spot_img
Homeຂ່າວຕ່າງປະເທດໄທຈັບແກ້ງລັກລອບຂົນຢາບ້າມາແຕ່ປະເທດລາວລວມມູນຄ່າ 15 ລ້ານບາດ

ໄທຈັບແກ້ງລັກລອບຂົນຢາບ້າມາແຕ່ປະເທດລາວລວມມູນຄ່າ 15 ລ້ານບາດ

Published on

ຕຳຫຼວດໄທຈັບໄວລຸ້ນຢືມລົດພໍ່ພາໝູ່ໄປຂົນຢາບ້າທີ່ມາຈາກປະເທດລາວເພື່ອໄປສົ່ງທົ່ວພາກອີສານປະເທດໄທ ປະມານ 1 ລ້ານເມັດ ມູນຄ່າ 15 ລ້ານບາດ ຫຼື ປະມານ 7 ກວ່າຕື້ກີບ.

ວັນທີ 16 ມັງກອນ 2023 ເຈົ້າໜ້າທີ່ຕຳຫຼວດປະເທດໄທ ໄດ້ອອກມາລາຍງານວ່າ: ໄດ້ຈັບທ້າວ ບັອນ ອາຍຸ 22 ປີ ແລະ ທ້າວ ນິວ ອາຍຸ 25 ປີ ທັງສອງຢູ່ແຂວງຣ້ອຍເອັດ ປະເທດໄທ ພ້ອມກັບຢາບ້າຈຳນວນ 998.000 ເມັດ ລົດກະບະ ໂທລະສັບ 2 ໜ່ວຍ ພາຍຫຼັງເຈົ້າໜ້າທີ່ສາມາດຈັບກຸມໄດ້ບໍລິເວນແຄມນ້ຳຂອງທີ່ໜອງຄາຍ ຂະນະທີ່ກຳລັງລັກລອບຂົນຢາບ້າເພື່ອໄປສົ່ງ.

ຈາກການສືບສວນສອບສວນ ຜູ້ກ່ຽວສາລະພາບວ່ານີ້ເປັນຄັ້ງທີ່ 2 ທີ່ລັກລອບນຳຢາບ້າມາຈາກປະເທດລາວ ໂດຍເທື່ອນີ້ໄດ້ຮັບຄ່າຈ້າງເທື່ອລະ 30.000 ບາດ ແລະ ຄ່າເຊົ່າລົດ 20.000 ເຊິ່ງທ້າວ ບັອນ ໄດ້ຢືມລົດພໍ່ມາພ້ອມກັບໝູ່ ໂດຍມີຈຸດໝາຍແມ່ນທ່າເຮືອນ້ຳຂອງ.

ເຈົ້າໜ້າທີ່ຕຳຫຼວດທີ່ໄດ້ເຝົ້າລະວັງພຶດຕິກຳລັກລອບຂົນສົ່ງຢາບ້າ ກໍໄດ້ເຝົ້າມາຈົນໃນວັນທີ 14 ມັງກອນ ຈຶ່ງພົບວ່າມີເຮືອທີ່ມາຈາກຝັ່ງລາວ 2 ລຳຂັບມາ ຫຼັງຈາກນັ້ນຄົນໃນເຮືອຈຶ່ງຂົນເປົາອອກມາ ແລ້ວຈຶ່ງມີຄົນເລັ່ງຂົນເປົານັ້ນຂຶ້ນລົດກະບະ.

ພາຍຫຼັງທີ່ເຈົ້າໜ້າທີ່ໄດ້ເຫັນ ຈຶ່ງໄດ້ສະແດງໂຕເພື່ອຂໍກວດຄົ້ນ ແລະ ຮູ້ວ່ານັ້ນແມ່ນເປົາຢາບ້າທີ່ລັກລອບສົ່ງມາແຕ່ປະເທດລາວ.

ແຫຼ່ງຂ່າວ khonkaenlink

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...