Homeຂ່າວທ້ອງຖິ່ນໂສມ ນັບມື້ສ້າງລາຍຮັບທີ່ດີ ໃຫ້ປະຊາຊົນເມືອງດາກຈຶງ

ໂສມ ນັບມື້ສ້າງລາຍຮັບທີ່ດີ ໃຫ້ປະຊາຊົນເມືອງດາກຈຶງ

Published on

ອີງຕາມການລາຍງານຂອງເພຈຂ່າວເຊກອງວັນນີ້ ໃນວັນທີ 8 ມີນາ 2023 ໃຫ້ຮູ້ວ່າ: ​ທ່ານ ເຫລັກໄຫລ ສີວິໄລ, ເຈົ້າແຂວງເຊກອງ ໄດ້ຍົກໃຫ້ເຫັນສະພາບການປູກພືດເປັນສິນຄ້າຢູ່ພາຍໃນ ແຂວງເຊກອງ ມາຮອດປັດຈຸບັນ ນັບມື້ເປັນຂະບວນການກວ້າງຂວາງ ແລະ ມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຮັດໃຫ້ແຂວງມີຫລາຍສິນຄ້າສົ່ງອອກ.

ເປັນຕົ້ນກໍຄື ການປູກໂສມຂອງປະຊາຊົນພາຍໃນ ເມືອງດາກຈຶງ ທີ່ນັບມື້ເປັນຂະບວນກວ້າງຂວາງ ແລະ ຟົດຟື້ນ. ປັດຈຸບັນ ມີປະຊາຊົນ 9 ບ້ານ, ຈໍານວນ 336 ຄອບຄົວ ທີ່ຖືເອົາການປູກໂສມເປັນສິນຄ້າ ເຊີ່ງມີເນື້ອທີ່ລວມກັນທັງໝົດ 288,5 ເຮັກຕາ.

​ທ່ານໃຫ້ຮູ້ຕື່ມວ່າ: ມາຮອດປັດຈຸບັນ ໂສມທີ່ປູກຢູ່ເມືອງດາກຈຶງ ກໍຄື ແຂວງເຊກອງ ສາມາດສ້າງເປັນຫລາຍຜະລິດຕະພັນເພື່ອສົ່ງອອກ ເປັນຕົ້ນ: ເຫລົ້າໂສມ, ຊາໂສມ, ໂສມສະກັດ, ໂສມແຫ້ງ ແລະ ສະບູໂສມ. ໃນນີ້ ສະເພາະ ປີ 2022 ຜ່ານມາ ສາມາດຈໍາໜ່າຍໂສມໄດ້ລວມກັນບໍ່ຫລຸດ 30 ຕື້ກີບ, ສະເລ່ຍໄດ້ປະມານ 90 ລ້ານກີບ ຕໍ່ ຄອບຄົວຕໍ່ປີ ເຮັດໃຫ້ໂສມກາຍເປັນສິນຄ້າທີ່ສໍາຄັນໃນການສ້າງລາຍຮັບໃຫ້ປະຊາຊົນ ແລະ ຄາດໝາຍການປູກພືດຊະນິດດັ່ງກ່າວຈະນັບມື້ເພີ່ມຂຶ້ນໃນຕໍ່ໜ້າ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...