spot_img
Homeຂ່າວຕ່າງປະເທດນອນທັບສາຍສາກເສຍຊີວິດຄາຫ້ອງແຖວ

ນອນທັບສາຍສາກເສຍຊີວິດຄາຫ້ອງແຖວ

Published on

ຊາຍອາຍຸ 43 ປີ ນອນທັບສາຍສາກໂທລະສັບທີ່ສຽບສາຍໄຟໄວ້ ໝູ່ເຫັນວ່າບໍ່ໄປເຮັດວຽກເລີຍມາຊອກ ປາກົດນອນຂວ້ຳໜ້າຢູ່.

ວັນທີ 12 ກຸມພາ 2023 ເວລາປະມານ 15:00 ໂມງ ເຈົ້າໜ້າທີ່ໄດ້ຮັບແຈ້ງມາວ່າ ມີຜູ້ເສຍຊີວິດພາຍໃນຫ້ອງແຖວແຫ່ງໜຶ່ງ ໃນແຂວງຊົນບູລີ ປະເທດໄທ ພາຍຫຼັງທີ່ເຈົ້າໜ້າທີ່ມາກວດສອບພົບວ່າ ຜູ້ເສຍຊີວິດ ຊື່ທ້າວ ສົມຍົດ ອາຍຸ 43 ປີ ນອນຕະແຄງຊ້າຍເສຍຊີວິດ ໂດຍມີເລືອດໄຫຼເປື້ອນບ່ອນນອນ ມີມືຊ້າຍທັບສາຍສາກໂທລະສັບທີ່ສຽບໄຟໄວ້ຢູ່ ເຊິ່ງຄາດວ່າເສຍຊີວິດຢ່າງຕ່ຳ 16 ຊົ່ວໂມງ.

ຈາກການສອບຖາມແມ່ຂອງຜູ້ເສຍຊີວິດ ໄດ້ເລົ່າວ່າ: ໝູ່ຂອງຜູ້ເສຍຊີວິດມາຫາ ເພື່ອມາຖາມວ່າເປັນຫຍັງຄືບໍ່ໄປເຮັດວຽກ ພໍມາເບິ່ງກໍເຫັນເສຍຊີວິດແລ້ວ ຫຼັງຈາກນັ້ນຈຶ່ງມາເອີ້ນຕົນເອງ ແລະ ແຈ້ງເຈົ້າໜ້າທີ່ ຈຶ່ງຮູ້ວ່າລູກຊາຍນອນຂວ້ຳໜ້າທັບສາຍສາກໂທລະສັບເສຍຊີວິດແລ້ວ ແລະ ຕົນເອງກໍຄາດວ່າອາດຈະເກີດຂຶ້ນຈາກສາຍສາກໂທລະສັບເຊັ່ນກັນ.

ຈາກການກວດສອບເບື້ອງຕົ້ນ ຄາດວ່າສາເຫດມາຈາກນອນທັບສາຍສາກຈົນຖືກໄຟຊັອດເສຍຊີວິດ ເພາະພົບວ່າລຳຕົວທີ່ທັບສາຍສາກມີຮອຍໄໝ້.

ແຫຼ່ງຂ່າວ Thairath

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...