spot_img
Homeຂ່າວຕ່າງປະເທດເຮືອດຳນ້ຳພາທ່ຽວຊົມຊາກເຮືອໄທທານິກສູນຫາຍ

ເຮືອດຳນ້ຳພາທ່ຽວຊົມຊາກເຮືອໄທທານິກສູນຫາຍ

Published on

ເຮືອດຳນ້ຳຂະໜາດນ້ອຍທີ່ໃຫ້ບໍລິການພາຜູ້ໂດຍສານດຳນ້ຳລົງໄປຫາສະມຸດອັດລັງຕິກ ເພື່ອຊົມຊາກເຮືອໄທທານິກ (Titanic) ໄດ້ສູນຫາຍໄປ ເຈົ້າໜ້າທີ່ຈຶ່ງໄດ້ປະຕິບັດການຄົ້ນຫາຢ່າງໃຫຍ່.

ໜ່ວຍຍາມແຄມຝັ່ງທະເລບັອສຕັນ ກ່າວວ່າ: ວຽກງານຄົ້ນຫາ ແລະ ຊ່ວຍເຫຼືອລູກເຮືອຂອງເຮືອດຳນ້ຳລຳດັ່ງກ່າວ ກຳລັງຄົ້ນຫາຢ່າງຮີບດ່ວນ ບໍລິເວນນອກແຄມຝັ່ງທະເລລັດນິວຟັນແລນ ຂອງການາດາ.

ຈົນເຖິງປັດຈຸບັນ ຍັງບໍ່ແນ່ໃຈວ່າ ມີຜູ້ໂດຍສານ ແລະ ລູກເຮືອໃນເຮືອດຳນ້ຳຈັກຄົນໃນຊ່ວງທີ່ສູນຫາຍ ແຕ່ຄອບຄົວຂອງ ຮາມິສ ມະຫາເສດຖີ ອາຍຸ 58 ປີ ແລະ ນັກສຳຫຼວດຄົນອັງກິດ ກໍເປັນໜຶ່ງໃນຜູ້ສູນຫາຍ.

ໜ່ວຍຍາມແຄມຝັ່ງທະເລລະບຸວ່າ ເຮືອດຳນ້ຳຂະໜາດນ້ອຍໄດ້ສູນຫາຍໄປ ພາຍຫຼັງທີ່ດຳລົງໄປທະເລ 45 ນາທີ ແລະ ປະເມີນວ່າເຮືອດຳນ້ຳເຫຼືອອາກາດປະມານ 70-96 ຊົ່ວໂມງ.

ທັ້ງນີ້ ໜ່ວຍງານລັດຖະບານກອງທັບເຮືອສະຫະລັດ ແລະ ການາດາ ລວມເຖິງບໍລິສັດດ້ານການດຳເນີນງານໃຕ້ທະເລເລິກ ກໍໄດ້ເຂົ້າມາຊ່ວຍເຫຼືອໃນການປະຕິບັດໜ້າທີ່ໃນຄັ້ງນີ້.

BBc

ກ່ຽວກັບທົວຊົມເຮືອໄທທານິກ

ເຮືອດຳນ້ຳທີ່ສູນຫາຍ ເປັນຂອງບໍລິສັດໂອຊຽນເກດ ເອັກສ໌ເພັນດິເຊິນ (OceanGate Expeditions)  ບໍລິສັດເອກະຊົນທີ່ຈັດບໍລິການທ່ຽວໃຕ້ທະເລເລິກ ເພື່ອຊົມຊາກເຮືອໄທທານິກ ທີ່ມີຄວາມເລິກເຖິງ 3.800 ແມັດ, ເຊິ່ງທາງບໍລິສັດກໍອອກມາຖະແຫຼງວ່າ ເປັນເຈົ້າຂອງເຮືອດຳນ້ຳລຳດັ່ງກ່າວ ແລະ ມີຄົນຢູ່ໃນເຮືອດຳນ້ຳແທ້.

ສຳລັບທົວນີ້ ຄິດໄລ່ຄ່າໃຊ້ຈ່າຍສຳລັບທົວ 8 ມື້ ເພື່ອຊົມຊາກເຮືອໄທທານິກ ຄົນລະ 250.000 ໂດລາ ຫຼື 4,6 ຕື້ກີບ.

ອີງຕາມການໃຫ້ຂໍ້ມູນຂອງທາງບໍລິສັດ ໄດ້ຮູ້ວ່າ: ເຮືອດຳນ້ຳຂະໜາດນ້ອຍຊື່ “ໄທທັນ” ສາມາດບັນຈຸຜູ້ໂດຍສານໄດ້ 5 ຄົນ ເຮືອດຳນ້ຳຈະໃຊ້ເວລາດຳລົງໄປຊົມເຮືອໄທທານິກ ແລະ ຂຶ້ນສູ່ໜ້ານ້ຳ ລວມແລ້ວໃຊ້ເວລາ 8 ຊົ່ວໂມງ.

.

ແຫຼ່ງຂ່າວ bbc

ບົດຄວາມຫຼ້າສຸດ

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...