spot_img
Homeຂ່າວການພັດທະນາລັດສຸມທຶນແລ້ວ 5 ຮ້ອຍກວ່າຕື້ ໃສ່ເປົ້າໝາຍເຮັດທົດລອງວຽກງານ 3 ສ້າງ

ລັດສຸມທຶນແລ້ວ 5 ຮ້ອຍກວ່າຕື້ ໃສ່ເປົ້າໝາຍເຮັດທົດລອງວຽກງານ 3 ສ້າງ

Published on

f86c376cca8d411b09b33e27dff9eb5f

 

ລັດ­ຖະ­ບານ​ໄດ້​ສຸມ​ທຶນ­ຮອນ​ແລ້ວ 5 ຮ້ອຍ​ກວ່າ​ຕື້​ກີບ ເພື່ອ​ນຳ​ໃຊ້​ເຂົ້າ​ໃນການ​ກໍ່­ສ້າງ​ພື້ນ­ຖານ​ໂຄງ​ລ່າງ ແລະ ປ່ອຍ​ສິນ​ເຊື່ອ

​ທະ­ນາ­ຄານ ​ເຂົ້າ​ຊຸກ­ຍູ້​ສົ່ງເສີມ​ການ​ຜະ­ລິດ​ເປັນ​ສິນ­ຄ້າ​ຂອງ​ປະ­ຊາຊົນ​ບັນ­ດາ­ເຜົ່າ​ໃນ 50 ກວ່າ​ເມືອງ ແລະ 100 ບ້ານ​ພາຍ

​ໃຕ້​ນະ­ໂຍ­ບາຍ​ເຮັດ​ທົດລອງ 3 ສ້າງ ໃນ​ຈຳ­ນວນ​ທັງ​ໝົດ​ເກືອບພັນ​ໂຄງ­ການ.

 

ເມື່ອ​ວັນ​ທີ 24 ພະ­ຈິກ 2014 ທີ່​ນະຄອນ​ຫຼວງ​ວຽງ​ຈັນ ໄດ້​ມີ​ການ​ຈັດ​ກອງ​ປະ­ຊຸມ​ສະ­ຫຼຸບ​ຕີ​ລີ​ຄາ​ຖອດ​ຖອນ​ບົດ­ຮຽນ​ການ​ເຮັດ​

ທົດ​ລອງ 3 ສ້າງ​ທົ່ວ​ປະ­ເທດ ໂດຍ​ການ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ ສະຫາຍ ຈູມ​ມາ­ລີ ໄຊ​ຍະ​ສອນ ເລ­ຂາ­ທິ­ການໃຫຍ່​ຄະ­ນະ​ບໍ­ລິ­

ຫານ​ງານ​ສູນ​ກາງ​ພັກ, ປະທານ​ປະ­ເທດ, ສະ­ຫາຍ ບຸນ​ຍັງ ວໍ­ລະ​ຈິດ ຜູ້​ປະ­ຈຳ­ການ​ຄະ­ນະ​ເລ­ຂາ­ທິ­ການ​ສູນກາງ​ພັກ, ຮອງ​ປະ

­ທານ​ປະ­ເທດ, ຫົວ­ໜ້າຄະ­ນະ​ຊີ້​ນຳ​ເຮັດ​ທົດ​ລອງ​ວຽກ​ງານ 3 ສ້າງ ພ້ອມ​ນີ້ ກໍ​ມີ​ບັນ­ດາ​ສະ­ຫາຍ​ກຳ​ມະການ​ກົມ​ການ­ເມືອງ,

ຄະ­ນະ​ເລ­ຂາ​ສູນກາງ​ພັກ ຕະ­ຫຼອດ​ຮອດ​ບັນ­ດາ​ຜູ້​ແທນຈາກ​ສູນ​ກາງ ແລະ ທ້ອງ­ຖິ່ນ​ເຂົ້າ​ຮ່ວມ.

