spot_img
Homeຂ່າວພາຍ​ໃນທ່ານ ອັນວາ ອິບບຣາຮິມ ນາຍົກລັດຖະມົນຕີ ມາເລເຊຍ ເດີນທາງຮອດ ສປປ ລາວ

ທ່ານ ອັນວາ ອິບບຣາຮິມ ນາຍົກລັດຖະມົນຕີ ມາເລເຊຍ ເດີນທາງຮອດ ສປປ ລາວ

Published on

ທ່ານ ອັນວາ ອິບບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງມາເຖິງ ສະໜາມບິນສາກົນວັດໄຕ, ນະຄອນຫລວງວຽງຈັນ ໃນຕອນແລງວັນທີ 26 ມິຖຸນາ 2023, ໂດຍມີ ທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທັງເປັນລັດຖະມົນຕີກຽດຕິຍົດ ພ້ອມດ້ວຍພັນລະຍາ ແລະ ຄະນະ ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດ.

ການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ເພື່ອຕອບສະໜອງຕາມການເຊີນຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ເຊິ່ງທ່ານ ອັນວາ ອິບບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະດໍາເນີນການຢ້ຽມຢາມຢ່າງເປັນທາງການ ຢູ່ ສປປ ລາວ ໃນວັນທີ 26-27 ມິຖຸນາ 2023 ເພື່ອເປັນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ທີ່ມີມາຍາວນານ ລະຫວ່າງ ສປປ ລາວ ແລະ ມາເລເຊຍ.

ແຫຼ່ງຂ່າວ ແລະ ຮູບພາບ: ປະເທດລາວ

ບົດຄວາມຫຼ້າສຸດ

ພາກກາງ-ໃຕ້ ສືບຕໍ່ຮ້ອນເອົ້າ ພະຍາກອນອາກາດ ປະຈໍາວັນທີ 31 ມີນາ 2025

ພະຍາກອນອາກາດ ປະຈໍາວັນທີ 31 ມີນາ 2025, ເວລາ 12 ໂມງ 00 ພາກກາງ-ພາກໃຕ້ ສືບຕໍ່ອາກາດຮ້ອນເອົ້າ ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ ຫາ ປານກາງ,...

ອັບເດດຍອດຜູ້ເສຍຊີວິດ-ບາດເຈັບ ຈາກເຫດແຜ່ນດິນໄຫວຮຸນແຮງລະດັບ 7.7 ຣິກເຕີທີ່ປະເທດມຽນມາ

ອັບເດດສະຖານະການແຜ່ນດິນໄຫວຮຸນແຮງທີ່ປະເທດຫວຽດນາມຫຼ້າສຸດ ຍອດຜູ້ເສຍຊີວິດພຸ່ງຂຶ້ນເປັນ 1,700 ຄົນ. ສຳນັກຂ່າວ thaipbs ລາຍງານໃຫ້ຮູ້ວ່າ: ໃນວັນທີ 31 ມີນາ 2025 ເຈົ້າໜ້າທີ່ກູ້ໄພຍັງສືບຕໍ່ຄົ້ນຫາຜູ້ລອດຊີວິດທີ່ອາດຕິດຢູ່ໃຕ້ຊາກອາຄານພັງຖະຫຼົ່ມ ຫຼັງເກີດແຜ່ນດິນໄຫວຄວາມແຮງ 7.7 ຣິກເຕີ,...

ອັບເດດສະຖານະການຄົ້ນຫາ ຜູ້ປະສົບເຫດອາຄານຖະຫຼົ່ມ ທີ່ປະເທດໄທ ຫຼັງເກີດແຜ່ນດິນໄຫວຮຸນແຮງໃນປະເທດມຽນມາ

ຄວາມຄືບໜ້າສະຖານະການການຄົ້ນຫາ ຜູ້ປະສົບເຫດ ອາຄານຂອງສຳນັກງານກວດເງິນແຜ່ນດິນ ປະເທດໄທ ຖະຫຼົ່ມລົງມາ ຂະນະນີ້ເຈົ້າໜ້າທີ່ຍັງເລັ່ງຄົ້ນຫາອີກ 76 ຄົນ. ສຳນັກຂ່າວຕ່າງປະເທດລາຍງານຈາກເຫດການອາຄາຂອງສຳນັກງານກວດເງິນແຫ່ງຊາດ ໃນພຶ້ນທີ່ເຂດຈະຕຸຈັກ ກຸງເທບມະຫານະຄອນ ປະເທດໄທ ທີ່ກຳລັງທຳການກໍ່ສ້າງມີຄວາມສູງກວ່າ່ 30 ຊັ້ນ...

ຍອດຜູ້ເສຍຊີວິດຈາກເຫດແຜ່ນດິນໄຫວ ໃນມຽນມາ ເພີ່ມຂຶ້ນຢ່າງນ້ອຍ 1,644 ຄົນ

ຈຳນວນຜູ້ເສຍຊີວິດໃນມຽນມາຈາກເດຫແຜ່ນດິນໄຫວຮຸນແຮງເມື່ອວັນສຸກຜ່ານມາ, ມີຈຳນວນ 1,600 ຄົນ ຂະນະທມທີ່ໜ່ວຍກູ້ໄພເລັ່ງຄົ້ນຫາຜູ້ທີ່ຕິດຢູ່ໃຕ້ຊາກອາຄານຫຼາຍແຫ່ງທີ່ຖະຫຼົ່ມລົງມາ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ຜູ້ນຳນຳກອງທັບມຽນມາເປີດເຜີຍເມື່ອວັນທີ 29 ມີນາ 2025 ວ່າ: ຈຳນວນຜູ້ເສຍຊີວິດໃນປະເທດ ຈາກເຫດແຜ່ນດິນໄຫວຮຸນແຮງລະດັບ 7.7 ຣິກເຕີ...