spot_img
Homeຂ່າວທ້ອງຖິ່ນແຈ້ງການ! ປະກອບສວນທືນສົມທົບການຈັດງານເທດສະການບຸນຜີໂຂນ

ແຈ້ງການ! ປະກອບສວນທືນສົມທົບການຈັດງານເທດສະການບຸນຜີໂຂນ

Published on

ເມືອງປາກລາຍ ແຂວງໄຊຍະບູລີ ອອກແຈ້ງການກ່ຽວກັບການ ປະກອບສວນທືນສົມທົບການຈັດງານເທດສະການບຸນຜີໂຂນປະຈໍາປີ 2023 ເຊົິ່ງມີລາຍລະອຽດດັ່ງນີ້:


ອີງຕາມ ກົດຫມາຍ ວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ )ສະບັບເລກທີ 68/ສພຊ, ລົງວັນທີ 14 ທັນວາ 2015 ພາກທີ IV, ຫມວດທີ 4, ມາດຕາ 40 ວ່າດ້ວຍສິດ ແລະ ຫນ້າທີ່ຂອງເຈົ້າເມືອງ. ອີງຕາມ ການຕົກລົງເຫັນດີເປັນເອກະພາບໃນກອງປະຊຸມສາມັນປະຈໍາເດືອນຂອຄະນະປະຈໍາພັກເມືອງ ຄັ້ງວັນທີ 22 ກຸມພາ 2023.
ເຈົ້າເມືອງ ປາກລາຍ ຂໍຖືເປັນກຽດແຈ້ງມາຍັງບັນດທານຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວຫນ້າຫ້ອງການ, ອົງການ ແລະ ກົມກອງ ພາຍໃນເມືອງ ຊາບວ່າ: ເພື່ອເປັນການປະກອບສ່ວນຊຸກຍູ້ ການຈັດ ງານເທດສະການບຸນຜີໂຂນ ປະຈໍາປີ 2023 ເຊິ່ງປີນີ້ໄດ້ຈັດໃຫຍ່ ແລະ ມີຫຼາຍກິດຈະກໍາທີ່ຈະໄດ້ມອບເປັນລາງວັນ
ແລະ ໄດ້ກໍານົດອັດຕາການປະກອບສ່ວນ ມີລາຍລະອຽດລຸ່ມນີ້:
1. ການນໍາຂອງເມືອງ, ຂະແຫນງການ, ພະນັກງານຂັ້ນເມືອງ ໃຫ້ປະກອບສ່ວນ:
– ຄະນະປະຈໍາພັກເມືອງ                                        150.000 ກີບ
– ຫົວຫນ້າຫ້ອງການຂັ້ນເມືອງ ຫຼື ຕໍາແຫນ່ງທຽບເທົ່າ          100.000 ກີບ
– ຮອງຫົວຫນ້າຫ້ອງການຂັ້ນເມືອງ ຫຼື ຕໍາແຫນ່ງທຽບເທົ່າ       80.000 ກີບ
– ຫົວຫນ້າຫນ່ວຍງານ ຫຼື ຕໍາແຫນ່ງທຽບເທົ່າ                    60.000 ກີບ
– ຮອງຫົວຫນ້າຫນ່ວຍງານຂັ້ນເມືອງ ຫຼື ຕໍາແຫນ່ງທຽບເທົ່າ     40.000 ກີບ
– ພະນັກງານ-ລັດຖະກອນ                                       30.000 ກີບ
2. ກໍາລັງປະກອບອາວຸດ, ທະຫານ, ຕໍາຫຼວດ:
– ຊັ້ນພັນໂທ                                                    100.000 ກີບ
– ຊັ້ນພັນຕີ                                                       80.000 ກີບ
– ຊັ້ນຮ້ອຍເອກ                                                   60.000 ກີບ
– ຊັ້ນຮ້ອຍໂທ                                                     40.000 ກີບ                                                  – ຊັ້ນຮ້ອຍຕີລົງມາ                                                30.000 ກີບ

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...