Homeຂ່າວພາຍ​ໃນພົບຄົນເຊື້ອສາຍອາຊີກາດຍິງໃນອາເມຣິກາ ເສຍຊີວິດແລ້ວ 10 ຄົນ

ພົບຄົນເຊື້ອສາຍອາຊີກາດຍິງໃນອາເມຣິກາ ເສຍຊີວິດແລ້ວ 10 ຄົນ

Published on

ຕຳຫຼວດເປີດເຜີຍວ່າຜູ້ຖືກສົງໄສກໍ່ເຫດກາດຍິງ ໃນລະຫວ່າງການສະເຫຼີມສະຫຼອງປີໃໝ່ຈີນ ຫຼື ກຸດຈີນ ໃນອາເມຣິກາ ທີ່ເຮັດໃຫ້ມີຜູ້ເສຍຊີວິດ 10 ຄົນ ໂດຍເຈົ້າໜ້າທີ່ລະບຸວ່າ ອາດຈະເປັນຊາຍເຊື້ອສາຍອາຊີ.

ໃນວັນເສົາທີ 21 ມັງກອນ ຕອນຄ່ຳເວລາ 22:00 ໂມງ ເກີດເຫດກາດຍິງທີ່ Star Ballroom Dance Studio ທີ່ໃກ້ກັບໃຈກາງເມືອງ Monterey Park ລັດຄາລິຟໍເນຍ ປະເທດສະຫະລັດອາເມຣິກາ ໄດ້ມີການກຽມສະຫຼອງເທດສະການກຸດຈີນ.

ຕຳຫຼວດເມື່ອເຖິງຈຸດເກີດເຫດໄດ້ລະບຸວ່າ ພົບເຫັນຝູງຄົນແລ່ນອອກມາຈາກຈຸດເກີດເຫດພ້ອມກັບສຽງຮ້ອງດັງ ເບື້ອງຕົ້ນມີຜູ້ເສຍຊີວິດ 10 ຄົນ ເປັນຊາຍ 5 ຄົນ ແລະ ມີຜູ້ບາດເຈັບອີກ 10 ຄົນ ເຊິ່ງໃນນັ້ນອາກາດສາຫັດ.

ໃນມື້ດຽວກັນນັ້ນ ກໍຍັງມີເຫດການກາດຍິງທີ່ Lai Lai Ballroom ສະຖານບັນເທີງອີກແຫ່ງໜຶ່ງໃນເມືອງ Alhambra ຢູ່ໃກ້ກັບເມືອງທີ່ເກີດເຫດ ເຊິ່ງທາງການກຳລັງສືບສວນຕື່ມວ່າທັງ 2 ເຫດການນີ້ມີສ່ວນກ່ຽວພັນກັນບໍ.

ໂດຍຜູ້ເຫັນເຫດການທີ່ເມືອງ Alhambra ກ່າວວ່າ ກໍພົບຊາຍເຊື້ອສາຍອາຊີ ຍ່າງເຂົ້າມາພ້ອມກັບປືນ ແຕ່ບໍ່ມີໃຜຖືກຍິງ ແລະ ຄົນຮ້າຍໄດ້ໜີໄປໄດ້.

Monterey Park shooting: Suspect found dead after dance studio attack - BBC News

ຫຼ້າສຸດ ເຈົ້າໜ້າທີ່ໄດ້ຢືນຢັນວ່າ ພົບສົບຢູ່ໃນລົດຕູ້ທີ່ຖືກສົງໄສ ເຊິ່ງເຈົ້າໜ້າທີ່ກໍໄດ້ປິດລ້ອມຫຼາຍຊົ່ວໂມງແມ່ນ ຜູ້ກໍ່ເຫດກາດຍິງ ຊື່ ຮູ ເກິນ ເຈິ່ນ (Huu Can Tran) ອາຍຸ 72 ປີ ທີ່ອົບພະຍົບມາຈາກຈີນ ແລະ ຍັງບໍ່ຮູ້ສາເຫດຈູງໃຈທີ່ພາໃຫ້ກໍ່ເຫດໃນເທື່ອນີ້.

ພາບຜູ້ກໍ່ເຫດຈາກກ້ອງວົງຈອນໃນສະຖານທີ່ເກີດເຫດ

ເຈົ້າໜ້າທີ່ກວດພົບປືນອັດຕະໂນມັດ ປືນພັກ ຢ່າງລະກະບອກ ເຈົ້າໜ້າທີ່ກໍກຳລັງກວດສອບປະຫວັດການກໍ່ເຫດ ແລະ ສຸຂະພາບຈິດ.

ແຫຼ່ງຂ່າວ CNN

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...