spot_img
Homeຂ່າວພາຍ​ໃນຫາງສຽງກ່ຽວກັບສວນກ້ວຍຫອມ ແລະ ໂຮງງານຢາງພາລາສົ່ງກິ່ນເໝັນຢູ່ເມືອງຫີນເຫີບ

ຫາງສຽງກ່ຽວກັບສວນກ້ວຍຫອມ ແລະ ໂຮງງານຢາງພາລາສົ່ງກິ່ນເໝັນຢູ່ເມືອງຫີນເຫີບ

Published on

ຈາກກໍລະນີທີ່ມີຫາງສຽງຈາກປະຊາຊົນຢູ່ພາຍໃນເມືອງຫີນເຫີບ, ແຂວງວຽງຈັນ ຍ້ອນໄດ້ຮັບຜົນກະທົບຈາກກິ່ນເໝັນຂອງສວນກ້ວຍຫອມ ແລະ ໂຮງງານຢາງພາລາຂອງນັກລົງທຶນຕ່າງປະເທດທີ່ເຂົ້າໄປລົງທຶນຢູ່ພາຍໃນເມືອງເຊີ່ງເກີດຂຶ້ນເມື່ອບໍ່ດົນມານີ້.

ຕໍ່ບັນຫານີ້, ທ່ານ ວອນ ວໍລະສານ ເຈົ້າເມືອງຫີນເຫີບ ໄດ້ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 22 ມິຖຸນາ 2023 ນີ້ວ່າ: ປັດຈຸບັນ ມີ 5 ບໍລິສັດທີ່ເຂົ້າມາລົງທຶນປູກກ້ວຍຫອມຢູ່ເມືອງຫີນເຫີບ, ມີເນື້ອທີ່ລວມທັງໝົດ 1.237 ເຮັກຕາ, ກວມເອົາ 10 ບ້ານ. ໃນການຄຸ້ມຄອງບໍລິສັດດັ່ງກ່າວ, ອົງການປົກຄອງເມືອງໄດ້ປະຕິບັດຕາມ 5 ມາດຕະການສໍາຄັນ, ເຊິ່ງໜຶ່ງໃນນັ້ນແມ່ນມາດຕະການທາງດ້ານສິ່ງແວດລ້ອມ ໂດຍໄດ້ຊີ້ນໍາໃຫ້ບໍລິສັດເອົາໃຈໃສ່ເກັບມ້ຽນບັນດາສິ່ງເສດເຫລືອໃຫ້ເປັນລະບຽບ ເປັນຕົ້ນແມ່ນ: ຖົງຢາງ, ເຄື່ອງຫຸ້ມຫໍ່, ສິ່ງວັດຖຸຈາກປຸ໋ຍ ແລະ ສິ່ງເສດເຫລືອຕ່າງໆ ບໍ່ໃຫ້ສົ່ງກິ່ນເໝັນ ໂດຍການສ້າງຂຸມຂີ້ເຫຍື່ອໄວ້ສະເພາະພາຍໃນສວນ, ນັບທັງສວນກ້ວຍ ແລະ ສວນຢາງພາລາ ຫລື ໂຮງງານຂອງຢາງພາລາ ໂດຍບໍ່ອະນຸຍາດໃຫ້ຖີ້ມຊະຊາຍ, ຈູດ ຫລື ເຜົາ, ພ້ອມນີ້ ແມ່ນຫ້າມບໍ່ໃຫ້ປ່ອຍນໍ້າເປື້ອນຈາກການລ້າງກ້ວຍ, ລວມເຖິງຈາກຫໍພັກຂອງກໍາມະກອນລົງສູ່ສາຍນໍ້າ ຫລື ເນື້ອທີ່ດິນຂອງປະຊາຊົນທີ່ຢູ່ໃກ້ຄຽງ. ນອກຈາກນີ້ ແມ່ນຫ້າມບໍ່ໃຫ້ໃຊ້ຢາເຄມີຂ້າຫຍ້າ ແລະ ຢາປາບສັດຕູພືດເກີນຂອບເຂດທີ່ກໍານົດ ແລະ ອື່ນໆ.

