Homeຂ່າວພາຍ​ໃນຜູ້ຖືກຫາຄະດີຕຳແລ້ວໜີເຂົ້າມອບຕົວກັບຕຳຫຼວດແລ້ວ

ຜູ້ຖືກຫາຄະດີຕຳແລ້ວໜີເຂົ້າມອບຕົວກັບຕຳຫຼວດແລ້ວ

Published on

ໃນວັນທີ 30 ມີນາ 2023 ຜ່ານມານີ້ ເກີດອຸບັດຕິເຫດລົດໃຫຍ່ຕໍາກັບລົດຈັກ ຢູ່ເສັ້ນທາງບ້ານຊໍາເກດ ເມືອງສີໂຄດ ຕະບອງ ນະຄອນຫຼວງວຽງຈັນ ເຮັດໃຫ້ຜູ້ຂັບຂີ່ລົດຈັກເສຍຊີວິດຄາທີ່ 1 ຄົນ ສ່ວນຜູ້ຂັບຂີ່ລົດໃຫຍ່ໄດ້ເອົາຕົວໜີ ໄປ.

ຫຼ້າສຸດ ໃນວັນທີ 4 ເມສາ 2023 ທ່ານ ພັທ ເດດລືຊາ ໄຊຍະສານ ຮອງຫົວຫນ້າພະແນກຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ໄດ້ສໍາພາດຜ່ານລາຍການຂັບຂີ່ປອດໄພ ວ່າ: ຕໍ່ກັບເຫດການດັ່ງກ່າວ ພາຍຫຼັງທີ່ ເຈົ້າໜ້າທີ່ໄດ້ລົງໄປວັດແທກ ແລະ ເກັບກໍາຂໍ້ມູນຢູ່ຈຸດເກີດເຫດ, ພົບເຫັນຜູ້ເສຍຊີວິດ 1 ຄົນ ເພດຍິງ ແລະ ພາຫະນະລົດຈັກເປ່ເພ, ສ່ວນຜູ້ຂັບຂີ່ລົດໃຫຍ່ແມ່ນຂັບອອກໄປອອກໄປຈາກຈຸດເກີດເຫດປະມານ 3 ກິໂລແມັດ ແຕ່ລົດເປ່ເພຫຼາຍບໍ່ສາມາດແລ່ນເຄື່ອນໄຫວໄປໄດ້ ຈຶ່ງຈອດລົດປະໄວ້ ແລ້ວເອົາຕົວລົບໜີໄປ.

ຕໍ່ມາວັນທີ 31 ມີນາ 2023 ເຈົ້າຫນ້າທີ່ໄດ້ນໍາເອົາຂໍ້ມູນລົດຄັນດັ່ງກ່າວມາກວດສອບ ແລ້ວປະສານຫາເຈົ້າຂອງ ລົດ ແລະ ເຈົ້າຂອງລົດໄດ້ແຈ້ງຕໍ່ເຈົ້າໜ້າທີ່ວ່າ: ຕົນບໍ່ແມ່ນຜູ້ຂັບຂີ່ລົດຄັນດັ່ງກ່າວໃນຄືນເກີດເຫດ ດັ່ງນັ້ນ ເຈົ້າຂອງລົດຈຶ່ງໄດ້ໃຫ້ຄວາມຮ່ວມມື ພ້ອມນໍາຕົວບຸກຄົນທີ່ຂັບຂີ່ລົດຄັນດັ່ງກ່າວ ເປັນເພດຊາຍ ເຂົ້າມອບຕົວກັບ ເຈົ້າໜ້າທີ່ ເພື່ອດໍາເນີນການສືບສວນ-ສອບສວນ ແລະ ດໍາເນີນຄະດີຕາມລະບຽບກົດໝາຍ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...