ຢ່າມົວແຕ່ປະຫຍັດຄ່າບ່ອນພັກເວລາທ່ອງທ່ຽວ ເພາະຖ້າເລືອກບ່ອນພັກບໍ່ດີ ກໍອາດພົບກັບຄວາມສ່ຽງກັບສຸຂະພາບໄດ້ໂດຍບໍ່ຮູ້ໂຕ
ໃນໄລຍະເທດສະການທ່ອງທ່ຽວພັກຜ່ອນປາຍປີກຳລັງຈະມາຮອດເຊື່ອວ່າຫລາຍໆຄອບຄົວກໍຄົງຈະເລີ່ມວາງແຜນກຽມພ້ອມສຳລັບການທ່ອງທ່ຽວກັນແລ້ວແມ່ນບໍ່ ແລະ ການຈອງບ່ອນພັກກໍເປັນສິ່ງທີ່ຂາດບໍ່ໄດ້ ແຕ່ຂຶ້ນຊື່ວ່າ ບ່ອນພັກທີ່ບໍ່ແມ່ນເຮືອນຂອງເຮົາ ກໍຄືຈະບໍ່ສະອາດເທົ່າກັບເຮືອນເຮົາເອງຢູ່ແລ້ວ ແຕ່ວ່າເຮົາຈະຕ້ອງໄປປະເຊີນກັບຫຍັງນຳໃນຫ້ອງພັກທີ່ເຮົາເຂົ້າພັກນຳ ວິທີປ້ອງກັນບໍ່ໃຫ້ຫ້ອງພັກທີ່ເປື້ອນມາເປັນໂຕການທຳລາຍສຸຂະພາບ ແລະ ຄວາມສຸກໃນການທ່ອງທ່ຽວນໍາ
ເຊື້ອພະຍາດໄຂ້ຫວັດ
ເຊື້ອພະຍາດໄຂ້ຫວັດເກືອບຈະເປັນເຊື້ອພະຍາດພື້ນຖານທີ່ເຮັດໃຫ້ຄົນເຮົາມັກຈະພົບເຈີເວລາທີ່ເດີນທາງໄປຕ່າງຖິ່ນ ເຊິ່ງບາງເທື່ອເຊື້ອພະຍາດເຫລົ່ານີ້ກໍເຊື່ອງໂຕຢູ່ໃນຫ້ອງພັກທີ່ເຮົາເຂົ້າພັກນີ້ແຫລະ ເຖິງແມ່ນວ່າເຈົ້າຂອງບ່ອນພັກຈະເຮັດຄວາມສະອາດຫ້ອງແລ້ວ ແຕ່ຍັງມີຈຸດນ້ອຍໆ ເຊັ່ນ ກອນປະຕູ ລີໂມດຄອນໂທ ຫລື ແມ່ນແຕ່ສະວິດໄຟ ຖືກປ່ອຍປະລະເລີຍ ບໍ່ໄດ້ເຮັດຄວາມສະອາດໄປນໍາ ຈົນກາຍເປັນແຫລ່ງສະສົມເຊື້ອພະຍາດທີ່ເຮັດໃຫ້ເຮົາປ່ວຍໄດ້ ແຖມເຊື້ອພະຍາດບາງຊະນິດກໍຢູ່ພາຍນອກໄດ້ດົນເຊັ່ນ ເຊື້ອໄຂ້ຫວັດໃຫຍ່ ສາມາດຢູ່ລອດພາຍນອກໄດ້ເຖິງ 48 ຊົ່ວໂມງ ຫລື ຈະເປັນໂນໂລໄວຣັສ (norovirus) ຫລື ເຊື້ອພະຍາດໄຂ້ຫວັດໃຫຍ່ລົງກະເພາະກໍສາມາດມີຊີວິດຢູ່ພາຍນອກໄດ້ຫລາຍມື້ເລີຍ!