 

ສະ­ຫາຍ ບຸນ​ຍັງ ວໍ­ລະ​ຈິດ ມີ​ຄຳເຫັນ​ບາງ​ຕອນ​ໃນ​ຂະ­ນະ​ທີ່​ກ່າວ​ເປີດກອງ​ປະ­ຊຸມ​ເປັນ​ທາງ​ການ​ວ່າ: ຜ່ານມາ​ເຖິງ​ຈະ​ເປັນ​ເວ

­ລາ​ອັນ​ສັ້ນ​ທີ່​ມີ​ທັງ​ຂໍ້ສະ­ດວກ ແລະ ສີ່ງ​ທ້າ​ທາຍ​ຫຼາຍ​ຢ່າງກໍ​ຕາມ ແຕ່​ດ້ວຍ​ການ​ຊີ້​ນຳ-ນຳ­ພາ​ຢ່າງເປັນ​ປະ­ຈຳ, ແທດ​ເຖິງ​ຂອງ

​ກົມ​ການເມືອງ ແລະ ຄະ­ນະ​ເລ­ຂາ­ທິ­ການ​ສູນ​ກາງພັກ​ບວກ​ໃສ່​ຄວາມ​ບຸກ​ບືນ​ສູ້​ຊົນ​ຂອງ​ທຸກຂະ­ແໜງ­ການ, ອົງ­ການ ແລະ

ທ້ອງຖິ່ນ ​ເປັນ­ຕົ້ນ​ແມ່ນຄະ­ນະ​ຊີ້​ນຳ​ວຽກ​ງານ 3 ສ້າງກໍ​ຄື​ການ​ສະ­ໜັບ­ສະ­ໜູນ ແລະ ເຂົ້າ​ຮ່ວມ​ຂອງ​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ

ແລະ ຊັ້ນ​ຄົນ​ຕ່າງໆ ໄດ້​ເຮັດ​ໃຫ້­ການ​ຈັດຕັ້ງ​ປະ­ຕິ­ບັດ​ວຽກ​ງານ 3 ສ້າງກາຍເປັນ​ຂະ​ບວນ​ການ​ກະ­ທຳ​ປະ­ຕິ­ບັດ​ຕົວຈິງ​ຢ່າງ​

ແຂງ­ແຮງ ແລະ ຟົດ­ຟື້ນ​ໃນຂອບ​ເຂດ​ທົ່ວ​ປະ­ເທດ.

 

ສິ່ງ​ເຫຼົ່າ­ນັ້ນ ສະ­ຫາຍ ບຸນ​ຍັງ ວໍ­ລະ​ຈິດ ລະ­ບຸ​ວ່າ: ໄດ້​ເຮັດ​ໃຫ້ 51 ເມືອງ ແລະ 109 ບ້ານ​ເປົ້າ​ໝາຍ​ເຮັດ​ທົດ​ລອງ​ມີ​ການ​ຫັນ­ປ່ຽນ

​ໃໝ່​ທີ່​ຕັ້ງ­ໜ້າ, ລະ­ບົບການ­ເມືອງ​ຢູ່​ບ້ານ​ໄດ້​ຮັບ​ການ​ປັບ­ປຸງຢ່າງ​ໜັກ​ແໜ້ນ ເສດ­ຖະ­ກິດ-ສັງ­ຄົມ​ໄດ້  ຮັບ​ການ​ພັດ­ທະ­ນາ​

ເກີດ​ມີ​ໜໍ່​ແໜງ​ຕົວແບບ​ໃໝ່​ໃນ​ການ​ຜະ­ລິດ​ເປັນ​ສິນ­ຄ້າ ການ​ແກ້​ໄຂ​ຄວາມ­ທຸກ​ຍາກ​ໄດ້​ມີ​ຄວາມຄືບ​ໜ້າ​ຢ່າງ​ຕໍ່​ເນື່ອງຊີ­

ວິດ​ການ​ເປັນ​ຢູ່ທາງ​ດ້ານ​ວັດ­ຖຸ ແລະ ຈິດ­ໃຈ​ຂອງ​ປະ­ຊາຊົນ​ບັນ­ດາ­ເຜົ່າ​ໄດ້​ຮັບ​ການ​ປັບ­ປຸງ​ໃຫ້​ດີຂຶ້ນ​ເທື່ອ​ລະກ້າວ.

