spot_img
Homeຂ່າວຕ່າງປະເທດສານປະເທດຈີນຕັດສິນຄະດີ ພະນັກງານຊາຍຖືກໄລ່ອອກ ຍ້ອນໃຊ້ເວລາເຂົ້າຫ້ອງນ້ຳເຖິງ 6 ຊົ່ວໂມງຕໍ່ມື້

ສານປະເທດຈີນຕັດສິນຄະດີ ພະນັກງານຊາຍຖືກໄລ່ອອກ ຍ້ອນໃຊ້ເວລາເຂົ້າຫ້ອງນ້ຳເຖິງ 6 ຊົ່ວໂມງຕໍ່ມື້

Published on

ສານປະເທດຈີນຕັດສິນຄະດີ ພະນັກງານຊາຍຖືກໄລ່ອອກ ເນື່ອງຈາກໃຊ້ເວລາເຂົ້າຫ້ອງນ້ຳເຖິງ 6 ຊົ່ວໂມງຕໍ່ມື້ ໂດຍເຫັນວ່າເຫດຜົນນັ້ນເໝາະສົມແລ້ວ.

ຫຼ້າສຸດ ສານຈີນກໍຕັດສິນໃນຄະດີທີ່ບໍລິສັດແຫ່ງໜຶ່ງໄລ່ພະນັກງານອອກ ດ້ວຍເຫດຜົນທີ່ວ່າ ລາວມັກເຂົ້າຫ້ອງນ້ຳດົນເກີນໄປ ຈົນກາຍເປັນເລື່ອງທີ່ຖືກວິຈານຢ່າງກວ້າງຂວາງໃນອອນລາຍ ໂດຍລະບຸວ່າ ການໄລ່ພະນັກງານອອກເປັນເລື່ອງທີ່ສົມເຫດສົມຜົນ ແລະ ບໍ່ສາມາດຄືນຕຳແໜ່ງວຽກໃຫ້ລາວໄດ້.

ຄະດີນີ້ໄດ້ເກີດຂຶ້ນໃນວັນທີ 2015 ພາຍຫຼັງທີ່ບໍລິສັດໄດ້ໄລ່ພະນັກງານຄົນນີ້ອອກ ໃນເດືອນກັນຍາ ໂດຍລາວໄດ້ໃຊ້ຫ້ອງນ້ຳຫຼາຍກວ່າ 6 ຊົ່ວໂມງຕໍ່ມື້ ເຖິງວ່າພະນັກງານ ຈະບອກວ່າມີບັນຫາທາງດ້ານສຸຂະພາບກໍຕາມ.

ພະນັກງານຊາຍຄົນນີ້ ໄດ້ເຂົ້າຮັບການຜ່າຕັດທະວານໜັກ ໃນເດືອນທັນວາ 2014 ແຕ່ຍັງມີອາການເຮື້ອຮັງຕໍ່ເນື່ອງ ເຮັດໃຫ້ຕ້ອງເຂົ້າຫ້ອງນ້ຳຫຼາຍຄັ້ງຕໍ່ມື້, ນັບແຕ່ເດືອນກໍລະກົດ ປີ 2015 ເປັນຕົ້ນມາຈະໃຊ້ເວລາເຂົ້າຫ້ອງນ້ຳປະມານ 3-6 ຊົ່ວໂມງ.

ເລື່ອງນີ້ໄດ້ຖືກຍື່ນຟ້ອງຕໍ່ສານໃນເດືອນຕຸລາ 2015 ເພື່ອໃຫ້ບໍລິສັດຄືນຕຳແໜ່ງຕໍ່ພະນັກງານ ຈາກນັ້ນທັງ 2 ກໍສູ້ຄະດີກັນມາຈົນເຖິງມື້ນີ້ ແລະ ເລື່ອງນີ້ກໍໄດ້ຮັບຄວາມສົນໃຈຕໍ່ສັງຄົມອອນລາຍ ແລ້ວມີຄົນໃຫ້ຄວາມຄິດເຫັນເປັນ 2 ຝ່າຍຄື ເຫັນໃຈພະນັກງານຄົນນີ້ທີ່ມີບັນຫາສຸຂະພາບ ບາງສ່ວນກໍເຫັນວ່າການເຂົ້າຫ້ອງນ້ຳຂອງລາວນັ້ນດົນເກີນໄປ.

ແຫຼ່ງຂ່າວ businessinsider

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...