spot_img
Homeຂ່າວພາຍ​ໃນລັດສະໝີ ສີປະເສີດ ປະເດີມຫຼຽນເງິນ ຫຼຽນທຳອິດ ໃຫ້ທັບນັກກິລາຄົນພິການລາວ

ລັດສະໝີ ສີປະເສີດ ປະເດີມຫຼຽນເງິນ ຫຼຽນທຳອິດ ໃຫ້ທັບນັກກິລາຄົນພິການລາວ

Published on

ນາງ ລັດສະໝີ ສີປະເສີດ ຄວ້າ 1 ຫຼຽນເງິນ ຫຼຽນທຳອິດ ແລະ 1 ຫຼຽນທອງ ຫຼຽນທີ 2 ໃນກິລາຍົກນໍ້າໜັກຮຸ່ນ 41 ກິໂລກຼາມຍິງ ໃຫ້ທັບນັກກິລາຄົນພິການລາວ ໃນງານກິລາຄົນພິການອາຊຽນ ຄັ້ງທີ 12 ຫຼື ອາຊຽນພາຣາເກມ ຈັດຂຶ້ນ ໃນຕອນເຊົ້າມື້ນີ້ 4 ມິຖຸນາ ທີ່ນະຄອນຫຼວງ ພະນົມເປັນ ຣາຊະອານາຈັກກຳປູເຈຍ.

ສຳລັບ 1 ຫຼຽນເງິນ ລັດສະໝີ ສີປະເສີດ ໄດ້ຈາກປະເພດຍົກຄະແນນລວມ ສ່ວນຫຼຽນຄຳ ເປັນຂອງ ນາງ Maridol ນັກກິລາຈາກ ຟິລິບປິນ ແລະ ຫຼຽນທອງ ເປັນຂອງ ນາງ Eneng Paridah ນັກກິລາຈາກອິນໂດເນເຊຍ.

ສ່ວນ ຫຼຽນທອງ ຂອງນາງ ລັດສະໝີ ສີປະເສີດ ໄດ້ຈາກການຍົກເອົາຄະແນນຄັ້ງທຳອິດ ສ່ວນຫຼຽນຄຳ ເປັນຂອງນາງ Eneng Paridah ນັກກິລາຈາກອິນໂດເນເຊຍ ແລະ ຫຼຽນເງິນ ເປັນຂອງນາງ Maridol ນັກກິລາຈາກ ຟິລິບປິນ

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...