spot_img
Homeຂ່າວພາຍ​ໃນອົງການໄອຍະການປະຊາຊົນສູງສຸດ ອອກຄຳສັ່ງ ດຳເນີນຄະດີ ຜູ້ທີ່ຄອບຄອງ ພືດທີ່ໃຫ້ສານເສບຕິດ

ອົງການໄອຍະການປະຊາຊົນສູງສຸດ ອອກຄຳສັ່ງ ດຳເນີນຄະດີ ຜູ້ທີ່ຄອບຄອງ ພືດທີ່ໃຫ້ສານເສບຕິດ

Published on

ອົງການໄອຍະການປະຊາຊົນສູງສຸດ ອອກຄຳສັ່ງກ່ຽວກັບ ການດຳເນີນຄະດີຕໍ່ການປູກ, ຜະລິດ, ປຸງແຕ່ງ, ຄ້າຂາຍ, ຈຳໜ່າຍ, ຂົນສົ່ງ, ມີໄວ້ໃນການ ຄອບຄອງ, ນຳເຂົ້າ, ສົ່ງອອກ, ເສບ ພືດທີ່ໃຫ້ສານເສບຕິດ ເຊັ່ນ: ໃບກະທ່ອມ, ນໍ້າກະທ່ອມ, ຫຼື ສານລະເຫີຍທີ່ມີສານເສບຕິດອື່ນ ເຊັ່ນ: ປູມເປົ້າອັດແກ໊ສສານໄນຕັດອ໋ອກໄຊ (Nitrous oxide), ຢາສູບໄຟຟ້າ-ຊີຊ່າ (ບາລາດູ).

ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ອອກຄຳສັ່ງ:

1. ໃຫ້ຫົວໜ້າອົງການໄອຍະການປະຊາຊົນທ້ອງຖິ່ນໃນຂອບເຂດທົ່ວປະເທດ ຕິດຕາມກວດກາ ການດຳເນີນຄະດີຢາເສບຕິດ ທີ່ເກີດຂຶ້ນໃນຂອບເຂດຄວາມຮັບຜິດຊອບຂອງຕົນ, ນຳໃຊ້ບັນດາມາດຕະການ ສະກັດກັ້ນໃນການດຳເນີນຄະດີອາຍາກ່ຽວກັບການປູກ, ຜະລິດ, ປຸງແຕ່ງ, ຄ້າຂາຍ, ຈຳໜ່າຍ, ຂົນສົ່ງ, ມີໄວ້ໃນການຄອບຄອງ, ນໍາເຂົ້າ, ສົ່ງອອກ, ເສບ ພືດທີ່ໃຫ້ສານເສບຕິດ ເຊັ່ນ: ໃບກະທ່ອມ, ນໍ້າກະທ່ອມ, ຫຼື ສານລະເຫີຍທີ່ມີສານເສບຕິດອື່ນເຊັ່ນ: ປູມເປົ້າອັດແກ໊ສສານໄນຕັດອ໋ອກໄຊ (Nitrous oxide), ຢາສູບໄຟຟ້າ-ຊີຊ່າ (ບາລາກຸ) ແລະ ອື່ນໆເພື່ອນໍາເອົາຜູ້ກະທໍາຜິດມາລົງໂທດຕາມກົດໝາຍ ຢ່າງເຂັ້ມງວດ ແລະ ເດັດຂາດ.

2. ໃຫ້ຫົວໜ້າອົງການໄອຍະການປະຊາຊົນທ້ອງຖິ່ນ ປະສານສົມທົບກັບເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ເພື່ອຕິດຕາມກວດກາການອອກຄຳສັ່ງເປີດການສືບສວນ-ສອບສວນ, ການກັກຕົວຜູ້ຖືກສົງໄສ, ການຈັບຕົວຜູ້ຖືກຫາ, ການນຳໃຊ້ວິທີການສືບສວນ-ສອບສວນ ດຳເນີນຄະດີ ໃນຂໍ້ຫາ ການປູກ, ຜະລິດ, ປຸງແຕ່ງ, ຄ້າຂາຍ, ຈຳໜ່າຍ, ຂົນສົ່ງ, ມີໄວ້ໃນການຄອບຄອງ, ນຳເຂົ້າ, ສົ່ງອອກຢາເສບຕິດປະເພດຕ່າງໆ,ເສບ ພືດທີ່ໃຫ້ສານເສບຕິດ ເຊັ່ນ: ໃບກະທ່ອມ, ນໍ້າກະທ່ອມ, ຫຼື ສານລະເຫີຍທີ່ມີສານເສບຕິດອື່ນ ເຊັ່ນ: ປູມເປົ້າອັດແກ໊ສສານໄນຕັດອ໋ອກໄຊ (Nitrous oxide), ຢາສູບໄຟຟ້າ-ຊີຊ່າ (ບາລາກູ) ແລະ ອື່ນໆ ໃຫ້ຖືກຕ້ອງຕາມ ກົດໝາຍ.

3. ໃຫ້ຫົວໜ້າອົງການໄອຍະການປະຊາຊົນທ້ອງຖິ່ນ ເພີ່ມທະວີໃນການຕິດຕາມກວດກາການປະຕິບັດ ກົດໝາຍ, ນິຕິກໍາໃຕ້ກົດໝາຍ ແລະ ບັນຫາອື່ນໆ ທີ່ກ່ຽວຂ້ອງເຖິງການແກ້ໄຂບັນຫາຢາເສບຕິດຂອງເຈົ້າໜ້າທີ່ ກ່ຽວຂ້ອງໃຫ້ມີຄວາມເດັດຂາດ ແລະ ເຂັ້ມງວດ, ໂດຍສະເພາະແມ່ນການປະຕິບັດກົດໝາຍຂອງເຈົ້າໜ້າທີ່ ອົງການ ສືບສວນ-ສອບສວນ, ຕ້ອງຮັບປະກັນເຮັດໃຫ້ທຸກຂັ້ນຕອນຂອງການດໍາເນີນຄະດີຢາເສບຕິດ ມີຄວາມໂປ່ງໃສແລະ ຍຸຕິທໍາ ຕາມກົດໝາຍ.
ຄໍາສັ່ງສະບັບນີ້ ມີຜົນສັກສິດນັບແຕ່ວັນທີລົງລາຍເຊັນ ເປັນຕົ້ນໄປ

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...