16 ນ້ຳຕົກຕາດໃນດິນແດນເມືອງເໜືອ

0
4135

ປະເທດລາວເປັນປະເທດໜຶ່ງທີ່ມີສະຖານທີ່ທ່ອງທ່ຽວຫຼາຍບ່ອນທີ່ສວຍສົດງົດງາມລໍຖ້າໃຫ້ນັກທ່ອງທ່ ອງທ່ອງທັງພາຍໃນ ແລະ ຕ່າງປະເທດມາສຳຜັດບໍ່ວ່າຈະເປັນທິວທັດທຳມະຊາດ, ວັດທະນະທຳທີ່ເປັນເອກະລັກຂອງທ້ອງຖິ່ນນັ້ນ ແລະ ກິດຈະກຳທີ່ຫຼາກຫຼາຍບໍ່ວ່າຈະເປັນໂດດນ້ຳ, ພາຍເຮືອຄາຍັກ, ຂີ່ສະລິງ ແລະ ອື່ນໆອີກຫຼາຍຢ່າງທີ່ມີຢູ່ເກືອບທຸກພາກບໍ່ວ່າຈະເປັນພາກເໜືອ, ພາກກາງ ແລະ ພາກໃຕ້.

ເມື່ອເວົ້າເຖິງສະຖານທີ່ທ່ອງທ່ຽວຂອງແຕ່ລະພາກກໍແມ່ນມີເອກະລັກຂອງພາກນັ້ນໆ, ພາກເໜືອເປັນອີກພາກໜຶ່ງທີ່ທ່ານຄວນຈະລອງໄປສຳຜັດກັບສະຖານທີ່ທ່ອງທ່ຽວບໍ່ວ່າຈະເປັນເມືອງຫຼວງພະບາງເມືອງທີ່ໄດ້ຮັບການຂຶ້ນທະບຽນເປັນເມືອງມໍລະດົກໂລກ, ສຳຫຼວດຕົ້ນໄມ້ທີ່ໃຫຍ່ທີ່ສຸດຂອງປະເທດລາວທີ່ເຮືອນຕົ້ນໄມ້ແຂວງບໍ່ແກ້ວ, ທົ່ງໄຫຫີນສະຖານທີ່ມະຫັດສະຈັນທີ່ຖືກຄົ້ນພົບແຕ່ຍັງຄົງເປັນປິດສະໜາສຳລັບຄົນທີ່ພົບເຫັນຢູ່ແຂວງຊຽງຂວາງ, ຊົມເທດສະການດອກຊາກຸຣະ ແລະ ດອກຄາຍປ່າບານທີ່ແຂວງຫົວພັນນອກຈາກສະຖານທີ່ ແລະ ກິດຈະກຳທີ່ກ່າວມາແລ້ວນັ້ນ ອີກສິ່ງໜຶ່ງທີ່ທ່ານຄວນໄປສຳຜັດນັ້ນກໍຄື: ທຳມະຊາດນ້ຳຕົກຕາດ.

ມື້ນີ້ ເຮົາພາມາຮູ້ຈັກກັບນ້ຳຕົກຕາດທີ່ຢູ່ໃນພາກເໜືອນຳກັນ ຈະມີນ້ຳຕົກຕາດທີ່ໜ້າສົນໃຈ ແລະ ອັດສະຈັນໃດແດ່ ເຮົາມາເບິ່ງນຳກັນເລີຍ!

