spot_img
Homeຂ່າວຕ່າງປະເທດຢຸດຕິພາລະກິດກາຄົ້ນຫາ ແລະ ກູ້ໄພ ແຜ່ນດິນໄຫວຕວັກກີ-ຊີເຣຍ

ຢຸດຕິພາລະກິດກາຄົ້ນຫາ ແລະ ກູ້ໄພ ແຜ່ນດິນໄຫວຕວັກກີ-ຊີເຣຍ

Published on

ເຫດການແຜ່ນດິນ​ໄຫວ​ຂະໜາດ​ໃຫຍ່​ໃນຕວັກກີ ​ແລະ​ ຊີ​ເຣຍ ​ເປັນ​ເວລາຄົບ 2 ອາທິດ​ແລ້ວ ຈຳນວນ​ຜູ້​ເສຍ​ຊີວິດ​ໄດ້​ເກີນ 46,000 ຄົນ ຫຼ້າສຸດໜ່ວຍງານດ້ານໄພພິບັດຂອງຕວັກກີ ຢຸດຕິພາລະກິດຄົ້ນຫາ ແລະ ກູ້ໄພແລ້ວ ຍົກເວັ້ນ 2 ເມືອງທີ່ໄດ້ຮັບຄວາມເສຍຫາຍຮ້າຍແຮງທີ່ສຸດ.

​ຫົວໜ້າ​ອົງການ​ຄຸ້ມ​ຄອງ​ສຸກ​ເສີນ ​ແລະ ​ໄພພິບັດ​ຂອງ​ຕວັກກີ ປະກາດຢຸດຕິພາລະກິດຄົ້ນຫາ ແລະ ກູ້ໄພ ຫຼັງ​ຈາກ​ບໍ່​ມີລາຍງານ​ຜູ້​ລອດ​ຊີວິດ​​ໃນ 24 ຊົ່ວ​ໂມງ​ທີ່​ຜ່ານ​ມາ ຍົກເວັ້ນເມືອງ ຄາຣາມານມາຣັດ Kahramanmaras ແລະ ເມືອງ ຣາຕິ Hatai, ເຊິ່ງເປັນເຂດທີ່ໄດ້ຮັບຜົນກະທົບຮ້າຍແຮງທີ່ສຸດ ແລະ ການຄົ້ນຫາຍັງສືບຕໍ່ ຍັງ​ມີ​ຊາກ​ຫັກ​ພັງ​ອີກ​ປະມານ 40 ​ແຫ່ງ​ທີ່​ລໍຖ້າ​ການ​ສຳ​ຫລວດ​ຜູ້​ລອດ​ຊີວິດ ເຖິງແມ່ນວ່າໂອກາດເກືອບຈະບໍ່ມີກໍຕາມ.

ສໍາລັບຜູ້ລອດຊີວິລາຍຫຼ້າສຸດທີ່ພົບເຫັນ ນັ້ນ​ແມ່ນ​ຄືນ​ວັນ​ເສົາ​ທີ່​ຜ່ານ​ມາ​ຕາມ​ເວລາ​ທ້ອງ​ຖິ່ນຄື: ແມ່​ຍິງ​ຄົນ​ໜຶ່ງ ແລະ ​ຜູ້​ຊາຍ​ຄົນ​ໜຶ່ງ​ຕິດ​ຢູ່​ໃຕ້​ຊາກ​ຫັກ​ພັງ​ເປັນ​ເວ​ລາ 296 ຊົ່ວ​ໂມງ, ຫຼາຍກວ່າ 12 ມື້, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ລວມ​ທັງ​ຢູ່​ໃນ​ຊີ​ຣີ ແລະ ຕວກ​ກີ ແມ່ນ​ຫຼາຍ​ກວ່າ 46,000 ຄົນ.

ສຳລັບບັນຫາທີ່ເກີດຂື້ນໃນປັດຈຸບັນແມ່ນການຂາດແຄນວັດຖຸດິບ ບໍ່ວ່າຈະເປັນອາຫານ ຫຼື ໂຄງເຫຼັກ ແລະ ຜ້າໃບ ​ແຕ່​ສາມາດ​ຜະລິດ​ຜ້າ​ເຕັ້ນ​ໄດ້​ພຽງ 50 ​ໂຕ​ຕໍ່​ມື້, ​ເຊິ່ງບໍ່​ພຽງພໍ​ກັບ​ຄວາມ​ຕ້ອງການ ລາຄາຂາຍຂອງເຕັ້ນນອນ ທີ່ຜະລິດໃນຊີເຣຍແມ່ນລະຫວ່າງ 2 ລ້ານກີບ ຫາ 4 ລ້ານກີບ ມັນຕ່ໍາກວ່າເຕັ້ນນອນທີ່ສັ່ງໂດຍອົງການຈັດຕັ້ງມະນຸດສະທໍາ, ແຕ່ວ່າມັນເປັນທາງເລືອກດຽວທີ່ຈະແກ້ໄຂບັນຫາການຂາດແຄນເຕັ້ນນອນໄດ້.

ທີ່ມາ: Thai PBS

ບົດຄວາມຫຼ້າສຸດ

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...