ວິທີປ້ອງກັນ
ທຸກເທື່ອທີ່ຕ້ອງເດີນທາງໄປພັກຢູ່ສະຖານທີ່ອື່ນໆ ທີ່ບໍ່ແມ່ນເຮືອນ ຄວນຈະເອົາເຈ້ຍອານາໄມປຽກທີ່ມີສານຂ້າເຊື້ອພະຍາດໄປນໍາ ໂດຍເມື່ອເຂົ້າຫ້ອງພັກເທື່ອທໍາອິດກໍ່ຄວນຈະໃຊ້ເຈ້ຍອານາໄມປຽກເຫລົ່ານີ້ເຊັດບໍລິເວນກອນປະຕູ ລີໂມດຄອນໂທ ແລະ ສະວິດໄຟກ່ອນຈະໃຊ້ ແລະ ຄວນໝັ່ນລ້າງມືເລື້ອຍໆ ເພື່ອທີ່ເຊື້ອພະຍາດຈະໄດ້ບໍ່ເຂົ້າສູ່ຮ່າງກາຍເຮັດໃຫ້ເຮົາປ່ວຍ
ເຊື້ອພະຍາດໃນເຮືອນຄົວ
ໃນກໍລະນີທີ່ໄປພັກຢູ່ໂຮງແຮມ ຫລື ເຮືອນພັກຮ້ອຍໆ ແນ່ນອນເລີຍວ່າສິ່ງທີ່ໜ້າເປັນຫ່ວງກໍຄົງບໍ່ພົ້ນຄວາມສະອາດຂອງເຮືອນຄົວ ສະຖານທີ່ຈັດກຽມອາຫານເຊົ້າໃຫ້ກັບຜູ້ທີ່ເຂົ້າພັກ ເຊິ່ງເຮົາຈະໝັ່ນໃຈໄດ້ແບບໃດວ່າ ຫ້ອງຄົວຈະສະອາດ ແລະ ບໍ່ນຳພາເຊື້ອພະຍາດມາກັບອາຫານທີ່ເຮົາຕ້ອງກິນ ເປັນສາເຫດທີ່ເຮັດໃຫ້ເກີດການຕິດເຊື້ອ ໃນກະແສເລືອດ ຫລື ພະຍາດຖອກທ້ອງໄດ້ນໍາອີກດ້ວຍ
ວິທີປ້ອງກັນ
ເຖິງແມ່ນວ່າເຮົາຈະບໍ່ສາມາດເຂົ້າໄປເບິ່ງເຖິງໃນຄົວໄດ້ ແຕ່ເຮົາກໍອາດຈະສັງເກດຈາກສະຖານທີ່ອ້ອມຮອບ ແລະ ຫ້ອງອາຫານຂອງໂຮງແຮມ ແລະ ບ່ອນພັກນັ້ນໆ ແມ່ນແຕ່ຈານທີ່ໃຊ້ໃສ່ອາຫານເຮົາກໍໃຊ້ເປັນໂຕຕັດສິນໄດ້ວ່າ ບ່ອນພັກແຫ່ງນັ້ນມີຫ້ອງຄົວທີ່ສະອາດ ຫລື ບໍ່ ຖ້າຫາກເບິ່ງແລ້ວຮູ້ສຶກວ່າບໍ່ສະອາດກໍຢ່າກິນອາຫານເຫລົ່ານັ້ນເຂົ້າໄປເລີຍເຖິງຈະເປັນຂອງ ຟຣີ ກໍຢ່າສ່ຽງເລີຍດີກວ່າ
ຕູ້ເຢັນໃນຫ້ອງພັກ
ບໍ່ວ່າເຮົາຈະໄປພັກບ່ອນໃດ ສິ່ງທີ່ຈະຕ້ອງມີທຸກຫ້ອງກໍຄືຕູ້ເຢັນ ເຊິ່ງພາຍໃນມີເຄື່ອງດື່ມ ແລະ ຂອງວ່າງທີ່ທາງໂຮງແຮມໃສ່ເອົາໄວ້ ແຕ່ເຄີຍສົງໄສກັນ ຫລື ບໍ່ວ່າຕູ້ເຢັນເຫລົ່ານີ້ເຄີຍຖືກເຮັດຄວາມສະອາດ ຫລື ບໍ່ ແລະ ເຄີຍສັງເກດບັນດາຂອງກິນຫລິ້ນເຫລົ່ານັ້ນ ຫລື ບໍ່ ວ່າໝົດອາຍຸແລ້ວຫລືບໍ່ ຂໍບອກເລີຍວ່າ ຖ້າໃຜບໍ່ເຄີຍສົນໃຈເລື່ອງເຫລົ່ານີ້ເລີຍ ຄວນຈະໃຫ້ຄວາມສົນໃຈໃຫ້ຫລາຍຂຶ້ນເພາະວ່າບາງເທື່ອຕູ້ເຢັນໃນຫ້ອງພັກນີ້ແຫລະ ເປັນແຫລ່ງເພາະພັນເຊື້ອແບຣກທີເຣຍທີ່ອັນຕະລາຍຫລາຍໆ
