spot_img
Homeຂ່າວທ້ອງຖິ່ນເມືອງເມິງ ເປີດນຳໃຊ້ ຂົວຂ້າມນໍ້າຄາ ຢ່າງເປັນທາງການ

ເມືອງເມິງ ເປີດນຳໃຊ້ ຂົວຂ້າມນໍ້າຄາ ຢ່າງເປັນທາງການ

Published on

ແຫລ່ງຂ່າວຈາກແຂວງບໍ່ແກ້ວໃຫ້ຮູ້ວ່າ: ຂົວຂ້າມນໍ້າຄາ ໄປຫາບ້ານນໍ້າຄາລື້ ເມືອງເມິງ ແຂວງບໍ່ແກ້ວ ໄດ້ເປີດໃຫ້ນຳໃຊ້ຢ່າງເປັນທາງການ ໃນວັນທີ 23 ເມສາ 2023 ໂດຍມີ ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ, ທ່ານ ສົມສັກ ປິ່ນແກ້ວ ເຈົ້າເມືອງໆເມິງ, ພ້ອມດ້ວຍອົງການປົກຄອງບ້ານ ແລະ ປະຊາຊົນເຂົ້າຮ່ວມ.

ໂຄງການກໍ່ສ້າງຂົວຂ້າມນໍ້າຄາ ໄດ້ລົງມືຈັດຕັ້ງປະຕິບັດ ໃນວັນ 4 ມີນາ 2023 ໃຊ້ເວລາໃນການກໍ່ສ້າງເກືອບ 1 ເດືອນ, ເປັນຂົວຕໍ່ພື້ນເປັນເບຕົງ, ໂຄງສ້າງເປັນເຫລັກ, ພື້ນຂົວປູດ້ວຍໄມ້, ມີຄວາມກວ້າງ 3,5 ແມັດ, ຄວາມຍາວ 30 ແມັດ, ສາມາດຮັບນໍ້າໜັກໄດ້ 10 ໂຕນ, ລວມມູນຄ່າການກໍ່ສ້າງທັງໝົດ 600 ລ້ານກວ່າກີບ. ໃນນີ້, ໄດ້ຮັບງົບປະມານສະໜັບສະໜູນຈາກ ທ່ານ ລີຮູຍ ບໍລິສັດປູກກ້ວຍຫອມ ບ້ານນໍ້າຄາລື້ ຈໍານວນ 580 ລ້ານກີບ ແລະ ທຶນສົມທົບຂອງປະຊາຊົນນໍ້າຄາລື້ 64 ລ້ານກວ່າກີບ, ພ້ອມທັງແຮງງານປະກອບສ່ວນ 315 ເທື່ອຄົນ.

ຜ່ານມາແຕ່ລະປີ ເມື່ອເຂົ້າສູ່ລະດູຝົນ ນໍ້າຄາ ມີປະລິມານນໍ້າຂຶ້ນສູງ ເຮັດໃຫ້ການສັນຈອນເຂົ້າ-ອອກບ້ານຂອງປະຊາຊົນບ້ານນໍ້າຄາລື້ 100 ກວ່າຄອບຄົວ ແມ່ນພົບຄວາມຫຍຸ້ງຍາກ, ແຕ່ປັດຈຸບັນ ຂົວແຫ່ງນີ້ກໍ່ສ້າງສຳເລັດ ຖືວ່າເປັນອີກບາດກ້າວໜຶ່ງໃຫ້ແກ່ປະຊາຊົນບ້ານດັ່ງກ່າວ ໄດ້ມີຂົວຂ້າມນໍ້າ ເຂົ້າ-ອອກ ບ້ານ ແລະ ສັນຈອນໄປ-ມາຫາສູ່ກັນ ແລະ ປ່ຽນຊື້ຂ່າຍໄດ້ທຸກລະດູ ຢ່າງສະດວກສະບາຍ.

ທີ່ມາ: ຂປລ

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...