຶກສາຄົ້ນຄວ້າລວບລວມຂໍ້ມູນຢ່າງລະອຽດ ເພື່ອກໍານົດທິດທາງແຜນການຂຸດຄົ້ນໃຫ້ມີປະສິດທິພາບ ແລະ ຍືນຍົງ. ພ້ອມນັ້ນ, ລັດຖະບານຕ້ອງໄດ້ຄົ້ນຄວ້າຈັດສັນແຫຼ່ງທຶນເຂົ້າໃນວຽກງານສໍາຫລວດສ້າງແຜນທີ່ ທໍລະນີສາດ-ແຮ່ທາດ ເພື່ອເປັນຂໍ້ມູນ ໃນການປະເມີນປະສິດທິຜົນ ທາງເສດຖະກິດ ແລະ ກໍານົດເຂດສະຫງວນ-ເຂດຫວງຫ້າມຕ່າງໆ. ນອກນັ້ນ ກໍຕ້ອງໄດ້ຄົ້ນຄວ້າ ຊອກຫາວິທີ ການນໍາເອົາແຮ່ທາດມາປຸງແຕ່ງຄືນ ເພື່ອຫຼຸດຜ່ອນຄວາມຕ້ອງການໃນການຂຸດຄົ້ນໃໝ່ ແລະ ຮັກສາແຫຼ່ງຊັບພະຍາກອນ ໃຫ້ສາມາດນໍາໃຊ້ໄດ້ໃນໄລຍະຍາວ.

ສຳລັບ ການກໍານົດເນື້ອໃນຂອງຍຸດທະສາດ ແລະ ວິໄສທັດການຄຸ້ມຄອງແຮ່ທາດຕ້ອງມີຄວາມຊັດເຈນກ່ຽວກັບການແບ່ງຂັ້ນຄຸ້ມຄອງ ໂດຍໃຫ້ສູນກາງ ກໍຄື ກະຊວງພະລັງງານ ແລະ ບໍ່ແຮ່ ເປັນຜູ້ຄຸ້ມຄອງມະຫາພາກ ສ່ວນທ້ອງຖິ່ນ ເປັນຜູ້ຈັດຕັ້ງປະຕິບັດ ໂດຍສະເພາະໂຄງການພັດທະນາແຮ່ທາດທີ່ມີມູນຄ່າສູງ, ມີຂະໜາດໃຫຍ່ ແລະ ເປັນໂຄງການທີ່ຕິດພັນກັບຫຼາຍຂະແໜງການ ຕ້ອງໄດ້ຜ່ານການພິຈາລະນາອະນຸມັດຈາກ ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເຊິ່ງເປັນອົງການຕົວແທນແຫ່ງ ສິດ ແລະ ຜົນປະໂຫຍດ ຂອງປະຊາຊົນບັນດາເຜົ່າ ເພື່ອສ່ອງແສງໃຫ້ເຫັນເຖິງຄວາມເປັນເຈົ້າຂອງປະເທດຊາດ ຂອງປະຊາຊົນບັນດາເຜົ່າ (ຄວນມີນິຕິກໍາລະອຽດຕື່ມ).

ສໍາລັບ ການໃຫ້ສິດຕົກລົງອະນຸມັດ ໂຄງການພັດທະນາແຮ່ທາດ ຕ້ອງສອດຄ່ອງກັບສະພາບຄວາມເປັນຈິງ ຕ້ອງມີການຄັດເລືອກ ເອົາບໍລິສັດໃຫຍ່ ທີ່ມີຄວາມໜ້າເຊື່ອຖື, ມີປະສົບການ ແລະ ມີຄວາມຊໍານິຊຳນານ ເຂົ້າມາລົງທຶນ.

ແຫຼ່ງຂ່າວ ປະເທດລາວ

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...