spot_img
Homeຂ່າວກິລາທີມຊາດລາວ ເສຍໃຫ້ ທີມຊາດເຢເມນ 2-1 ປະຕູ ການແຂ່ງຂັນເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 17 ປີ ຊິງແຊ້ມອາຊີ 2023 ຮອບສຸດທ້າຍ...

ທີມຊາດລາວ ເສຍໃຫ້ ທີມຊາດເຢເມນ 2-1 ປະຕູ ການແຂ່ງຂັນເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 17 ປີ ຊິງແຊ້ມອາຊີ 2023 ຮອບສຸດທ້າຍ ຊິງແຊ້ມອາຊີ 2023 ຮອບສຸດທ້າຍ

Published on

ການແຂ່ງຂັນເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 17 ປີ ຊິງແຊ້ມອາຊີ 2023 ຮອບສຸດທ້າຍ ເປັນທີ່ແນ່ນອນແລ້ວສຳລັບ U17 ທີມຊາດລາວ ຕົກຮອບແບ່ງກຸ່ມເປັນທີ່ຮຽບຮ້ອຍ ພາຍຫລັງເສຍໃຫ້ U17 ປະເທດເຢເມນ 2-1 ປະຕູ, ສ່ວນການແຂ່ງຂັນອີກຄູ່ ທີມຊາດໄທ (ເຈົ້າພາບ) ຊະນະ ທີມຊາດມາເລເຊຍ U17 ມາເລເຊຍ 3-0 ປະຕູ.

ຜົນການແຂ່ງຂັນ ທີມຊາດລາວ ພັບກັບ ທີມຊາດເຢເມນ ຊິງແຊ້ມອາຊີ 2023 ຮອບສຸດທ້າຍ ໃນວັນທີ 18 ມິຖຸນາ 2023 ຜ່ານມາ, ໂດຍທີມຊາດລາວ ໄດ້ປະຕູຈາກ: ເບີ 19 ພູສົມບູນ ປັນຍາວົງ ນາທີ 55′ ສ່ວນທີມຊາດເຢເມນ ໄດ້ປະຕູຈາກ: ເບີ 18 ADEL ນາທີ 28, ເບີ 3 Anwar ( Pen ) ນາທີ 75′

ສຳລັບຜົນງານ U17 ທີມຊາດລາວ ແລະ ມາເລເຊຍ ແຂ່ງ 2 ນັດເສຍ 2 ນັດລວດ ຕົກຮອບແນ່ນອນແລ້ວ, ສ່ວນ ໄທ ແລະ ເຢເມັນ ຊະນະ 2 ນັດລວດ ເຂົ້າຮອບ 8 ທີມສຸດທ້າຍຕໍ່ໄປ, ສ່ວນນັດສຸດທ້າຍຂອງກຸ່ມ A ມາເລເຊຍ ພົບ ລາວ ແລະ ໄທ ພົບ ເຢເມັນ ຈະແຂ່ງຂັນວັນທີ 21 ມິຖຸນາ 2023.

ບົດຄວາມຫຼ້າສຸດ

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...