spot_img
Homeຂ່າວທ້ອງຖິ່ນການເງິນ ແລະ ເສດຖະກິດພະແນກອຸດສາຫະກຳ-ການຄ້າ ປະກອບຄຳເຫັນທາງໄກ ຕໍ່ກັບຮ່າງກົດໝາຍວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ

ພະແນກອຸດສາຫະກຳ-ການຄ້າ ປະກອບຄຳເຫັນທາງໄກ ຕໍ່ກັບຮ່າງກົດໝາຍວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ

Published on

ກະຊວງອຸດສາຫະກຳ ແລະ ການຄ້າ ຈັດກອງປະຊຸມທາບທາມ ຄຳເຫັນທາງໄກຕໍ່ກັບຮ່າງກົດໝາຍວ່າດ້ວຍການຄຸ້ມຄອງລາ ຄາສິນຄ້າ ແລະຄ່າບໍລິການຂຶ້ນ ໃນວັນທີ 7 ມິຖຸນາ 2023 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການ ເປັນປະທານຂອງທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີຫົວໜ້າກົມ-ຮອງຫົວໜ້າກົມ ອ້ອມຂ້າງກະຊວງຕະຫຼອດເຖິງ ຫົວໜ້າ-ຮອງຫົວໜ້າພະແນກ ການຕ່າງໆທີ່ກ່ຽວຂ້ອງຈາກບັນດາແຂວງໃນຂອບເຂດທົ່ວປະເທດເຂົ້າຮ່ວມຜ່ານທາງອອນລາຍ. ສຳລັບແຂວງສະຫວັນນະເຂດ ໄດ້ຈັດຂຶ້ນທີ່ຫ້ອງປະຊຸມພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ໂດຍການເປັນປະທານ ຂອງທ່ານ ໄຊຍະເດດ ຜຸຍຍະວົງ ສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງເຂດທີ 13 ທັງເປັນ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ.

ໃນກອງປະຊຸມ, ໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບການຄົ້ນຄວ້າສ້າງຮ່າງກົດໝາຍ ແລະນຳສະເໜີເນື້ອໃນຂອງຮ່າງ ກົດໝາຍວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ, ຊຶ່ງປະກອບມີ 7 ພາກ, 38 ມາດຕາ. ພ້ອມນີ້ກໍຍັງໄດ້ເປີດໂອກາດ ໃຫ້ພາກສ່ວນຕ່າງໆປະກອບຄຳຄິດເຫັນຢ່າງກົງໄປກົງມາໃສ່່ຮ່າງກົດໝາຍສະບັບດັ່ງກ່າວ ເພື່ອໃຫ້ມີຄວາມຖືກຕ້ອງສອດ ຄ່ອງກັບສະພາບຄວາມເປັນຈິງ, ມີເນື້ອໃນຄົບຖ້ວນສົມບູນ ແລະ ມີຄວາມເປັນເອກະພາບກັນໃນ ຂອບເຂດທົ່ວປະເທດ ແລະ ເຮັດໃຫ້ກົດໝາຍດັ່ງກ່າວຖືກຮັບຮອງໂດຍໄວ ແລະ ກ້າວສູ່ການຈັດຕັ້ງ ປະຕິບັດຢ່າງເປັນຮູບປະທຳ.

