spot_img
Homeຂ່າວພາຍ​ໃນໂຮງງານປຸງແຕ່ງນໍ້າມັນເຊື້ອໄຟ ໄດ້ຜະລິດນໍ້າມັນເຊື້ອໄຟແລ້ວກວ່າ 20 ລ້ານລິດ

ໂຮງງານປຸງແຕ່ງນໍ້າມັນເຊື້ອໄຟ ໄດ້ຜະລິດນໍ້າມັນເຊື້ອໄຟແລ້ວກວ່າ 20 ລ້ານລິດ

Published on

ບໍລິສັດ ຍອດງື່ມພາວເວີ ມະຫາຊົນ ໄດ້ສັ່ງຊື້ວັດຖຸດິບເພື່ອມາທຳການຜະລິດ-ປຸງແຕ່ງ ນໍ້າມັນເຊື້ອໄຟ ຈາກຜູ້ສະໜອງຢູ່ຕ່າງປະເທດ ຈຳນວນເບື້ອງຕົ້ນ 3 ລ້ານລິດ ເຊິ່ງເຮືອຂົນສົ່ງວັດຖຸດິບ ໄດ້ເຂົ້າມາຈອດທຽບທ່າ ທີ່ທ່າເຮືອ ເກືອລໍ່, ແຂວງ ເງະອານ, ສສ ຫວຽດນາມ ໃນວັນທີ 29 ມິຖຸນາ 2023 ເປັນທີ່ຮຽບຮ້ອຍແລ້ວ, ເຊິ່ງວັດຖຸດິບດັງກ່າວ ຈະຖືກຂົນສົ່ງຕໍ່ທາງລົດ ຜ່ານລະບຽບການນຳເຂົ້າ ຢູ່ດ່ານພາສີສາກົນນໍ້າກັ່ນ ແລະ ນໍາໄປທຳການຜະລິດ-ປຸງແຕ່ງ ເປັນນໍ້າມັນກາຊວນ ສໍາເລັດຮູບ ຢູ່ໂຮງງານປຸງແຕ່ງນໍ້າມັນເຊື້ອໄຟ ຂອງ ບໍລິສັດ ຍອດງື່ມພາວເວີ ມະຫາຊົນ ທີ່ຕັ້ງຢູ່ບ້ານ ຍອດງື່ມ, ເມືອງແປກ, ແຂວງຊຽງຂວາງ.

ທ່ານ ອຸທັນ ໄຕລິດທິ ຮອງຜູ້ອຳນວຍການບໍລິສັດ ຍອດງື່ມພາວເວີ ມະຫາຊົນ ໃຫ້ຮູ້ວ່າ: ນໍ້າມັນເຊື້ອໄຟ ທີ່ທຳການຜະລິດອອກຈາກໂຮງງານ ສົ່ງອອກບໍລິການຮັບໃຊ້ພໍ່ແມ່ປະຊາຊົນລາວໃນຂອບເຂດທົ່ວປະເທດ ແມ່ນມີຄຸນນະພາບ ແລະ ມາດຕະຖານ ລະດັບດຽວກັນກັບນໍ້າມັນເຊື້ອໄຟສຳເລັດຮູບ ທີ່ນຳເຂົ້າມາຈາກຕ່າງປະເທດ, ເຊິ່ງໄລຍະຜ່ານມາ ໂຮງງານປຸງແຕ່ງນໍ້າມັນເຊື້ອໄຟ ຍອດງື່ມພາວເວີ ໄດ້ຜະລິດ-ປຸງແຕ່ງ ນໍ້າມັນເຊື້ອໄຟ ອອກຮັບໃຊ້ສັງຄົມແລ້ວກວ່າ 20 ລ້ານລິດ ໃນໄລຍະເວລາ 1 ປີນັບແຕ່ໄດ້ເປີດທຳການຜະລິດມາຮອດປັດຈຸບັນ ແລະ ປະກອບສ່ວນພັນທະພາສີ-ອາກອນ ທຸກປະເພດຢ່າງຄົບຖ້ວນ ພ້ອມທັງປະກອບສ່ວນພັດທະນາແຂວງຊຽງຂວາງນຳອີກ.

ແຫຼ່ງຂ່າວ ປະເທດລາວ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...