spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມດື່ມນ້ຳອັດລົມທຸກມື້ ລະວັງຈຸລັງເສື່ອມສະພາບກ່ອນໄວ

ດື່ມນ້ຳອັດລົມທຸກມື້ ລະວັງຈຸລັງເສື່ອມສະພາບກ່ອນໄວ

Published on

art_42106611

ຈາກ​ຜົນ​ການ​ວິ​ໄຈ​ລ່າ​ສຸດ​ທີ່​ຖືກ​ຕີ​ພິມ​ໃນ​ວາລະ​ສານ​ທາງ​ວິ​ຊາ​ການ American Journal of Public Health ເມື່ອ​ເດືອນ​ຕຸລາ 2014 ເຊິ່ງ​ນຳ​ທີມ​ວິ​ໄຈ​ໂດຍ Cindy W. Leung ນັກ​ວິ​ໄຈ​ຈາກ​ສູນ  Health and Community ຄະນະ​ແພດ​ສາດ​ມະຫາ​ວິທະຍາ​ໄລ​ແຄ​ລິ​ຟໍ​ເນຍ​ໃນ​ເມືອງ​ຊານ​ຟານ​ຊິດ​ໂກ ພົບ​ວ່າ​ການ​ດື່ມ​ນ້ຳ​ອັດ​ລົມ​ເປັນ​ປະຈຳ​ຈະ​ມີ​ຜົນ​ກະທົບ​ເຮັດໃຫ້​  Telomere ເຊິ່ງ​ເປັນ​ປອກ​ຫຸ້ມ​ໂຄ​ໂມ​ໂຊມ​ທີ່​ຄອຍຖ້າ​ກັກ​ເກັບ​ຫນ່ວຍ​ກໍາມະພັນ ຫລື ​ຍີນ​ ໃນ​ກະ​ບວນ​ການ​ແບ່ງ​ຈຸລັງຫົດ​ສັ້ນ​ລົງ ສົ່ງ​ຜົນ​ໃຫ້​ຈຸລັງ​ຕ່າງໆ ໃນ​ຮ່າງກາຍ​ແກ່​ໂຕ​ລົງ​ກ່ອນ​ອາຍຸ

ໂດຍ​ການສຶກສາ​ນີ້​ໄດ້ມີການ​ວິ​ໄຈ​ກັບ​ຄົນ​ກວ່າ 5, 039 ຄົນ​ທົ່ວ​ປະເທດ​ສະ​ຫລັດ​ອາເມລິ​ກາ​ທີ່​ມີ​ອາ​ຍຸ​ລະຫວ່າງ 20-56 ປີ ເຊິ່ງ​ແຕ່​ລະ​ຄົນ​ບໍ່​ເຄີຍ​ມີ​ປະຫວັດ​ຂອງ​ພະຍາດ​ເບົາ​ຫວານ ຫລື ພະຍາດ​ກ່ຽວກັບ​ຫົວ​ໃຈ ​ແລະ ​ຫລອດ​ເລືອດ ຕັ້ງ​ແຕ່​ປີ 1999 – 2002 ຈາກ​ການສຶກສາ​ພົບ​ວ່າ ​ກາ​ນ​ບໍລິ​ໂພກ​ນ້ຳ​ອັດ​ລົມ​ເປັນ​ປະຈຳ​ເຮັດໃຫ້​ຄວາມ​ຍາວ​ຂອງ Telomere ​ສັ້ນ​ລົງ​ໄວ​ກວ່າ​ປົກກະຕິ​ຄົົນທີ່​ດື່ມ​ນ້ຳ​ຫມາກໄມ້​ເປັນ​ປະຈຳ

