Homeຂ່າວພາຍ​ໃນປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະໄດ້ມາເຄື່ອນໄຫວ, ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຜົ້ງສາລີ

ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະໄດ້ມາເຄື່ອນໄຫວ, ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຜົ້ງສາລີ

Published on

ໃນວັນທີ 13 ມີນາ 2023 ນີ້, ທ່ານ ປອ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະໄດ້ມາເຄື່ອນໄຫວ, ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຜົ້ງສາລີ.​ ໂອກາດນີ້, ກໍ່ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຜົ້ງສາລີ ພ້ອມດ້ວຍການນຳຂອງແຂວງ ແລະ ການນຳສະພາປະຊາຊົນແຂວງ ຢູ່ທີ່ສະໜາມບີນຂອງເມືອງບຸນເໜືອ.

ຈຸດປະສົງການມາເຄືອນໄຫວຂອງປະທານສະພາແຫ່ງຊາດ ຄັ້ງນີ່ແມ່ນເພື່ອມາຢ້ຽມຢາມແຂວງຜົ້ງສາລີ, ທັງພົບປະ ແລະ ໂອ້ລົມ ພະນັກງານຫຼັກແຫຼ່ງຂອງແຂວງ, ລົງຢ້ຽມຢາມພື້ນຖານການຜະລິດລະດູແລ້ງຢູ່ເຂດບ້ານຊຽງຟ້າ ແລະ ໂຮງງານຜະລິດຢາສູບ ທີ່ບ້ານພຽງໄຊເມືອງບຸນເໜືອ,​ ຢ້ຽມຊົມການພັດທະນາຕົວເມືອງຂອງເທດສະບານແຂວງໃໝ່ ພ້ອມທັງໄປເຄື່ອນໄຫວວຽກງານຢູ່ເມືອງສຳພັນ ແລະ ພົບປະໂອ້ລົມພະນັກງານຫຼັກແຫລ່ງຂອງເມືອງຕື່ມອີກ.

ການມາເຄື່ອນໄຫວຂອງທ່ານ ປອ ໄຊສົມພອນພົມວິຫານ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະຄັ້ງນີ້ແມ່ນຈະຮອດວັນທີ 16 ມີນາ 2023 ຈຶ່ງຈະສຳເລັດ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...