spot_img
Homeຂ່າວຕ່າງປະເທດພໍ່ຄ້າຂາຍຊີ້ນ ຖືກໝູແລ່ນຕຳເສຍຊີວິດໃນຂະນະທີ່ກຳລັງຂ້າໝູໂຕນັ້ນ

ພໍ່ຄ້າຂາຍຊີ້ນ ຖືກໝູແລ່ນຕຳເສຍຊີວິດໃນຂະນະທີ່ກຳລັງຂ້າໝູໂຕນັ້ນ

Published on

ພໍ່ຄ້າຂາຍຊີ້ນໃນຮົງກົງເສຍຊີວິດ ພາຍຫຼັງຖືກໝູທີ່ກຳລັງຈະຂ້າແລ່ນຕຳຈົນລົ້ມ ແລ້ວຖືກມີດບາດຕີນຕົນເອງເສຍຊີວິດ.

ໃນວັນທີ 20 ມັງກອນ 2023 ເຫດການທີ່ໃຜກໍບໍ່ຄາດຄິດວ່າຈະເກີດຂຶ້ນທີ່ໂຮງຂ້າສັດແຫ່ງໜຶ່ງໃນຮົງກົງ ໃນຂະນະທີ່ພໍ່ຄ້າຂາຍຊີ້ນ ອາຍຸ 61 ປີ ກຳລັງກຽມຂ້າໝູໂຕໜຶ່ງ ຫຼັງຈາກທີ່ໃຊ້ປືນໄຟຟ້າຊັອດໝູສະລົບແລ້ວ ແຕ່ໝູຢູ່ຊື່ໆກໍຟື້ນຂຶ້ນມາ ແລະ ແລ່ນຕຳ ຈົນເຮັດໃຫ້ລົ້ມລົງ ແລ້ວຖືກມີດທີ່ຖືໄວ້ຢູ່ແທງຕີນຈົນບາດເຈັບ ແລະ ເສຍຊີວິດໃນເວລາຕໍ່ມາ.

ໝູ່ຮ່ວມງານໄດ້ເລົ່າວ່າ ໄດ້ພົບຊາຍຜູ້ນີ້ນອນໝົດສະຕິຢູ່ ໂດຍທີ່ມືຍັງກຳມີດໄວ້ແໜ້ນ ແລະ ພົບວ່າ ມີບາດທີ່ເລິກຢູ່ຕີນຂອງລາວ ຈຶ່ງໄດ້ຮີບນຳໂຕສົ່ງໂຮງໝໍ ແຕ່ລາວກໍເສຍຊີວິດໃນເວລາຕໍ່ມາ.

ທາງດ້ານກະຊວງແຮງງານຂອງຮົງກົງ ລະບຸວ່າ ກຳລັງເລັ່ງສືບສວນສອບສວນເຫດການຄັ້ງນີ້ ໂດຍຈະກວດສອບມາດຕະຖານຄວາມປອດໄພໃນບ່ອນເຮັດວຽກນັ້ນ ພ້ອມຈະຫາມາດຕະການປ້ອງກັນ ເພື່ອບໍ່ໃຫ້ເກີດເຫດການໃນລັກສະນະແບບນີ້ ແລະ ຂະນະນີ້ຕຳຫຼວດກໍຍັງບໍ່ໄດ້ຢືນຢັນສາເຫດຂອງການເສຍຊີວິດຢ່າງຊັດເຈນເທື່ອ.

ແຫຼ່ງຂ່າວ channelnewsasia

ບົດຄວາມຫຼ້າສຸດ

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...