spot_img
Homeຂ່າວຕ່າງປະເທດອິນເດຍເລີ່ມກັງວົນໃນເລື່ອງເປັນປະເທດທີ່ມີປະຊາກອນຫຼາຍທີ່ສຸດໃນໂລກ

ອິນເດຍເລີ່ມກັງວົນໃນເລື່ອງເປັນປະເທດທີ່ມີປະຊາກອນຫຼາຍທີ່ສຸດໃນໂລກ

Published on

ຄວາມຄິດເຫັນຂອງປະຊາກອນອິນເດຍເລີ່ມແຕກຕ່າງກັນອອກໄປ ເນື່ອງຈາກອົງການສະຫະປະຊາຊາດຄາດວ່າ ອິນເດຍຈະແຊງໜ້າຈີນ ກາຍເປັນປະເທດທີ່ມີປະຊາກອນຫຼາຍທີ່ສຸດໃນໂລກພາຍໃນປີນີ້.

ທີ່ປຶກສາໂຮງໝໍເດັກເຣນໂບຂັ້ນສູງ ໃນກຸງນິວເດລີ ປະເທດອິນເດຍ ກ່າວວ່າ ການທີ່ອິນເດຍມີປະຊາກອນຫຼາຍທີ່ສຸດໃນໂລກນັ້ນ ໝາຍເຖິງການທີ່ມີແຮງງານໄວໜຸ່ມເພີ່ມຂຶ້ນ ເຊິ່ງຈະເປັນເລື່ອງທີ່ດີຕໍ່ເສດຖະກິດ.

ແຕ່ວ່າ ການທີ່ມີປະຊາກອນຫຼາຍເກີນໄປ ໝາຍຄວາມວ່າພາວະຕໍ່ບັນຫາການສຶກສາ ບັນຫາດ້ານອາຫານ ແລະ ບັນຫາທາງດ້ານສາທາລະນະສຸກ ທີ່ຈະຕ້ອງມີການກຽມພ້ອມຫຼາຍຂຶ້ນ.

ທາງດ້ານປະຊາຊົນໃນນິວເດລີ ມີຄວາມຄິດເຫັນວ່າ ລັດຖະບານຄວນຈະມີມາດຕະການເພື່ອຢຸດການຂະຫຍາຍໂຕເພີ່ມຂຶ້ນຂອງປະຊາກອນໄດ້ແລ້ວ ເພື່ອຄວບຄຸມຈຳນວນປະຊາກອນ ແລະ ມັນບໍ່ເປັນເລື່ອງດີແນ່ນອນ ເພາະຈະມີທັງບັນຫາປະຊາກອນຫຼາຍເກີນໄປ ແລະ ບັນຫາເງິນເຟີ້ ຄວບຄູ່ກັນດ້ວຍ ລັດຖະບານຄວນຊອກຫາທາງແກ້ໄຂບັນຫານີ້.

ທັ້ງນີ້ ອິນເດຍມີປະຊາກອນໄວໜຸ່ມທີ່ມີອາຍຸລະຫວ່າງ 15-29 ປີ ເທົ່າກັບ 27,3% ຂອງປະຊາກອນທັງໝົດ ເຊິ່ງຖືວ່າເປັນໜຶ່ງໃນປະເທດທີ່ມີປະຊາກອນໄວໜຸ່ມຫຼາຍທີ່ສຸດໃນໂລກເຊັ່ນກັນ.

ແຫຼ່ງຂ່າວຈາກ ຣອຍເຕີ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...