spot_img
Homeຂ່າວພາຍ​ໃນເປີດການນໍາໃຊ້ ສາງເກັບມ້ຽນເຄື່ອງຂອງກາງຄະດີ

ເປີດການນໍາໃຊ້ ສາງເກັບມ້ຽນເຄື່ອງຂອງກາງຄະດີ

Published on

ໃນວັນທີ 17 ມິຖຸນາ 2023 ກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງຄໍາມ່ວນ ເປີດການນໍາໃຊ້ສາງເກັບມ້ຽນເຄື່ອງຂອງກາງຄະດີ  ໂດຍການເຂົ້າຮ່ວມຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ທ່ານ ພົຈວ ທອງສຸກ ຍາເອີລາວລີ ຫົວໜ້າກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ, ທ່ານ ພັອ ທິບພະຈັນ ໂພໄຊ ຫົວໜ້າກອງບັນຊາການ ປກສ ແຂວງ, ທ່ານ ພອນປະເສີດ ທໍາມະວົງສາ ປະທານບໍລິສັດ ພີພີເອສທີ ກໍ່ສ້າງເຄຫາສະຖານ ແລະ ຂົວທາງ ຈໍາກັດຜູ້ດຽວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

อาจเป็นรูปภาพของ 12 คน, แท่นบรรยาย และ ข้อความ

ໂດຍໂຄງການກໍ່ສ້າງສາງເກັບມ້ຽນເຄື່ອງຂອງກາງຄະດີຂອງ ແຂວງຄໍາມ່ວນ ໄດ້ດໍາເນີນການກໍ່ສ້າງນັບແຕ່ວັນທີ 26 ຕຸລາ 2022 ປັດຈຸບັນສໍາເລັດ 100%, ເຊິ່ງມີຂະໜາດກວ້າງ 30 ແມັດ, ຍາວ 40 ແມັດ, ແບ່ງອອກເປັນ 2 ຫ້ອງ ໃນນີ້ມີຫ້ອງນິລະໄພຂະໜາດ ຈໍານວນ 2 ຫ້ອງ ແລະ ມີຫ້ອງເກັບເຄື່ອງສ້ອມແປງ ບົວລະບັດຮັກສາ 1 ຫ້ອງ, ໂຄງສ້າງຂອງອາຄານແມ່ນເບຕົ້ງເສີມເຫຼັກ, ຫຼັງຄາມຸງດ້ວຍອາລູ່ຊິ້ງ, ແອ້ມດ້ວຍຝາກໍ່ເບຕົ້ງສູງ 1,5 ແມັດ ແລະ ຕາໜ່າງຕາໝາກກອກສູງ 2,5 ແມັດ ໃນມູນຄ່າ 2,66 ຕື້ກີບ.

ແຫຼ່ງຂ່າວ ປະເທດລາວ Pathedlao

ບົດຄວາມຫຼ້າສຸດ

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...

ພາກກາງ-ໃຕ້ ສືບຕໍ່ຮ້ອນເອົ້າ ພະຍາກອນອາກາດ ປະຈໍາວັນທີ 31 ມີນາ 2025

ພະຍາກອນອາກາດ ປະຈໍາວັນທີ 31 ມີນາ 2025, ເວລາ 12 ໂມງ 00 ພາກກາງ-ພາກໃຕ້ ສືບຕໍ່ອາກາດຮ້ອນເອົ້າ ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ ຫາ ປານກາງ,...

ອັບເດດຍອດຜູ້ເສຍຊີວິດ-ບາດເຈັບ ຈາກເຫດແຜ່ນດິນໄຫວຮຸນແຮງລະດັບ 7.7 ຣິກເຕີທີ່ປະເທດມຽນມາ

ອັບເດດສະຖານະການແຜ່ນດິນໄຫວຮຸນແຮງທີ່ປະເທດຫວຽດນາມຫຼ້າສຸດ ຍອດຜູ້ເສຍຊີວິດພຸ່ງຂຶ້ນເປັນ 1,700 ຄົນ. ສຳນັກຂ່າວ thaipbs ລາຍງານໃຫ້ຮູ້ວ່າ: ໃນວັນທີ 31 ມີນາ 2025 ເຈົ້າໜ້າທີ່ກູ້ໄພຍັງສືບຕໍ່ຄົ້ນຫາຜູ້ລອດຊີວິດທີ່ອາດຕິດຢູ່ໃຕ້ຊາກອາຄານພັງຖະຫຼົ່ມ ຫຼັງເກີດແຜ່ນດິນໄຫວຄວາມແຮງ 7.7 ຣິກເຕີ,...