ເບຍຜົງເຢຍລະມັນ ຫຼຸດການປ່ອຍກາສ ຈາກການສົ່ງອອກເບຍ

0
1041

ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 21 ມີນາ 2023 ຜ່ານມານີ້, ໂຮງງານເບຍໃນເຢຍລະມັນ ຕາເວັນອອກໄດ້ ໄດ້ພັດທະນາ ເບຍໃນຮູບແບບຜົງ ເພື່ອຫຼຸດການປ່ອຍກາສ ໃນປະລິມານທີ່ຫຼາຍມາຈາກການສົ່ງອອກເບຍ.

ທ່ານ ສະເຕຟານ ຟິດເຊ ຜູ້ຈັດການທົ່ວໄປຂອງໂຮງງານເບຍ (Klosterbrauerei Neuzelle) ໄດ້ກ່າວວ່າ:ເຮົາສາມາດຫຼຸດການປ່ອຍກາສຈ ຈາກການຂົນສົ່ງໄດ້ ແລະ ຖ້າທັງໂລກເຮັດໄດ້ກໍຈະສາມາດຫຼຸດໄດ້ຢ່າງຫຼວງຫຼາຍ ແລະ ຜົງເບຍຈະເຮັດໃຫ້ ນ້ຳ, ແກ້ວ, ລັງ ແລະ ຖັງ ເປັນສິງຫຼ້າສະໄໝໃນການຂົນສົ່ງເບຍລະຫວ່າງປະເທດ ເຊິ່ງມັນຈະຊ່ວຍຫຼຸດນ້ຳໜັກ ແລະ ການສິ້ນເປືອງເຊື້ອໄຟໃນການຂົນສົ່ງ. ເຊິ່ງການທົດລອງລົດຊາດຂອງຜົງເບຍມີແນວໂນ້ມທີ່ດີ ແລະ ມີວິທີການເຮັດຈະຕ້ອງໃຊ້ຜົງເບຍ 2-3 ບ່ວງ ຄົນປະສົມກັບນ້ຳ ກໍສາມາດເປັນເບຍທີ່ຮັບປະທານໄດ້.

ນອກຈາກນີ້ ຍັງມີເບຍຜົງທີ່ບໍ່ມີທາດເອວກໍຮໍ ເຊິ່ງກຳຳລັງຢູ່ໃນຂັ້ນຕອນສຸດທ້າຍຂອງການພັດທະນາ ຫຼັງຈາກການວິໄຈ 2 ປີ ແລະ ຄາດວ່າຈະມີຜະລິດຕະພັນ ທີ່ພ້ອມອອກສູ່ຕະຫຼາດພາຍໃນທ້າຍປີ 2023 ນີ້.

ແຫຼ່ງຂ່າວ: ຂ່າວອອນລາຍ 7HD