Homeຂ່າວຕ່າງປະເທດCathay Pacific ໄລ່ພະນັກງານຕ້ອນຮັບເທິງເຮືອບິນຍ້ອນເວົ້າໃຫ້ຜູ້ໂດຍສານທີ່ເວົ້າພາສາອັງກິດບໍ່ໄດ້

Cathay Pacific ໄລ່ພະນັກງານຕ້ອນຮັບເທິງເຮືອບິນຍ້ອນເວົ້າໃຫ້ຜູ້ໂດຍສານທີ່ເວົ້າພາສາອັງກິດບໍ່ໄດ້

Published on

ສາຍການບິນ Cathay Pacific ສັ່ງໄລ່ພະນັກງານຕ້ອນຮັບອອກ 3 ຄົນ ຫຼັງຈາກມີທີ່ມີຄຣິບສຽງທີ່ກະຈາຍໃນສັງຄົມອອນລາຍຂອງຈີນວ່າ ພະນັກງານກຸ່ມດັ່ງກ່າວໄດ້ເລືອກປະຕິບັດຕໍ່ຜູ້ໂດຍສານທີ່ບໍ່ສາມາດເວົ້າພາສາອັງກິດໄດ້.

ໃນວັນທີ 23 ພຶດສະພາ 2023 ມີຄຣິບສຽງທີ່ຖືກແຊໃນອອນໄລ ເຊິ່ງຜູ້ໂດຍສານທ່ານໜຶ່ງໄດ້ບັນທຶກສຽງຂອງພະນັກງານຕ້ອງຮັບເທິງເຮືອບິນທີ່ເວົ້າໃຫ້ຜູ້ໂດຍສານວ່າ ຜູ້ໂດຍສານທີ່ເວົ້າພາສາອັງກິດບໍ່ເກັ່ງໄດ້ຂໍ “ພົມ (carpet)” ແທນທີ່ຈະເປັນ “ຜ້າຫົ່ມ (blanket)” ໂດຍພະນັກງານຕ້ອນຮັບກໍໄດ້ກ່າວວ່າ “ຖ້າບໍ່ສາມາດເວົ້າຄຳວ່າຜ້າຫົ່ມເປັນພາສາອັງກິດໄດ້ ກໍບໍ່ຄວນໄດ້ຜ້າຫົ່ມຈາກພະນັກງານໄປ ສ່ວນພົມນັ້ນຢູ່ພື້ນສາມາດລົງໄປນອນຢູ່ນັ້ນໄດ້ເລີຍຕາມສະບາຍ”.

ໂລນັລ ແລມ (Ronald Lam) ປະມານເຈົ້າໜ້າທີ່ບໍລິຫານຂອງ Cathay Pacific ກ່າວວ່າ ບໍລິສັດໄດ້ເປີດການສອບສວນພາຍໃນທັນທີ ຫຼັງຈາກທີ່ໄດ້ຮັບການຮ້ອງຮຽນຈາກຜູ້ໂດຍສານຖ້ຽວບິນ  CX987 ທີ່ເດີນທາງລະຫວ່າງເມືອງເສິງຕູ ໄປຫາ ຮົງກົງ ປະເທດຈີນ ໃນວັນອາທິດທີ່ຜ່ານມາ ແລະ ພະນັກງານກຸ່ມນີ້ກໍໄດ້ຖືກໄລ່ອອກເປັນທີ່ຮຽບຮ້ອຍ.

ໂລນັລ ແລມ ກໍໄດ້ອອກມາຖະແຫຼງວ່າ “ສາຍການບິນ Cathay Pacific ຈະບໍ່ຍອມໃຫ້ພະນັກງານແຕ່ລະຄົນລະເມີດກົດລະບຽບ ແລະ ຈະລິຍະທຳຂອງອົງກອນຢ່າງຮ້າຍແຮງ”.

ຈາກເຫດການນີ້ ຖືໄດ້ວ່າເປັນເຫດການຮຸນແຮງຫຼາຍ ທີ່ບໍ່ຄວນເກີດຂຶ້ນ ແລະ ພະນັກງານກໍບໍ່ຄວນປະຕີບັດແບບນີ້ກັບຜູ້ໂດຍສານ.

ແຫຼ່ງຂ່າວ Reuters

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...