Homeຂ່າວຕ່າງປະເທດຕຳຫຼວດ ປ່ວຍທາງຈິດ ກໍ່ເຫດກາດຍິງ ເຂດຊຸມຊົນ

ຕຳຫຼວດ ປ່ວຍທາງຈິດ ກໍ່ເຫດກາດຍິງ ເຂດຊຸມຊົນ

Published on

ອີງຕາມສຳນັກຂ່າວໄທ ລາຍງານໃນວັນທີ 14 ມີນາ 2023 ຜ່ານມາ: ໃນເວລາ 11:00 ນາທີ ຕຳຫຼວດໄດ້ຮັບແຈ້ງເກີດເຫດການຕຳຫຼວດ ປ່ວຍທາງຈິດ ກໍ່ເຫດກາດຍິງ ພາຍໃນໝູ່ບ້ານໝັ້ນຄົງ 2 ແຂວງສາຍໄໝ ເຂດສາຍໄໝ ກຸງເທບ ປະເທດໄທ ເຊິ່ງຕຳຫຼວດຕ້ອງໄດ້ຈັັດຫາທີ່ພັກໃຫ້ກັບຊາວບ້ານ ແລະ ອົບພະຍົບໄປໃນທີ່ປອດໄພ ເນື່ອງຈາກເຈົ້າໜ້າທີ່ຍັງບໍ່ສາມາດເຂົ້າຄຸມຕົວຜູ້ກໍ່ເຫດໄດ້ ໂດຍຜ່ານມາແລ້ວ 24 ຊົ່ວໂມງ.

ໃນການປະຕິບັດໜາ້ທີໃນຄັ້ງນີ້ ມີໜ່ວຍປະຕິບັດການພິເສດອະຮິນທະຣາດ ແລະ ໜ່ວຍຫະນຸມານກອງປາບ ປິດລ້ອມພື້ນທີ່ຄວບຄຸມ ເຊິ່ງຜູ້ກໍ່ເຫດແມ່ນ ພົນຕຳຫຼວດໂທ ກິດຕິການ ສັງກັດສສູນພັດທະນາດ້ານການຂ່າວສັນຕິບານ, ຫຼັງການເຈລະຈາບໍ່ເປັນຜົນເຈົ້າໜ້າທີ່ລະດົມຍິງກ້າສນ້ຳຕາ ແລະ ສະຕັ້ນບອມ (ລະເບີດສຽງ) ເພື່ອເຂົ້າຈັບກຸມ.

ທັງນີ້ມີລາຍງານວ່າ: ກ່ອນເກີດເຫດຜູ້ກ່ຽວໄດ້ຊື້ກະສຸນປືນ 2 ກ່ອງ ກ່ອງລະ 50 ນັດ ຕັ້ງແຕ່ເກີດເຫດຍງໄປແລ້ວຈຳນວນຫຼາຍຄາດວ່າເຫຼືອກະສຸນປືນອີກບໍ່ດົນກໍຈະໝົດ.

ທີ່ມາ: ຂ່າວຊ່ອງ 7

ບົດຄວາມຫຼ້າສຸດ

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...