ໂອກາດນີ້, ທ່ານ ໄຊຍະເດດ ຜຸຍຍະວົງ ໄດ້ຕາງໜ້າອົງການ ປົກຄອງແຂວງ ແລະຄະນະສະມາ ຊິກສະພາແຫ່ງຊາດປະຈຳເຂດທີ 13 ກ່າວມີຄຳເຫັນຕໍ່ກອງປະຊຸມວ່າ: ເພື່ອຮັບປະກັນໃຫ້ກົດໝາຍດັ່ງກ່າວ ສາມາດຈັດຕັ້ງປະຕິບັດໄດ້ ແລະ ໄດ້ຖືກຮັບຮອງ ຈຶ່ງຢາກສະເໜີເພີ່ມເຕີມ ແລະ ມີຄຳເຫັນແລກປ່ຽນເລື່ອງການ ຄຸ້ມຄອງລາຄາສິນຄ້າ ເຊິ່ງຕິດພັນກັບ ວຽກງານສົ່ງເສີມການຜະລິດພາຍໃນ ແລະ ວຽກການກວດກາການຄ້າ, ຈາກສະພາບຈຸດພິເສດ ດ້ານທີ່ຕັ້ງຂອງປະເທດພວກເຮົາ ທີ່ມີຊາຍແດນຕິດກັບລຳແມ່ນ້ຳຂອງແຕ່ເໜືອຮອດໃຕ້ ເຮັດໃຫ້ເກີດມີບັນຫາການລັກລອບນຳເຂົ້າສິນຄ້າຢ່າງຫຼວງຫຼາຍ ດັ່ງນັ້ນ, ການນຳເຂົ້າສິນຄ້າພວກເຮົາ ຈິ່ງມີ 2 ຊ່ອງທາງ ຊຶ່ງການນຳເຂົ້າສິນຄ້າຜ່ານທາງດ່ານ ກໍບໍ່ທັນສາມາດຮັບປະກັນໄດ້ 100% ໃນການປະຕິບັດພັນທະງົບປະມານ ແລະ ຍັງເປັນບັນຫາ, ມີບາງບໍລິສັດກໍນຳເຂົ້າແບບມອບເໝົາ ເຮັດໃຫ້ການຄຸ້ມຄອງລາຄາສິນຄ້າ, ການເຮັດໂຄງສ້າງລາຄາແມ່ນເຮັດໄດ້ຍາກທີ່ສຸດ.

ສະນັ້ນ, ຖ້າວ່າຢາກ ເຮັດໃຫ້ວຽກນີ້ ມີປະສິດທິຜົນຕ້ອງ ເຮັດຄຽງຄູ່ກັບການກວດກາການຄ້າ ເພື່ອຫັນເຂົ້າສູ່ລະບົບໃຫ້ຫຼາຍ ຂຶ້ນ ໂດຍຢາກໃຫ້ຮວມດຳລັດເລກ ທີ 508 ວ່າດ້ວຍການກວດກາ ການຄ້າເຂົ້າກັບກົດໝາຍສະບັບນີ້ໄດ້ບໍ ແລະ ຖ້າບໍ່ໄດ້ໃນຕໍ່ໜ້າ ອາດຈະຍົກດຳລັດ 508 ເປັນກົດໝາຍຕື່ມອີກ ແນໃສ່ເພື່ອຍົກສູງ ບົດບາດຂອງຂະແໜງອຸດສາຫະກຳ-ການຄ້າຂຶ້ນ ຈາກນີ້, ກໍຂໍປະກອບຄຳເຫັນຕື່ມໃນມາດຕາ 16 ເລື່ອງການຖົມຂຸມ, ຈະເອົາເຂົ້າເປັນມາດຕາໜຶ່ງຂອງກົດໝາຍໄດ້ບໍ ເພາະຖ້າເອົາເຂົ້າໄປແລ້ວຈັດຕັ້ງ ປະຕິບັດບໍ່ໄດ້ ຈະກາຍເປັນຈຸດ ອ່ອນຂໍ້ຄົງຄ້າງຂອງພວກເຮົາ ນອກຈາກນີ້ກໍແມ່ນດ້ານຄຳສັບ ຄຳວ່າ: “ໂຄງປະກອບລາຄາ” ຄວນໃຊ້ຄຳວ່າ: “ໂຄງສ້າງລາຄາ” ຈະເໝາະສົມກວ່າ, ດັ່ງນັ້ນ ຈິ່ງສະເໜີ ທ່ານປະທານພິຈາລະນາຕື່ມອີກ.

ແຫຼ່ງຂ່າວ ສະຫວັນພັດທະນາ

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)