Homeຂ່າວພາຍ​ໃນພິທີທຳລາຍສິນຄ້າປອມແປງ ແລະ ສິນຄ້າລະເມີດເຄື່ອງໝາຍການຄ້າ

ພິທີທຳລາຍສິນຄ້າປອມແປງ ແລະ ສິນຄ້າລະເມີດເຄື່ອງໝາຍການຄ້າ

Published on

ໃນວັນທີ 10 ມິຖຸນາ 2023 ເວລາ 14:15 ໂມງ ໄດ້ມີພິທີທໍາລາຍສິນຄ້າປອມແປງ, ລອກຮຽນແບບ ແລະ ລະເມີດເຄື່ອງໝາຍການຄ້າ ທັງບໍ່ຮັບປະກັນຄຸນນະພາບປະເພດສິນຄ້ານໍ້າມັນເຄື່ອງ ແລະ ນໍ້າມັນເກຶອ ຍີ່ຫໍ້ ກາຊ້າງ, ທີ່ໂຮງງານກັ່ນນໍ້າມັນເຕົາພັນເພັດ ຫຼັກ 33 ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ບຸນຈັນ ລໍວັນໄຊ ຮອງຫົວໜ້າກົມການຄ້າພາຍໃນ, ມີຕາງໜ້າຫ້ອງການ, ກົມກວດກາ, ກົມຊັບສິນທາງປັນຍາ, ກົມມາດຕະຖານ ແລະ ວັດແທກ ແລະ ພະແນກກ່ຽວຂ້ອງຂອງກົມການຄ້າພາຍໃນ. ນອກນີ້ຍັງມີ ກົມຕໍາຫຼວດເສດຖະກິດ, ກົມຕໍາຫຼວດສິ່ງແວດລ້ອມ, ກະຊວງປ້ອງກັນຄວາມສະຫງົບ, ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງໄຊທານີ ແລະ ຕາງໜ້າເຈົ້າຂອງເຄື່ອງໝາຍການຄ້າ ທີ່ໄດ້ຮັບການຈົດທະບຽນຖືກຕ້ອງຕາມກົດໝາດຂອງ ສປປ ລາວ ເຂົ້າຮ່ວມ.

ປະຕິບັດຕາມແຜນວຽກປະຈໍາປີ ຂອງກົມການຄ້າພາຍໃນ ກ່ຽວກັບວຽກງານກວດກາການຄ້າ ໃນການຂື້ນແຜນວຽກປົກກະຕິ, ຕາມການສະເໜີຂອງບໍລິສັດ ທີລລິກິ ແອນ ກິບບິນສ ລາວ ຈໍາກັດ ແລະ ເພື່ອເປັນການປັກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຜູ້ຊົມໃຊ້, ທັງເປັນການປົກປ້ອງສິດຂອງເຈົ້າຂອງຊັບສິນທາງປັນຍາທີ່ໄດ້ຈົດທະບຽນຖືກຕ້ອງ ຢູ່ ສປປ ລາວ. ໃນເດືອນ ພຶດສະພາ 2023 ບັນດາເຈົ້າໜ້າທີ່ ໄດ້ລົງເຄື່ອນໄຫວຕິດຕາມກວດກາເປົ້າໝາຍການນໍາເຂົ້າ ແລະ ຈໍາໜ່າບສິນຄ້າປອມແປງ, ລອກຮຽນແບບ, ລະເມີດເຄື່ອງໝາຍການຄ້າ ປະເພດນໍ້າມັນເຄື່ອງ ແລະ ນໍ້າມັນເກຍ ຍີ່ຫໍ້ກາຊ້າງ ຈໍານວນ 6.864 ຕຸກ ມີມູນຄ່າຫຼາຍຮ້ອຍກວ່າລ້ານກີບ, ສິນຄ້າດັ່ງກ່າວໄດ້ຍຶດມາຈາກແຂວງຈໍາປາສັກ ເພື່ອທໍາລາຍ.

ພ້ອມຍັງຈະສືບຕໍ່ຊອກແຫຼ່ງຂ່າວ, ແຫຼ່ງທີ່ມາ, ແຫຼ່ງຈໍາໜ່າຍສິນຄ້າປະເພດດັ່ງກ່າວ ແລະ ປະເພດອຶ່ນທີ່ມີການປອມແປງ, ຮຽນແບບ ແລະ ລະເມີດຊັບສິນທາງປັນຍາ ຢ່າງເປັນປະຈໍາ ນີ້ກໍໍເພື່່ອເປັນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ຊົມໃຊ້ໃຫ້ໄດ້ຮັບຄວາມຍຸດຕິທໍາ ແລະ ຫັນຫົວໜ້າທຸລະກິດເຂົ້າສູ່ລະບຽບກົດໝາຍ ພ້ອມທັງເປັນການຊຸກຍູ້ສົ່ງເສີມຫົວໜ່ວຍທຸລະກິດທີ່ດໍາເນີນທຸລະກິດຖືກຕ້ອງຕາມລະບຽບກົດໝາຍ.

ພ້ອມນີ້ ກໍຮຽກຮ້ອງມາຍັງທົ່ວສັງຄົມ ທັງພາກລັດ ແລະ ພາກເອກະຊົນ ລວມທັງປວງຊົນລາວທັງຊາດ ຈົ່ງຊ່ວຍກັນປົກປ້ອງສິດຜົນປະໂຫຍດຂອງຕົນ ໂດຍບໍ່ປົກປ້ອງສິດຜູ້ກະທໍາຜິດ ແລະ ບໍ່ຊົມໃຊ້ສິນຄ້າມີແຫຼ່ງທີ່ມາບໍ່ຈະແຈ້ງ ເພາະມັນອາດເຮັດໃຫ້ພາຫະນະ ອຸປະກອນ ເຄື່ອງໃຊ້ຂອງທ່ານເປ່ເຟໄວຂື້ນ ກໍໃຫ້ເກີດຄວາມເສຍຫາຍດ້ານຊັບສິນຂອງທ່ານ ແລະ ຂອງສ່ວນລວມ.

ແຫຼ່ງຂ່າວ ກະຊວງອຸດສາຫະກຳ ແລະ ການຄ້າ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...