spot_img
Homeຂ່າວພາຍ​ໃນປີ 2022 ທົ່ວປະເທດມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ 32.364 ຄົນ ເສຍຊີວິດ 24 ຄົນ

ປີ 2022 ທົ່ວປະເທດມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ 32.364 ຄົນ ເສຍຊີວິດ 24 ຄົນ

Published on

ພະຍາດໄຂ້ຍຸງລາຍ ຫຼື ພະຍາດໄຂ້ເລືອດອອກເປັນໜຶ່ງພະຍາດທີ່ສາມາດຕິດຕໍ່ໃສ່ຄົນໄດ້ໂດຍຜ່ານໂຕຍຸງທີ່ນຳເຊື້ອພະຍາດຫຼື ເຊື້ອໄວຣັດມາກັດເຮັດໃຫ້ເກີດເປັນໄຂ້ຍຸງລາຍ ແລະ ພະຍາດດັ່ງກ່າວເກີດລະບາດຂຶ້ນຫຼາຍທີ່ສຸດແມ່ນໄລຍະລະດູຝົນ, ໂດຍສະເພາະໃນປີ 2022 ຜ່ານມາການລະບາດຂອງພະຍາດໄຂ້ຍຸງລາຍໃນສປປ ລາວ ແມ່ນມີຈຳນວນຫຼາຍ ແລະ ເຮັດໃຫ້ມີຜູ້ເສຍຊີວິດກໍມີ.

ຂໍ້ມູນຈາກສູນຂ່າວສານການແພດສຸຂະສຶກສາ ກະຊວງສາທາລະນະສຸກໄດ້ສະຫຼຸບລາຍງານກ່ຽວກັບການຕິດເຊື້ອພະຍາດໄຂ້ຍຸງລາຍ ທົ່ວປະເທດ ໃນໄລຍະ1 ປີຜ່ານມາໃຫ້ຮູ້ວ່າ: ເລີ່ມແຕ່ວັນທີ 1ມັງກອນ -31 ທັນວາ 2022 ທົ່ວປະເທດມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍສະສົມ 32.364 ຄົນ, ເສຍຊີວິດສະສົມ 24 ຄົນ, ໃນນັ້ນຕິດເຊື້ອຫຼາຍກວ່າໝູ່ແມ່ນນະຄອນຫຼວງວຽງຈັນ 15.358 ຄົນ, ເສຍຊີວິດ 6 ຄົນ, ແຂວງຫຼວງນໍ້າທາ 4.899 ຄົນ, ເສຍຊີວິດ 5 ຄົນ, ແຂວງຫຼວງພະບາງ 1.759 ຄົນ ບໍ່ມີຄົນເສຍຊີວິດ, ແຂວງອັດຕະປື 1.601 ຄົນ, ເສຍຊີວິດ 6 ຄົນ ແລະ ແຂວງອື່ນໆຕາມລຳດັບ.

ແນວໃດກໍຕາມມາຮອດປັດຈຸບັນນີ້ ໃຫ້ປະຊາຊົນສືບຕໍ່ເອົາໃຈໃສ່ເປັນເຈົ້າການປະຕິບັດມາດຕະການປ້ອງກັນພະຍາດໄຂ້ຍຸງລາຍຢ່າງເຂັ້ມງວດ ໂດຍສະເພາະການປະຕິບັດຫຼັກການ 5 ປ ທີ່ກະຊວງສາທາລະນະສຸກວາງອອກ ເພື່ອບໍ່ໃຫ້ນໍາຄວາມສູນເສຍຊີວິດມາສູ່ຄົນທີ່ທ່ານຮັກ, ຖ້າປະຕິບັດໄດ້ຍັງເຮັດໃຫ້ການແຜ່ລະບາດຂອງພະຍາດໄຂ້ຍຸງລາຍຫຼຸດໜ້ອຍລົງ, ທີ່ສຳຄັນຢ່າລືມຖ້າຄົນໃນຄອບຄົວບໍ່ສະບາຍ ຫຼື ເປັນໄຂ້ ບໍ່ຄວນຊື້ຢາມາກິນເອງ, ຄວນໄປພົບແພດ ໂດຍດ່ວນຢູ່ໂຮງໝໍເມືອງ, ແຂວງ, ສຸກສາລາໃກ້ບ້ານທ່ານເພື່ອກິນຢາຕາມແພດສັ່ງ ແລະ ປິ່ນປົວໃຫ້ທັນເວລາ, ຖ້າເປັນໄຂ້ຍຸງລາຍບໍ່ໄດ້ຮັບການປິ່ນປົວໃຫ້ຖືກວິທີ ແລະ ທັນເວລາກໍເຮັດໃຫ້ເສຍຊີວິດໄດ້.

ແຫຼ່ງຂ່າວ ປະຊາຊົນ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...