ວິທີປ້ອງກັນ
ເຮົາບໍ່ສາມາດໄປຈັບຕາເບິ່ງໄດ້ຕັ້ງແຕ່ທໍາອິດວ່າ ຕູ້ເຢັນເຫລົ່ານີ້ຖືກເຮັດຄວາມ ສະອາດດີແລ້ວບໍ່ ແຕ່ທີ່ເຮົາສາມາດສັງເກດໄດ້ງ່າຍທີ່ສຸດຄືກິ່ນ ຖ້າຫາກເປີດຕູ້ເຢັນອອກມາແລ້ວ ເຈົ້າຮູ້ສຶກວ່າຕູ້ເຢັນມີກິ່ນບໍ່ຄ່ອຍປາຖະໜາເທົ່າໃດ ກໍຄວນຈະກວດເຊັກບັນດາເຄື່ອງດື່ມ ແລະ ຂອງວ່າງວ່າໝົດອາຍຸຫລືບໍ່ ຖ້າຫາກບໍ່ມີກໍຄວນຈະໃຫ້ພະນັກງານເຂົ້າມາກວດເຊັກ ເພື່ອທີ່ຈະໄດ້ມີການແກ້ໄຂກັນຕໍ່ໄປ
ສານກໍ່ພູມແພ້
ເປັນເລື່ອງໃຫຍ່ສຳລັບຄົົນທີ່ມີອາການແພ້ບໍ່ວ່າຈະເປັນຄົົນທີ່ແພ້ສານເຄມີ ຫລື ນ້ຳຫອມ ເພາະເຮົາເອງກໍ່ບໍ່ຮູ້ວ່າ ສະຖານທີ ທີ່ເຮົາໄປພັກນັ້ນໃຊ້ຜະລິດຕະພັນເຮັດຄວາມສະອາດທີ່ມີສານເຄມີທີ່ເຮັດໃຫ້ເຮົາແພ້ຫລືບໍ່ ນອກຈາກນີ້ການເຮັດຄວາມສະອາດທີ່ບໍ່ຮຽບຮ້ອຍຂອງພະນັກງານເຮັດຄວາມສະອາດກໍອາດຈະເຮັດໃຫ້ບັນດາຝຸ່ນ ແລະ ໄຮຝຸ່ນຕ່າງໆ ຕົກຄ້າງຫລົງເຫລືອຢູ່ພາຍໃນຫ້ອງໄດ້ ເຊິ່ງພວກຝຸ່ນນີ້ກໍເປັນອັນຕະລາຍກັບຄົົນທີ່ແພ້ຝຸ່ນເຮັດໃຫ້ເກີດພະຍາດພູມແພ້ ແລະ ອາດຈະເຮັດໃຫ້ຄົົນທີ່ເປັນພະຍາດຫອບຫືດມີອາການກຳເລີບ ບາງຄົນມີອາການຮຸນແຮງເຖິງຂັ້ນເປັນຜື່ນ ຫລື ຂີ້ກາກໄດ້ເລີຍ
ວິທີປ້ອງກັນ
ຖ້າຫາກຈອງບ່ອນພັກລ່ວງໜ້າໂດຍທີ່ບໍ່ໄດ້ເຫັນທີ່ພັກແທ້ໆ ກ່ອນກໍ່ອາດຈະຕ້ອງສ່ຽງກັບອາການແພ້ຫລາຍ ແຕ່ຖ້າຫາກຍ່າງເຂົ້າໄປຈອງບ່ອນພັກດ້ວຍຕົນເອງ ລອງສັງເກດຄວາມສະອາດຈາກໝອນ ແລະ ໂຊຟາທີ່ຮັບຮອງ ຫລື ກໍ່ພວກບັນດາຜ້າກັ້ງ ຜ້າຄຸມຕ່າງໆ ຖ້າຫາກເຫັນວ່າສະອາດສຳຜັດແລ້ວບໍ່ຮູ້ສຶກລະຄາຍເຄືອງກໍອາດຈະເຮັດໃຫ້ສະບາຍໃຈໄດ້ຂັ້ນໜຶ່ງ ນອກຈາກນີ້ຄົົນທີ່ມັກມີອາການແພ້ກໍບໍ່ຄວນທີ່ຈະລືມເອົາຢາແກ້ແພ້ໄປນໍາ ເຜື່ອຖ້າເກີດອາການແພ້ຈະໄດ້ບໍ່ຕ້ອງແລ່ນໄປຫາຊື້ຢາແກ້ແພ້ກັນ