spot_img
Homeຂ່າວຕ່າງປະເທດນາຍົກລັດຖະມົນຕີ ໂຮນລັງ ລາອອກຈາກຕຳແໜ່ງ

ນາຍົກລັດຖະມົນຕີ ໂຮນລັງ ລາອອກຈາກຕຳແໜ່ງ

Published on

ນາຍົກເນເທີແລນ (ໂຮງລັງ) ປະກາດລາອອກ ພ້ອມສະມາຊິກ ຄະນະລັດຖະມົນຕີທັງໝົດ ຫຼັງພັກຮ່ວມລັດຖະບານບໍ່ສາມາດແກ້ໄຂບັນຫາຄວາມຂັດແຍ່ງດ້ານຜູ້ອົບພະຍົບໄດ້.

ວັນທີ 8 ກໍລະກົດ 2023 ຜ່ານມາ, ສຳນັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ມາກ ຮຶດເທີ ນາຍົກລັດຖະມົນຕີນາຍົກເນເທີແລນ (ໂຮງລັງ) ປະກາດລາອອກຈາກຕຳແໜ່ງ ພ້ອມຄະນະລັດຖະມົນຕີທັງໝົດ ຫຼັງຈາກການປະຊຸມຄະນະລັດຖະມົນຕີສຸກເສີນ ເມື່ອວັນທີ 7 ກໍລະກົດ 2023 ທີ່ຜ່ານມາຕາມເວລາທ້ອງຖິ່ນ ເຊິ່ງກອງປະຊຸມດັ່ງກ່າວບໍ່ສາມາດບັນລຸຂໍ້ຕົກລົງອອກມາດຕະການຈຳກັດຈຳນວນຜູ້ລີ້ໄພເຂົ້າປະເທດ ຜ່ານວວິທີຈຳກັດການເປີດຮັບຍາດພີ່ນ້ອງຂອງຜູ້ອົບພະຍົບຈາກສະຖານະການສົງຄາມທີ່ໃຫ້ຢູ່ບໍ່ເກີນດືອນລະ 200 ຄົນ.

ຄວາມຂັດແຍ່ງເຊິ່ງເປັນຈຸດສິ້ນສຸດຂອງລັດຖະບານໃນຊຸດນີ້ ເກີີດຈາກມີບັນກັນຫາລະຫວ່າງພັກຮ່ວມລັດຖະບານທີ່ແບ່ງອອກເປັນ 2 ຝ່າຍຄື: ພັກວີວີດີ ຂອງທ່ານ ມາກ ຮຶດເທີ ນາຍົກລັດຖະມົນຕີໂຮນລັງ ໂດຍມີແນວຄິດອານຸລັກນິຍົມ ແລະ ພະຍາຍາມຈຳກັດຈຳນວນຜູ້ລີ້ໄພ ຫຼັງຈາກເມື່ອປີ 2022 ໂຮນລັງພົບບັນຫາສູນຜູ້ອົບພະຍົບເຕັມລົ້ນ ແຕ່ນະໂຍບາຍດັ່ງກ່າວບໍ່ໄດ້ຮັບຄວາມເຫັນພ້ອມ ຈາກພັກຮ່ວມລັດຖະບານ.

ໂດຍປີ 2022 ມີຜູ້ຍື່ນຂໍລີ້ໄພໃນໂຮນລັງຫຼາຍກວ່າ 47,000 ຄົນເພີ່ມຂຶ້ນ 1 ໃນ 3 ແລະ ສະຖຖິຕິຂອງລັດຖະບານໂຮນລັງເມື່ອຕົ້ນປີຊີ້ໃຫ້ເຫັນວ່າປີນີ້ຜູ້ລີ້ໄພອາດເພີ່ມຂຶ້ນເຖິງ 70,000 ຄົນ, ສຳລັບທ່ານ ມາກ ຮຶດເທີ ອາຍຸ 56 ປີດຳລົງຕຳແໜ່ງນາຍົກລັດຖະມົນຕີ ໂຮງລັງ ມາຕັ້ງແຕ່ປີ 2010 ໂດຍຖືວ່າເປັນນາຍົກລັດຖະມົນຕີທີ່ປະຕິບັດໜ້າທີ່ຍາວນານທີ່ສຸດຂອງປະເທດໂຮງລັງ.

ທີ່ມາ: ໄທພີບີເອສ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...