Homeຂ່າວທົ່ວໄປທໍາລາຍເຄື່ອງອຸປະກອນລ່າສັດນໍ້າ, ສັດປ່າ ແລະ ວັດຖຸທີ່ບໍ່ຖືກຕ້ອງ ຕາມກົດໝາຍ.

ທໍາລາຍເຄື່ອງອຸປະກອນລ່າສັດນໍ້າ, ສັດປ່າ ແລະ ວັດຖຸທີ່ບໍ່ຖືກຕ້ອງ ຕາມກົດໝາຍ.

Published on

ໃນຕອນເຊົ້າຂອງວັນທີ 27 ມິຖຸນາ 2023 ຜ່ານມານີ້ ຢູ່ທີ່ກອງບັນຊາການ ປກສ ເມືອງວຽງຄໍາ ແຂວງວຽງຈັນໄດ້ຈັດພິທີທໍາລາຍເຄື່ອງອຸປະກອນລ່າສັດນໍ້າ-ສັດປ່າ ແລະ ວັດຖຸທີ່ບໍ່ຖືກຕ້ອງ ຕາມກົດໝາຍ ຢູ່ເມືອງວຽງຄໍາ ຂຶ້ນໂດຍພາຍໃຕ້ການເປັນປະທານຂອງທ່ານ ພອນແກ້ວ ຂຸນພົນ ກໍາມະການປະຈໍາພັກແຂວງ ເລຂາພັກເມືອງ ເຈົ້າເມືອງວຽງຄໍາ ປະທານປ້ອງກັນຊາດປ້ອງກັນຄວາມສະຫງົບ ເມືອງວຽງຄໍາ, ມີທ່ານ ພັທ ຄໍາໝັ້ນ ແສນບຸດດີ ຄະນະພັກຮາກຖານຫົວໜ້າກອງບັນຊາການ ປກສ ເມືອງວຽງຄໍາ ມີຫົວໜ້າຫ້ອງການ,ອົງການ,ພະນັກງານ ປກສ ເມືອງວຽງຄໍາ ແລະ ເລຂາພັກບ້ານນາຍບ້ານ 17 ບ້ານ ທົ່ວເມືອງເຂົ້າຮ່ວມ.

ໃນພິທີທ່ານ ພັທ ນວນດໍາ ໄຊຍະລາດ ຮອງຫົວໜ້າກອງບັນຊາການ ປກສ ເມືອງວຽງຄໍາ ໃຫ້ກຽດຂຶ້ນຜ່ານບົດສະຫຼຸບຫຍໍ້ ກ່ຽວກັບການທ້ອນໂຮມ ແລະ ເກັບກູ້ອາວຸດລ່າເນື້ອ ,ໝໍ້ຊ໋ອດປາ ແລະ ເຄື່ອງປະກອບສະນິດອື່ນໆ ເກັບກໍາຂຶ້ນບັນຊີເປົ້າໝາຍໄດ້ທັງໝົດ 168 ຄົນ,ຍິງ 0 ຄົນ ໃນນັ້ນມີເປົ້າໝາຍປືນລ່າເນື້ອ 127 ເປົ້າໝາຍ, ໝໍ້ຊ໋ອດ 4 ເປົ້າໝາຍ, ປະຈຸບັນເກັບກູ້ໄດ້ປືນລ່າເນື້ອ ປະເພດປືນແກັບ ຈໍານວນ 38 ກະບອກ ແລະ ເກັບກູ້ເຄື່ອງຫາປາ ບໍ່ຖືກຕ້ອງ (ໝໍ້ຊ໋ອດ)ໄດ້ຈໍານວນ 12 ເຄື່ອງ ແລະ ລົດຈັກດັດແປງສະພາບເຕັກນິກ ທໍ່ດັງຈໍານວນ 8 ທໍ່ ,ຢາງນ້ອຍ 4 ເສັ້ນ ພ້ອມທັງໄດ້ສຶກສາອົບຮົມຜູ້ກະທໍາຜິດ ແລະໃຫ້ຂຽນໃບຮັບສາລະພາບ ຕົນເອງໃວ້ເພື່ອເປັນການຕິດຕາມໃນຕໍ່ໜ້າ.

ໃນຕອນທ້າຍກອງປະຊຸມ ທ່ານ ພອນແກ້ວ ຂຸນພົນ ກໍາມະການປະຈໍາພັກແຂວງ ເລຂາພັກເມືອງ ເຈົ້າເມືອງວຽງຄໍາ ໃຫ້ກຽດຂຶ້ນມີຄໍາເຫັນໂອ້ລົມ ຍ້ອງຍໍຊົມເຊີຍຕໍ່ຜົນງານ ການຈັດຕັ້ງປະຕິບັດຕໍ່ໜ້າທີ່ວຽກງານ ການຈັດຕັ້ງມອບໝາຍໃຫ້ ພ້ອມທັງຊີ້ທິດເຍືອງທາງເຖິງພະນັກງານ ອົງການຈັດຕັ້ງ ທີ່ກ່ຽວຂ້ອງຈົ່ງພ້ອມກັນເອົາໃຈໃສ່ ຕ້ານ ແລະ ສະກັດກັ້ນ ທຸກຮູບແບບບໍ່ໃຫ້ມີຊ່ອງຫວ່າງ ທໍາການຜະລິດອາວຸດລ່າເນື້ອສັດນໍ້າ-ສັດປ່າ ທີ່ບໍ່ຖືກຕ້ອງຕາມກົດໝາຍ ຢ່າງເຂັ່ງຄັດ ແລະ ນໍາເອົາຜູ້ກະທໍາຜິດ ມາສຶກສາອົບຮົມການເມືອງແນວຄິດ ຕາມລະບຽບກົດໝາຍ. ພ້ອມດຽວກັນນີ້ກໍ່ໄດ້ໄດ້ນໍາເອົາອາວຸດ ດັ່ງກ່າວໄປທໍາລາຍຢ່າງເປັນທາງການ.
ທີ່ມາ: MediaLAOS

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...