Homeຂ່າວຕ່າງປະເທດທວນໄຟ SEA Games ແລະ ASEAN Para Games ໄດ້ຮອດ ສປປ ລາວ ແລ້ວ

ທວນໄຟ SEA Games ແລະ ASEAN Para Games ໄດ້ຮອດ ສປປ ລາວ ແລ້ວ

Published on

ທວນໄຟ SEA Games ແລະ ASEAN Para Games ໄດ້ຮອດ ສປປ ລາວ ແລ້ວ ພ້ອມກຽມແຫ່ຂະບວນທວນໄຟໃນນະຄອນຫຼວງວຽງຈັນ.

ຂະບວນການແຫ່ທວນໄຟກຳລັງເຄື່ອນໄຫວເດີນທາງທົ່ວອາຊຽນ ​ເພື່ອ​ສົ່ງ​ເສີມ​ການ​ແຂ່ງຂັນ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ກຳປູ​ເຈຍ ​ເປັນ​ຄັ້ງ​ທຳ​ອິດ​ໃນ​ຮອບ 64 ປີ ໂດຍຂະບວນມີປາຍທາງສຸດທ້າຍຢູ່ລາວ ກ່ອນທີ່ຈະເດີນທາງກັບກຳປູເຈຍໃນວັນທີ 27 ເມສາ ແລະ ຈະມີການເປີດພິທີໃນວັນທີ 5 ພຶດສະພາ.

ທັ້ງນີ້ ທວນໄຟໄດ້ມາເຖິງປະເທດລາວໃນວັນທີ 22 ເມສາ ທີ່ຜ່ານມານີ້ ແລະ ຖືກເກັບໄວ້ທີ່ສະຖານທູດກຳປູເຈຍໃນລາວ ໂດຍຈະມີຂະບວນແຫ່ທີ່ນະຄອນຫຼວງວຽງຈັນໃນວັນທີ 25 ເມສາ 2023.

ຂະບວນແຫ່ທວນໄຟ ເປັນການສະແດງໃຫ້ເຫັນເຖິງການກຽມພ້ອມເປັນເຈົ້າພາບຊີເກມທີ່ກຳປູເຈຍ ແລະ ພ້ອມຕ້ອນຮັບນັກທ່ອງທ່ຽວທີ່ຈະເຂົ້າມາປະເທດກຳປູເຈຍ.

ທີ່ມາ khmertimeskh

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...