ເຈົ້າເມືອງຫີນເຫີບ ໃຫ້ຮູ້ຕື່ມວ່າ: ສໍາລັບກິ່ນເໝັນຈາກສວນກ້ວຍທີ່ເກີດຂຶ້ນຈົນກາຍເປັນສຽງຈົ່ມວ່າຈາກປະຊາຊົນທີ່ຢູ່ໃກ້ ແມ່ນຍ້ອນບໍລິສັດທີ່ລົງທຶນປູກກ້ວຍຫອມນໍາໃຊ້ປຸ໋ຍ ແລະ ຝຸ່ນແບບປະຖົມປະຖານ ໂດຍການນໍາເອົາສິ່ງເສດເຫລືອຈາກໂຮງງານຂ້າສັດແລ້ວເອົາມາບົດ, ພາຍຫລັງບົດແລ້ວໄດ້ເອົາຫຍ້າຝລັ່ງ ແລະ ພືດຕ່າງໆ ທີ່ມີພາຍໃນເມືອງເຊີ່ງເປັນລັກສະນະຊາກພືດ, ຈາກນັ້ນໄດ້ນໍາເອົາທັງໝົດມາປະສົມເຂົ້າກັນແລ້ວຫຸ້ມຫໍ່ປະໄວ້ໂດຍມີແຜ່ນຜ້າປົກໄວ້ ເປັນເວລາ 7-10 ວັນ ແລ້ວເອົາຜ້າທີ່ປົກອອກເພື່ອເອົາຝຸ່ນໄປໃສ່ກ້ວຍທີ່ປູກ ຈຶ່ງເຮັດໃຫ້ມີກິ່ນເໝັນ ໂດຍສະເພາະຕອນກາງຄືນ, ໃນນີ້ ມີກິ່ນເໝັນຫລາຍກວ່າໝູ່ແມ່ນ ບ້ານຫີນເຫີບເໜືອ, ນາສັກ, ນາຕ້າຍ ແລະ ບ້ານນາຄຸ້ມ ເຊິ່ງເປັນບ້ານທີ່ຢູ່ພາຍໃນເທດສະບານເມືອງ.

ເພື່ອແກ້ໄຂບັນຫາທີ່ເກີດຂຶ້ນ, ອົງການປົກຄອງເມືອງ ໄດ້ສົ່ງພະນັກງານວິຊາການທີ່ກ່ຽວຂ້ອງໄປແນະນໍາໃຫ້ບັນດາ ບໍລິສັດຜູ້ລົງທຶນປູກກ້ວຍຫອມຈັດສັນສະຖານທີ່ບົ່ມຝຸ່ນແບບທໍາມະຊາດສະເພາະຢ່າງລະອຽດ ເຮັດໃຫ້ມາຮອດປັດຈຸບັນ ບັນຫາກິ່ນເໝັນຈາກສວນກ້ວຍຫອມພາຍໃນເມືອງນັບມື້ຫລຸດລົງແລ້ວ.

ສ່ວນບັນຫາຢາງພາລາທີ່ສົ່ງກິ່ນເໝັັນ ປັດຈຸບັນ ຢູ່ເມືອງຫີນເຫີບ ມີ 2 ບໍລິສັດໃຫຍ່ທີ່ໄດ້ສ້າງຕັ້ງໂຮງງານຢາງພາລາ 2 ແຫ່ງ (1 ແຫ່ງໄດ້ດໍາເນີນການຜະລິດມາແລ້ວ 6 ປີ ແລະ ອີກ 1 ແຫ່ງພວມຢູ່ໃນຂັ້ນຕອນກໍ່ສ້າງໂຮງງານ), ໃນນີ້ ທີ່ເຮັດໃຫ້ມີກິ່ນເໝັນແມ່ນໄລຍະການຂົນສົ່ງຢາງພາລາເຂົ້າຫາໂຮງງານ ເຊີ່ງອົງການປົກຄອງເມືອງໄດ້ປະສານກັບບໍລິສັດທີ່ກ່ຽວຂ້ອງເພື່ອຊອກຫາວິທີແກ້ໄຂໃຫ້ໄດ້ໂດຍໄວ.

ແຫຼ່ງຂ່າວ LNR

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...