ອາຈານໂຮງຮຽນແຫ່ງໜຶ່ງ ຕ້ອງການສອນນັກຮຽນໃນເລື່ອງ “ສິດທິພິເສດ” ທີ່ພວກເຂົາມີ ດ້ວຍການເຮັດກິດຈະກຳຢ່າງໜຶ່ງ ເລິ່ມດ້ວຍການ ຢາຍເຈ້ຍໃຫ້ນັກຮຽນຜູ້ລະໃບ ແລະໃຫ້ທຸກຄົນມ້ວນເຈ້ຍໃຫ້ເປັນກ້ອນ ຄືໝາກບານ.
ຫຼັງຈາກນັ້ນ ຈຶ່ງເອົາຖັງຂີ້ເຫຍື້ອມາວາງໄວ້ ໜ້າຫ້ອງຮຽນ
“ພວກເຈົ້າຄືຕົວແທນຈາກປະຊາກອນ ທັງໝົດຂອງປະເທດ ແລະທຸກຄົນມີໂອກາດຈະລ່ຳລວຍ ຫຼືເລື່ອນຊັ້ນທາງສັງຄົມ”
“ສິ່ງທີ່ທຸກຄົນຕ້ອງເຮັດຄື ໂຍນໝາກບານເຈ້ຍໃສ່ຖັງ ໃນຂະນະທີ່ທຸກຄົນຕ້ອງຢູ່ກັບບ່ອນ”
ແນ່ນອນວ່າຄົນທີ່ນັ່ງຢູ່ຫຼັງສຸດ ຈົ່ມວ່າ ມັນເປັນການຍາກສຳລັບພວກເຂົາ ທີ່ຈະໂຍນລົງຖັງໄດ້ ເພາະນັ່ງໄກກວ່າ ແລະນີ້ຄືເລື່ອງທີ່ບໍ່ຍຸດຕິທຳເລີຍ
ຫຼັງຈາກທີ່ທຸກຄົນໂຍນ ຜົນອອກມາວ່າ ສ່ວນຫຼາຍຄົນທີ່ຢູ່ທາງໜ້າ ໂຍນລົງຖັງ ແລະຄົນສ່ວນໜ້ອຍທີ່ສຸດ ທີ່ນັ່ງທາງຫຼັງ ໂຍນລົງຖັງ ເປັນໄປຕາມທີ່ຄາດການໄວ້
“ຍິ່ງທ່ານຢູ່ໃກ້ຖັງເທົ່າໃດ ໂອກາດໂຍນລົງຖັງກໍຫຼາຍຂຶ້ນເທົ່ານັ້ນ ນັ້ນຄື “ສິດທິພິເສດ” ທີ່ທ່ານມີ ແລະທ່ານສັງເກດຫຼືບໍ່ວ່າ ຄົນສ່ວນຫຼາຍທີ່ຈົ່ມມາຈາກທາງຫຼັງ?”
“ແຕ່ຄົນທີ່ຢູ່ທາງໜ້າ ພັດບໍ່ຮູ້ສຶກວ່າຕົນເອງມີ “ສິດທິພິເສດ” ເໜືອກວ່າຄົນອື່ນໆ ສິ່ງທີ່ພວກເຂົາເຫັນຄື ເປົ້າໝາຍນັ້ນຄືຖັງຂີ້ເຫຍື້ອ ທີ່ຢູ່ໄກບໍ່ຮອດ 3 ແມັດ ເທົ່ານັ້ນເອງ”
“ພວກເຈົ້າເປັນນັກຮຽນ ມີໂອກາດໄດ້ສຶກສາຮ່ຳຮຽໜ ຈົ່ງໃຊ້ “ສິດທິພິເສດ” ທີ່ເອີ້ນວ່າ “ການສຶກສາ” ໃຫ້ເກີດປະໂຫຍດຫຼາຍທີ່ສຸດ ລວມທັງໃຊ້ມັນຊ່ວຍເຫຼືອຄົນທີ່ ຢູ່ທາງຫຼັງຂອງພວກເຈົ້ານຳແດ່”
ຖ້າຄິດວ່າບົດຄວາມນີ້ເປັນປະໂຫຍດ ຢ່າລືມສົ່ງຕໍ່ໃຫ້ໝູ່ຂອງທ່ານແດ່ເດີ !
ຂໍຂອບໃຈບົດຄວາມຈາກ: Kiitdoo