Homeຂ່າວຕ່າງປະເທດຂັບລົດຕົກເຫວສູງເກືອບ 80 ແມັດ ຄອບຄົວ 4 ຄົນລອດຊີວິດ

ຂັບລົດຕົກເຫວສູງເກືອບ 80 ແມັດ ຄອບຄົວ 4 ຄົນລອດຊີວິດ

Published on

ເດັກ ແລະ ຜູ້ໃຫຍ່ ຮວມທັງໝົດ 4 ຄົນ ລອດຊີວິດ ພາຍຫຼັງຂັບລົດຕົກເຫວເລິກເກືອບ 80 ແມັດ ສະພາບລົດຈົນໝຸ່ນ.

ວັນທີ 3 ມັງກອນ 2023 ພົບເດັກນ້ອຍຍິງ 4 ປີ ເດັກນ້ອຍຊາຍ 9 ປີ ແລະ ຜູ້ໃຫຍ່ອີກ 2 ຄົນ ລອດຊີວິດ ພາຍຫຼັງທີ່ລົດໄດ້ປະສົບອຸບັດຕິເຫດຕົກໜ້າຜາທີ່ທາງຫຼວງສາຍປາຊີຟິກ ໂຄດສ໌ ທາງຕອນເໜືອຂອງຄາລິຟໍເນຍ ອາເມຣິກາ ໃນລະດັບທີ່ສູງເຖິງ 76 ແມັດ ໂດຍມີລາຍງານວ່າລົດໄດ້ຂວ້ຳຫຼາຍຮອບກ່ອນທີ່ຈະຢຸດລົງໃນສະພາບທີ່ລົດພັງໜັກຫຼາຍ.

ສຳລັບຈຸດເກີດເຫດຖືກເອີ້ນວ່າ ຄ້ອຍຜີສາດ (Devil’s Slide) ເນື່ອງຈາກພື້ນເປັນຄ້ອຍຊັນ ມີໜ້າຜາເລິກ ແລະ ຍັງມີອຸບັດຕິເຫດເກີດຂຶ້ນຢູ່ຫຼາຍຄັ້ງ ສ່ວນຫຼາຍບໍ່ມີຜູ້ລອດຊີວິດ.

ຫຼັງເກີດອຸບັດຕິເຫດ ເຈົ້າໜ້າທີ່ກໍໄດ້ປະຕິບັດການເກັບກູ້ຮ່າງຜູ້ເສຍຊີວິດ ແຕ່ຜົນປາກົດວ່າ ທັງ 4 ຄົນໃນລົດນັ້ນ ລອດຊີວິດ ແຕ່ກໍໄດ້ຮັບບາດເຈັບສາຫັດ ເຊິ່ງຕອນນີ້ ຍັງບໍ່ໝັ້ນໃຈວ່າທັງ 4 ຄົນ ເປັນສະມາຊິກຄອບຄົວດຽວກັນແທ້ ຫຼື ບໍ່.

ຫຼັງເກີດອຸບັດຕິເຫດ 6 ຊົ່ວໂມງ ຕຳຫຼວດໄດ້ຂໍ້ສະຫຼຸບວ່າອຸບັດຕິເຫດນີ້ເປັນການວາງແຜນມາກ່ອນ ຜູ້ຕ້ອງຫາຊື່ວ່າ ດາເມສ ປາເທລ ອາຍຸ 41 ປີ ຖືກຈັບຖານພະຍາຍາມຂ້າ ແລະ ທຳຮ້າຍຮ່າງກາຍເດັກນ້ອຍ ແຕ່ຄະດີນີ້ກໍຍັງບໍ່ສິ້ນສຸດເທື່ອ ພ້ອມຕິດຕາມຄະດີກັນຕໍໄປ.

ແຫຼ່ງຂ່າວ The New York Tomes

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...