 

ຂະ­ນະ​ທີ່ ສະ­ຫາຍ ຈັນ​ສີ ໂພ​ສີ­ຄຳ ຄະ­ນະ​ເລ­ຂາ­ທິ­ການ​ສູນ​ກາງ​ພັກ, ຫົວໜ້າ​ຄະ­ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ຮອງ​ຫົວໜ້າ​ຄະ­ນະ​ຊີ້​

ນຳ​ເຮັດ​ທົດ​ລອງ​ວຽກ​ງານ 3 ສ້າງ ຜູ້​ປະ­ຈຳ­ການ ​ລາຍ​ງານ​ທີ່​ປະຊຸມ​ວ່າ: ຕະ­ຫຼອດ​ໄລ­ຍະ 2 ປີ­ຜ່ານ­ມາ ລັດ­ຖະ­ບານ​ໄດ້​ສຸມ​ທຶນ­

ຮອນ​ເຂົ້າ​ໃນການ​ກໍ່­ສ້າງ​ພື້ນ­ຖານ​ໂຄງ​ລ່າງ​ໃນ 51 ເມືອງ​ເປົ້າ​ໝາຍ ແລະ 109 ບ້ານ ເຮັດ​ທົດ​ລອງ​ມີ​ຈຳ­ນວນ​ທັງ​ໝົດ 943

ໂຄງ­ການ​ມູນ​ຄ່າ 248 ຕື້​ກີບ ນອກ​ນັ້ນ​ ກໍ​ມີ​ກຸ່ມ​ການ​ຜະ­ລິດ​ເປັນ​ສິນ­ຄ້າ​ຂອງ​ປະຊາ​ຊົນ​ບັນ­ດາ­ເຜົ່າທີ່​ໄດ້​ຮັບ​ການ​ສະ­ໜອງ

ສິນ​ເຊື່ອ​ຈາກ​ທະ­ນາ­ຄານ​ນະ­ໂຍ­ບາຍ ເພື່ອ​ຊຸກ­ຍູ້​ສົ່ງ­ເສີມ​ການ​ຜະ­ລິດ​ເປັນ​ສິນ­ຄ້າ​ທັງ​ໝົດ 261,65 ຕື້​ກີບ.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ

 

ບົດຄວາມຫຼ້າສຸດ

ກະຊວງ ຖວທ ປະກາດພະນັກງານ ຮັບ ນະໂຍບາຍອຸດໜູນບຳນານ ແລະ ປັບປຸງການຈັດຕັ້ງ

ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ຈັດພິທີປະກາດພະນັກງານຮັບນະໂຍບາຍອຸດໜູນບຳນານ, ພ້ອມທັງແຕ່ງຕັ້ງ, ສັບຊ້ອນ ແລະ ຍົກຍ້າຍ ພະນັກງານນຳພາ-ຄຸ້ມຄອງ ໃນວັນທີ 4 ຕຸລາ 2024...

ນາຍົກລັດຖະມົນຕີ ກວດກາສະຖານທີ່ ຕ້ອນຮັບ ແລະ ຈັດກອງປະຊຸມສຸດຍອດອາຊຽນ

ໃນວັນທີ 6 ຕຸລາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມກວດກາສະຖານທີ່ຕ່າງໆ ເພື່ອກຽມຄວາມພ້ອມ ເປັນເຈົ້າພາບ ຈັດກອງປະຊຸມສຸດຍອດອາຊຽນ...

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...