spot_img
Homeຂ່າວພາຍ​ໃນສະຫຼຸບວຽກງານອະໄພຍະໂທດ ທົ່ວປະເທດ ປະຈຳປີ 2022

ສະຫຼຸບວຽກງານອະໄພຍະໂທດ ທົ່ວປະເທດ ປະຈຳປີ 2022

Published on

ກອງປະຊຸມສະຫຼຸບວຽກງານອະໄພຍະໂທດ ປະຈຳປີ 2022 ແລະ ທິດທາງແຜນການປະຈໍາປີ 2023 ໃນຮູບແບບເຊິ່ງໜ້າ ແລະ ທາງໄກ ໄດ້ຈັດຂຶ້ນໃນວັນທີ 26 ເມສາ 2023, ທີ່ອົງການໄອຍະການປະຊາຊົນສູງສຸດ; ພາຍໃຕ້ການເປັນປະທານຂອງ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ທັງເປັນປະທານຄະນະກຳມະການອະໄພຍະໂທດລະດັບຊາດ, ມີ ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຮອງປະທານຄະນະກຳມະການອະໄພຍະໂທດລະ ດັບຊາດ ( ຜູ້ປະຈຳການ ), ມີບັນດາຄະນະກຳມະການອະໄພຍະໂທດລະດັບຊາດ ທີ່ມາຈາກຫ້ອງວ່າການສຳນັກງານປະທານປະເທດ, ຫ້ອງວ່າການສໍານັກງານນາຍົກລັດ ຖະມົນຕີ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ, ກະຊວງຍຸຕິທໍາ, ກະຊວງການຕ່າງປະເທດ, ສານປະຊາຊົນສູງສຸດ, ສູນກາງແນວລາວສ້າງຊາດ, ມີບັນ ດາທ່ານຮອງເຈົ້າແຂວງ-ນະຄອນຫຼວງ ຜູ້ຊີ້ນຳວຽກງານອະໄພຍະໂທດ ຂັ້ນແຂວງ-ນະ ຄອນຫຼວງ, ພ້ອມດ້ວຍກອງເລຂາຂັ້ນສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.

ທ່ານ ໄຊຊະນະ ໂຄດພູທອນ ໄດ້ຜ່ານບົດສະຫຼຸບລາຍງານວຽກງານອະໄພຍະໂທດ ປະ ຈຳປີ 2022 ແລະ ທິດທາງວຽກງານຈຸດສຸມ ປະຈໍາປີ 2023 ໂດຍໄດ້ຍົກໃຫ້ເຫັນດ້ານດີ, ຜົນສໍາເລັດ, ດ້ານອ່ອນ-ຂໍ້ຄົງຄ້າງ ທີ່ຄະນະກຳມະການອະໄພຍະໂທດແຕ່ລະຂັ້ນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານອະໄພຍະໂທດ, ຮັບປະກັນໄດ້ຄວາມຖືກຕ້ອງ, ສອດຄ່ອງຕາມລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍການໃຫ້ອະໄພຍະໂທດ ສະແດງອອກ ຄື: ນັກໂທດທີ່ໄດ້ຮັບການໃຫ້ອະໄພຍະໂທດຕາມລັດຖະດໍາລັດຂອງປະທານປະເທດ ປະຈໍາປີ 2022 ມີຈໍານວນທັງໝົດ 1.881 ຄົນ ຍິງ 264 ຄົນ, ຕ່າງປະເທດ 23 ຄົນ ຍິງ 6 ຄົນ. ພ້ອມນັ້ນ, ຄະນະກຳມະການອະໄພຍະໂທດແຕ່ລະຂັ້ນ ຍັງໄດ້ຊຸກຍູ້ໃຫ້ກັບພະແນກຍຸຕິທໍາໃນຂອບເຂດທົ່ວປະເທດ ໃນການເກັບຄ່າປັບໃໝ ແລະ ຄ່າເສຍຫາຍທາງແພ່ງ ທີ່ນັກໂທດຊຳລະໃນບັ້ນຄົ້ນຄວ້າສະເໜີໃຫ້ອະໄພຍະໂທດ ປະຈຳປີ 2022 ມີ ຄ່າເສຍຫາຍທາງແພ່ງ 472.673.333 ກີບ; ເງິນຕາຕ່າງປະເທດ 6.000 ບາດ, 2.500 ໂດລາ; ຄ່າປັບໃໝ່ທາງ ອາຍາ 3.283.469.500 ກີບ.

ໃນກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມກອງປະຊຸມທັງຢູ່ສູນກາງ ແລະ ທ້ອງຖິ່ນ ໄດ້ພ້ອມ ກັນຄົ້ນຄວ້າ ແລະ ປະກອບຄໍາຄິດເຫັນຢ່າງກົງໄປ-ກົງມາ ດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ການຈັດຕັ້ງ ແລະ ການ ເຄື່ອນໄຫວວຽກງານໃຫ້ອະໄພຍະໂທດມີປະສິດທິພາບ, ຮັບປະກັນນະໂຍບາຍມະນຸດສະທຳ, ສຶກສາອົບຮົມນັກໂທດໃຫ້ເຫັນໄດ້ແນວທາງນະໂຍບາຍອັນຖືກຕ້ອງເປັນທຳຂອງລັດ ແຫ່ງ ສປປ ລາວ, ກໍ່ສ້າງຕົນເອງໃຫ້ກາຍເປັນພົນລະເມືອງດີຂອງຊາດ ສ້າງເງື່ອນໄຂໃຫ້ມີການປະກອບສ່ວນເຂົ້າ ໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ໃນໂອກາດດັ່ງກ່າວ, ພົອ ວິໄລ ຫຼ້າຄຳຟອງ ຍັງໄດ້ມີຄຳເຫັນ ໂອ້ລົມຕໍ່ກອງປະຊຸມ ໂດຍທ່ານໄດ້ເນັ້ນໃຫ້ຄະນະກຳມະການອະໄພຍະໂທດແຕ່ລະຂັ້ນ ຕ້ອງໄດ້ເພີ່ມທະວີຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ວຽກງານຂອງຕົນ ໃຫ້ທັນຕາມກຳນົດເວລາ, ເຫັນໄດ້ເຖິງ ຄວາມສໍາຄັນຂອງການປະຕິບັດນະໂຍບາຍອະໄພຍະໂທດໃຫ້ແກ່ນັກ ໂທດ; ເອົາໃຈໃສ່ຄົ້ນຄວ້າກຳແໜ້ນເນື້ອໃນຂອງກົດໝາຍ, ລັດຖະບັນຍັດ ວ່າດ້ວຍ ການໃຫ້ອະໄພຍະໂທດ ແລະ ນິຕິກຳຕ່າງໆທີ່ກ່ຽວຂ້ອງກັບວຽກງານອະໄພຍະໂທດໃຫ້ເລິກເຊິ່ງ, ຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ຄົບຖ້ວນ; ຍົກສູງຄວາມຮັບຜິດຊອບໃນການຄົ້ນຄວ້າພິຈາລະນານັກໂທດທີ່ມີເງື່ອນໄຂສະເໜີໃຫ້ອະໄພຍະໂທດ ຕ້ອງຮັບປະ ກັນຄວາມຖືກຕ້ອງ, ໂປ່ງໃສ, ຍຸຕິທໍາ, ຄັດເລືອກເອົານັກໂທດຜູ້ທີ່ປະພຶດດີ ແລະ ຮູ້ ສຶກກິນແໜງຕໍ່ການກະທຳຜິດຂອງຕົນແທ້ ເພື່ອສະເໜີຂໍອະໄພຍະໂທດຈາກປະ ທານປະເທດ.

ພ້ອມກັນນັ້ນ, ຄະນະພັກ ແລະ ອຳນາດການປົກຄອງຂັ້ນຕ່າງໆ ຕ້ອງເພີ່ມທະວີການນຳພາ-ຊີ້ນຳ ຕໍ່ວຽກງານອະໄພຍະໂທດ, ໃຫ້ໄດ້ຮັບຜົນສຳເລັດ ໂດຍຮັບປະກັນຄວາມຖືກຕ້ອງ, ຊັດເຈນ ແລະ ທັນເວລາ; ຄະນະກໍາມະການອະໄພຍະໂທດລະດັບຊາດ ເອົາໃຈໃສ່ລົງຕິດຕາມຊຸກຍູ້, ສະຫຼຸບຖອດຖອນບົດຮຽນ, ສ່ອງແສງລາຍ ງານແຕ່ລະໄລຍະຢ່າງເປັນ ປົກກະຕິ ແລະ ແກ້ໄຂກໍລະນີທີ່ເກີດຂຶ້ນຢ່າງທັນການ ເພື່ອຮັບປະກັນໃຫ້ວຽກງານອະໄພຍະໂທດດຳເນີນໄປຢ່າງຖືກຕ້ອງ, ຄົບຖ້ວນ, ໂປ່ງໃສ, ຍຸຕິທຳ ແລະ ທັນເວລາ ເພື່ອປະກອບສ່ວນຈັດຕັ້ງປະຕິບັດນະໂຍບາຍຂອງລັດຖະບານໃຫ້ຖືກຕ້ອງ ແລະ ເປັນທຳ.

ທີ່ມາ ຄວາມສະຫງົບ Lao Security News

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...