Homeຂ່າວພາຍ​ໃນປະທານສະພາແຫ່ງຊາດ ເຄື່ອນໄຫວຢ້ຽມຢາມ ບໍລິສັດ ໄຟຟ້ານໍ້າເທີນ 1 ຈຳກັດ

ປະທານສະພາແຫ່ງຊາດ ເຄື່ອນໄຫວຢ້ຽມຢາມ ບໍລິສັດ ໄຟຟ້ານໍ້າເທີນ 1 ຈຳກັດ

Published on

ໃນວັນທີ 24 ມີນາ 2023 ຜ່ານມາ, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມບໍລິສັດ ໄຟຟ້ານໍ້າເທີນ1 ຈໍາກັດ ຢູ່ເມືອງປາກກະດິງ ແຂວງບໍລິຄໍາໄຊ ໂດຍໄດ້ຮັບຟັງການລາຍງານວຽກງານໂຄງການເຂື່ອນໄຟຟ້ານໍ້າເທີນ1 ໂດຍຫຍໍ້. ພ້ອມນີ້, ຄະນະຕິດຕາມ ໄດ້ມີຄໍາຖາມເຈາະຈີ້ມ ແລະ ແລກປ່ຽນຄຳຄິດຄໍາເຫັນເຊິ່ງກັນ ແລະ ກັນ.

ໂອກາດນີ້, ທ່ານປະທານສະພາແຫ່ງຊາດ ໄດ້ມີຄໍາເຫັນ ເພື່ອໃຫ້ທິດຊີ້ນໍາຕໍ່ບໍລິສັດດັ່ງກ່າວ ເຊິ່ງກ່ອນອື່ນ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດບັນດາກິດຈະກຳຂອງບໍລິສັດດັ່ງກ່າວ ແລະ ມີຄໍາເຫັນເນັ້ນຕໍ່ບໍລິ ສັດ ເອົາໃຈໃສ່ບັນຫາຜົນກະທົບຕໍ່ສິ່ງແວດລ້ອມ, ການຈັດສັນທີ່ຢູ່ອາໄສໃຫ້ປະຊາຊົນ, ການສ້າງວຽກເຮັດງານທຳ, ການທ່ອງທ່ຽວ, ການສ້າງບຸກຄະລາກອນສືບທອດ. ຈາກນັ້ນ, ຄະນະ ກໍໄດ້ຢ້ຽມຊົມພື້ນທີ່ໂຄງການຕົວຈິງ.

ທີ່ມາ: ປະເທດລາວ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...