ເຖິງແມ່ນ​ໃນ​ການສຶກສາ​ຈະ​ພົບ​ວ່າ ​ນ້ຳ​ອັດ​ລົມ​ທົ່ວ​ໄປ​ສົ່ງ​ຜົນ​ຢ່າງໃດ​ກັບ​ຈຸລັງໃນ​ຮ່າງກາຍ ແຕ່​ກໍ​ຍັງ​ພົບ​ບໍ່​ຄວາມ​ເຊື່ອມ​ໂຍງ​ລະຫວ່າງ​ນ້ຳ​ອັດ​ລົມ​ຫລຸດນໍ້າໜັກ​ ​ແລະ ​ການ​ເສື່ອມ​ສະພາບ​ຂອງ​ຈຸລັງ​ຄື​ກັບ​ທີ່ເກີດຂຶ້ນ​ກັບ​ການ​ດື່ມ​ນ້ຳ​ອັດ​ລົມ​ທຳມະດາ​ແຕ່​ຢ່າງ​ໃດ ແຕ່​ເຖິງ​ຢ່າງນັ້ນ​ກໍ​ບໍ່​ໄດ້​ແປ​ວ່າ ​ນ້ຳ​ອັດ​ລົມ​ຫລຸດນໍ້າໜັກ​​ຈະ​ດີກວ່າ​ນ້ຳ​ອັດ​ລົມ​ທົ່ວ​ໄປ ເພາະ​ສານ​ໃຫ້​ຄວາມ​ຫວານ​ແທນ​ນ້ຳ​ຕານ​ໃນ​ນ້ຳ​ອັດ​ລົມ​ຫລຸດນໍ້າໜັກ​ກໍ​ສາມາດ​ເຮັດໃຫ້​ເກີດ​ຄວາມ​ສ່ຽງ​ພະຍາດ​ເບົາ​ຫວານ​ໄດ້​ເຊັ່ນ​ກັນ

ບົດຄວາມຫຼ້າສຸດ

ພິທີວາງສີລາລຶກການກໍ່ສ້າງສໍານັກງານໃຫຍ່ ແລະ ສະຖານທີ່ຝຶກອົບຮົມແຫ່ງໃໝ່

ສະຫະລັດອາເມຣິກາ ແລະ ສປປ ລາວ ສະເຫຼີມສະຫຼອງ ພິທີວາງ ສີລາລຶກ ການກໍ່ສ້າງສໍານັກງານໃຫຍ່ ແລະ ສະຖານທີ່ຝຶກອົບຮົມ ແຫ່ງໃໝ່ຂອງພາສີລາວ ນະຄອນຫຼວງວຽງຈັນ, ສປປ ລາວ, ວັນ​ທີ...

ແກ້ງຢານາຣົກຕີນຽນ! ໃສ່ປ້າຍລົດລັດຂົນຢາບ້າກວ່າ 10 ລ້ານເມັດຜ່ານຈຸດກວດ ສຸດທ້າຍຖືກເຈົ້າໜ້າທີ່ົໄລ່ຍິງ

ໄລ່ຍິງສະນັ່ນ! ເຈົ້າໜ້າທີ່ຕຳຫຼວດໄລ່ຍິງກຸ່ມແກ້ງຄ້າຢາເສບຕິດ ໂດຍການໃສ່ປ້າຍລົດລັດ. ໃນຄັ້ງວັນທີ 10 ພຶດສະພາ 2025 ທາງເຈົ້າໜ້າທີ່ປະຈໍາຈຸດກວດການໍ້າເກິ່ງໄດ້ເຮັດວຽກກວດກາຍານພາຫະນະເປັນປົກກະຕິ, ຮອດເວລາປະມານ 11 ໂມງ 00 ນາທີ ໄດ້ມີລົດຟໍຈູນເນີ ສີປອນ...

ຕາດູຕົນ ເຫດໄຟໄໝ້ເຮືອນປະຊາຊົນ ບ້ານປຸ່ງສ້ຽວ ເມືອງສິງ ແຂວງຫຼວງນ້ຳທາ ເສຍຫາຍ 480 ລ້ານກີບ

ເຫດໄຟໄໝ້ເຮືອນປະຊາຊົນ ເສຍຫາຍ 480 ລ້ານ. ຕາມການໃຫ້ຂໍ້ມູນຂອງກອງຕຳຫຼວດຈະລາຈອນ-ມອດໄຟ ປກສ ເມືອງສິງ ແຂວງຫຼວງນ້ຳທາໃຫ້ຮູ້ວ່າ:ໃນຕອນເຊົ້າເວລາ 10 ໂມງ ວັນທີ 12 ພຶດສະພາ 2025 ໄດ້ຮັບແຈ້ງຈາກ...

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...