spot_img
Homeແຈ້ງການແຈ້ງການ! ຍົກຍ້າຍກິດຈະການອອກ ແລະ ຮື້ຖອນສິ່ງກໍ່ສ້າງອອກຈາກຂອບເຂດສະຫນາມບິນເກົ່າ.

ແຈ້ງການ! ຍົກຍ້າຍກິດຈະການອອກ ແລະ ຮື້ຖອນສິ່ງກໍ່ສ້າງອອກຈາກຂອບເຂດສະຫນາມບິນເກົ່າ.

Published on

ຫ້ອງວ່າການ ເມືອງວັງວຽງ ອອກແຈ້ງການກ່ຽວກັບການໃຫ້ຍົກຍ້າຍກິດຈະການອອກ ແລະ ຮື້ຖອນສິ່ງກໍ່ສ້າງອອກຈາກຂອບເຂດສະຫນາມບິນເກົ່າ.
ອີງຕາມ ສັນຍາສໍາປະທານລົງທຶນໂຄງການພັດທະນາແຫຼ່ງທ່ອງທ່ຽວຄົບວົງຈອນເດີ່ນບິນເກົ່າ ເມືອງວັງວຽງ ສະບັບລົງວັນທີ 13 ກຸມພາ 2018 ລະຫວ່າງ ອົງການປົກຄອງແຂວງວຽງຈັນ ກັບ ບໍລິສັດ ອີຈິນ ວິສະວະກໍາກໍ່ສ້າງລາວ ຈໍາກັດ.

ອີງຕາມ ແຈ້ງການຂອງ ພະແນກແຜນການ ແລະ ການລົງທຶນ ສະບັບເລກທີ 30 /ພຜທ.ວຈ, ລົງວັນທີ 3 ເມສາ 2023.
– ອີງຕາມ ການຊີ້ນໍາຂອງເຈົ້າເມືອງໆວັງວຽງ ຄັ້ງວັນທີ 19 ເມສາ 2023.
ຫ້ອງວ່າການເມືອງວັງວຽງ ຂໍແຈ້ງມາຍັງ ນາຍບ້ານໆວັງວຽງ, ບ້ານສະຫວ່າງ, ບ້ານວຽງແກ້ວ, ບ້ານເມືອງຊອງ ແລະ ບ້ານໂພນເພັງ, ຜູ້ປະກອບການຮ້ານຄ້າ, ຮ້ານອາຫານ, ທຸລະກິດບໍລິການຕ່າງໆ ຢູ່ໃນຂອບເຂດສະຫນາມບິນເກົ່າ ແລະ ພາກສ່ວນທີ່ກ່ຽວຂ້ອງຊາບວ່າ ບໍລິສັດ ອີຈິນ ວິສະວະກໍາກໍ່ສ້າງລາວ ຈໍາກັດ ເຊິ່ງໄດ້ສໍາປະທານພື້ນທີ່ສະຫນາມບິນເກົ່າ ຈະໄດ້ເລີ່ມລົງມືກໍ່ສ້າງແຫຼ່ງທ່ອງທ່ຽວຕາມແຜນການຂອງບໍລິສັດທີ່ໄດ້ວາງໄວ້ໃຫ້ສໍາເລັດໂດຍໄວ. ສະນັ້ນ ຈຶ່ງໃຫ້ ຜູ້ປະກອບການຮ້ານຄ້າ, ຮ້ານອາຫານ ແລະ ບໍລິການຕ່າງໆ ໄດ້ຍົກຍ້າຍກິດຈະການອອກ ພ້ອມທັງຮື້ຖອນສິ່ງກໍ່ສ້າງ ຕ່າງໆ ອອກຈາກພື້ນທີ່ຂອງບໍລິສັດໄດ້ສໍາປະທານນໍາລັດ (ສະຫນາມບິນເກົ່າ) ເລີ່ມແຕ່ວັນທີ 19 ເມສາ 2023 ເປັນຕົ້ນໄປ ແລະ ໃຫ້ສໍາເລັດຊ້າສຸດບໍ່ໃຫ້ກາຍວັນທີ 30 ເມສາ 2023; ຈາກນັ້ນ ບໍລິສັດ ຈະໄດ້ອ້ອມຮົ້ວພື້ນທີ່ດັ່ງກ່າວເພື່ອທໍາການ ກໍ່ສ້າງ; ຫາກວ່າຜູ້ປະກອບການທ່ານໃດບໍ່ຍົກຍ້າຍອອກຕາມກໍານົດເວລາ ເມື່ອໄດ້ຮັບຜົນກະທົບຈາການກໍ່ສ້າງທາງບໍລິສັດຈະບໍ່ຮັບຜິດຊອບຕໍ່ມູນຄ່າເສຍຫາຍໃດໆ.
ດັ່ງນັ້ນ, ຈຶ່ງແຈ້ງມາເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດ.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...