spot_img
Homeຂ່າວພາຍ​ໃນບໍ່ຄຳ-ທອງ ເຊໂປນ ໄດ້ມອບອາກອນກຳໄລ 14 ກວ່າລ້ານໂດລາໃຫ້ແກ່ລັດຖະບານຂອງ ສປປ ລາວ

ບໍ່ຄຳ-ທອງ ເຊໂປນ ໄດ້ມອບອາກອນກຳໄລ 14 ກວ່າລ້ານໂດລາໃຫ້ແກ່ລັດຖະບານຂອງ ສປປ ລາວ

Published on

ຕາມການລາຍງານຂອງ ຂປລ ໃນວັນທີ 6 ພຶດສະພາ ໄດ້ລາຍງານວ່າ: ເມື່ອບໍ່ດົນມານີ້ ບໍລິສັດ ຊືເຟິງ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ (ລຊມລ) ບໍ່ຄຳ-ທອງ ເຊໂປນ ໄດ້ມອບອາກອນກຳໄລຈຳນວນ 14.682.267,86 ໂດລາສະຫະລັດ ຈາກການຂາຍຜົນຜະລິດຄຳ ແລະ ທອງ ໃນປີ 2022, ຕາງໜ້າມອບໂດຍ ທ່ານ ໂບ ກາວ ປະທານ ລຊມລ ແລະ ທ່ານ ສະໝານ ອະເນກາ ຜູ້ອຳນວຍການໃຫຍ່ ລຊມລ, ຕາງໜ້າຮັບໂດຍ ທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ.

ທ່ານ ໂບ ກາວ ປະທານ ລຊມລ ໄດ້ກ່າວວ່າ: ພວກເຮົາມີຄວາມພາກພູມໃຈ ທີ່ໄດ້ປະກອບສ່ວນທາງດ້ານການເງິນຢ່າງເຂັ້ມແຂງ ໃຫ້ແກ່ລັດຖະບານຂອງ ສປປ ລາວ ແລະ ຈະສືບຕໍ່ປະກອບສ່ວນຢ່າງເຂັ້ມແຂງຕັ້ງໜ້າ ໃນຖານະຄູ່ຮ່ວມພັດທະນາ ຢູ່ໃນ ສປປ ລາວ. ສຳລັບຜົນການດຳເນີນງານຂອງໂຄງການຄຳ-ທອງ ເຊໂປນ ໃນປີ 2022 ທີ່ຜ່ານມາສາມາດຜະລິດຄຳໄດ້ ກວ່າ 6,7 ໂຕນ ແລະ ທອງ 6.600 ໂຕນ. ໃນປີດຽວກັນນີ້, ລຊມລ ໄດ້ເປີດບໍ່ແຮ່ໃຕ້ດິນທີ່ທັນສະໄໝແຫ່ງທຳອິດ ຂອງ ສປປ ລາວ ຢູ່ບໍ່ຄຳ-ທອງ ເຊໂປນ ອັນໄດ້ເປັນແບບຢ່າງ ແລະ ບັນທັດຖານໃຫ້ແກ່ໂຄງການບໍ່ແຮ່ອື່ນໆ ກໍຄື ການຂະຫຍາຍອາຍຸການບໍ່ແຮ່ຄຳ-ທອງ ເຊໂປນ ໄປເຖິງປີ 2033.

ນັບແຕ່ປີ 2016 ເປັນຕົ້ນມາ, ລຊມລ ໄດ້ເປັນບໍລິສັດບໍ່ແຮ່ໜຶ່ງດຽວຢູ່ໃນ ສປປ ລາວ ທີ່ໄດ້ຮັບກຽດຕິສັກໃນຂັ້ນ A+ ທີ່ເປັນລະດັບສູງສຸດຈາກ ກະຊວງພະລັງງານ ແລະ ບໍ່ແຮ່ ໂດຍການເປັນແບບຢ່າງທີ່ນຳໜ້າໃຫ້ແກ່ໂຄງການອື່ນໆ ນັບແຕ່ດຳເນີນການຂຸດຄົ້ນ-ຜະລິດຄຳ-ທອງໃນປີ 2003, ລຊມລ ໄດ້ປະກອບສ່ວນລາຍຮັບໂດຍກົງຫລາຍກວ່າ 1,7 ຕື້ໂດລາສະຫະລັດ ໃຫ້ແກ່ ສປປ ລາວ ໂດຍຜ່ານການຈ່າຍພາສີ-ອາກອນ, ຄ່າພາສີຊັບພະຍາກອນແຮ່ທາດ ແລະ ເງິນປັນຜົນ. ນອກຈາກນັ້ນ, ຍັງໄດ້ສ້າງຜົນປະໂຫຍດທາງອ້ອມເພີ່ມອີກຫລາຍຮ້ອຍລ້ານໂດລາ ດ້ວຍການສ້າງວຽກເຮັດງານທຳ, ຜ່ານການຝຶກອົບຮົມຕ່າງໆ, ການພັດທະນາຊຸມຊົນ ແລະ ການຈ່າຍເງິນໃຫ້ແກ່ຄູ່ຮ່ວມທຸລະກິດ ແລະ ຜູ້ສະໜອງທ້ອງຖິ່ນ.

ລຊມລ ໄດ້ລົງທຶນປະມານ 50 ລ້ານໂດລາສະຫະລັດ ເພື່ອການພັດທະນາໂຄງລ່າງພື້ນຖານແຫ່ງຊາດ ແລະ ທ້ອງຖິ່ນ ແລະ 56 ລ້ານໂດລາສະຫະລັດ ເພື່ອການເກັບກູ້ລະເບີດບໍ່ທັນແຕກ ແລະ ອີກຫລາຍລ້ານໂດລາ ເຂົ້າໃນການອານຸລັກຮັກສາ ມໍລະດົກທາງດ້ານວັດທະນະທຳ ແລະ ອື່ນໆ ເປັນຕົ້ນ ປະຊາຊົນເມືອງວິລະບູລີ ແຂວງສະຫວັນນະເຂດ ຫລາຍກວ່າ 40.000 ຄົນ ໄດ້ຮັບຜົນປະໂຫຍດຈາກໂຄງການ ພັດທະນາຊຸມຊົນ ທີ່ສະໜັບສະໜູນທຶນໂດຍໂຄງການບໍ່ແຮ່ຄຳ-ທອງ ເຊໂປນ ລວມມູນຄ່າ 20 ລ້ານໂດລາສະຫະລັດ. ມາຮອດປັດຈຸບັນ, ລາຍໄດ້ຂອງຊຸມຊົນທ້ອງຖິ່ນຜ່ານກຸ່ມທຸລະກິດທ້ອງຖິ່ນ ແມ່ນໄດ້ທະວີຄູນຂຶ້ນເປັນ 50 ລ້ານໂດລາສະຫະລັດ ຕະຫລອດອາຍຸການບໍ່ແຮ່ຄຳ-ທອງ ເຊໂປນ.

ບົດຄວາມຫຼ້າສຸດ

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...