  1. ຕາດຫ້ວຍໝາກມື (ຫຼວງນ້ຳທາ): ເປັນສະຖານທີ່ທ່ອງທ່ຽວທີ່ມີຄວາມສວຍງາມຂອງເມືອງລອງ ແຂວງຫຼວງນ້ຳທາ, ມີນ້ຳຕົກ ຕາດນ້ອຍໃຫຍ່ຢູ່ໃນສາຍນ້ຳດຽວກັນຫຼາຍກວ່າ 10 ຕາດ ສຳລັບ ຈຸດທີ່ສູງທີ່ສຸດມີເຖິງ 35 ກວ່າແມັດ ຕາດດັ່ງກ່າວ ເອີ້ນຊື່ຕາມຫ້ວຍເນື່ອງຈາກ ຫ້ວຍດັ່ງກ່າວໃນເມື່ອກ່ອນ ປະຊາຊົນເລົ່າຂານກັນມາວ່າ ມີໝາກມື ຫຼາຍທີ່ສຸດຢູ່ຍອດຫ້ວຍເລີຍໃສ່ຊື່ວ່າຕາດຫ້ວຍໝາກມືຈົນເຖິງເທົ່າທຸກວັນນີ້.
  2. ຕາດແກ້ວ (ຫຼວງນ້ຳທາ): ຕັ້ັງຢູ່ ປ່າສະຫງວນແຫ່ງຊາດ ນ້ຳຫ້າ, ເມືອງສິງ ແຂວງຫຼວງນ້ຳທາ ໃຊ້ເວລາຍ່າງແຕ່ທາດຊຽງຕືງໄປຮອດຕາດປະມານ 1-2 ຊົ່ວໂມງ.
  3. ຕາດບໍ່ (Nam Bo): ຕັ້ງຢູ່ໃນເຂດຄຸ້ມຄອງແຫ່ງຊາດນ້ຳຫ້າຂອງແຂວງຫຼວງນ້ຳທາ, ນ້ຳຕົກແຫ່ງນີ້ຕົກຈາກໜ້າຜາສູງ 20m ລົງສູ່ແອ່ງນ້ຳທີ່ງຽບສະຫງົບເບື້ອງລຸ່ມ.
  4. ຕາດນ້ຳດີ (ຫຼວງນ້ຳທາ): ຕັ້ງຢູ່ບ້ານນ້ຳດີ ຫ່າງຈາກເທດສະບານເມືອງຫຼວງນ້ຳທາປະມານ 4-5km, ເປັນຕາດທີ່ເຮົາສາມາດເຂົ້າໄປທ່ອງທ່ຽວເພື່ອຊື່ນຊົມກັບວັດທະນະທຳຂອງຊາວແລນແຕນ, ຮຽນຮູ້ວິຖີຊີວິດ ແລະ ຊົມທຳມະຊາດ ນ້ຳຕົກຕາດອັນສວຍງາມ.
  5. ຕາດນ້ຳຍອນ (ບໍ່ແກ້ວ): ຕັ້ງຢູ່ທາງທິດເໜືອຂອງເມືອງຫ້ວຍຊາຍ ແຂວງບໍ່ແກ້ວ, ຫ່າງຈາກເທດສະບານແຂວງປະມານ 26-27km ເປັນຕາດສາຍນ້ຳທຳມະຊາດສ້າງຂຶ້ນມາທີ່ສວຍສົດງົດງາມ ມີຄວາມສູງປະມານ 3-4m, ອ້ອມຮອບຕາດປະກອບດ້ວຍທຳມະຊາດພູຜາປ່າໄມ້ທີ່ອຸດົມສົມບູນ ແລະ ມີນ້ຳໃສໄຫຼຕະຫຼອດປີ, ຕາມເສັ້ນທາງເຂົ້າສູ່ຕາດນ້ຳຍອນ ນັກທ່ອງທ່ຽວຈະໄດ້ສຳຜັດກັບບັນຍາກາດ ການດຳລົງຊີວິດຂອງຊົນເຜົ່າຕ່າງໆເຊັ່ນ: ຊົນເຜົ່າກຶມມຸ, ເຜົ່າມົ້ງ, ເຜົ່າລາຫູຊີ (ກຸ່ຍ) ແລະ ຊົນເຜົ່າປະນະ.
  6. ນ້ຳຕົກຕາດ ຊາຍແດນ ເຂດພູສູງ (ຫົວພັນ): ຕັ້ງຢູ່ ບ້ານນ້ຳເຕີບ ເມືອງສົບເບົາ ແຂວງຫົວພັນ ເໝາະສຳລັບສາຍທ່ອງທ່ຽວແບບ Adventure (ທ່ອງທ່ຽວແບບຜະຈົນໄພ) ເພາະມີກິດຈະກຳຕ່າງໆເຊັ່ນ: ຂີ່ສະລິງ, ຍ່າງຂຶ້ນຂັ້ນໄດ 600 ແມັດ, ຍ່າງຫຼິ້ນຂົວອູ່, ຊົມປ່າໄມ້ທຳມະຊາດ ແລະ ນ້ຳຕົກຕາດ, ທ່ຽວຊົມສວນສັດ ແລະ ຍັງມີບ້ານພັກໄວ້ຄອຍບໍລິການນັກທ່ອງທ່ຽວທີ່ມາທ່ຽວອີກດ້ວຍ.
  7. ຕາດກວາງຊີ (ຫຼວງພະບາງ): ຕັ້ງຢູ່ ແຂວງຫຼວງພະບາງ ເປັນນ້ຳຕົກຕາດທີ່ມີຊື່ສຽງອີກບ່ອນໜຶ່ງສຳລັບນັກທ່ອງທ່ຽວທີ່ມາທ່ຽວແຂວງຫຼວງພະບາງຕ້ອງໄດ້ມາເບິ່ງຄວາມສວຍງາມຂອງນ້ຳຕົກ 7 ຊັ້ນ, ນ້ຳໃສໆເຢັນໆທີ່ມີສີຂຽວມໍລະກົດຄືດັ່ງພາບວາດ ແລະ ບ່ອນນີ້ເຮົາຍັງສາມາດລົງຫຼຶ້ນນ້ຳ, ຍ່າງປ່າ, ປິກນິກ ແລະ ເບິ່ງເຂດຮັກສາພັນໝີທີ່ໃກ້ສູນພັນໄດ້ອີກດ້ວຍ. ນອກຈາກນັ້ນ, ທາງເທິງຂອງນ້ຳຕົກຕາດຍັງມີທາງໃຫ້ເຮົາຂຶ້ນໄປເພື່ອຊົມວິວຂອງຍອດນ້ຳຕົກຕາດທາງເທິງ ແລະ ຍັງເຫັນວິວຕາດເບື້ອງລຸ່ມໄດ້ນຳອີກ.
  8. ຕາດແສ້ (ຫຼວງພະບາງ): ເປັນອີກໜຶ່ງຕາດທີ່ຕັ້ງຢູ່ໃນແຂວງຫຼວງພະບາງຢູ່ຫ່າງຈາກຕົວເມືອງປະມານ 15km, ເປັນນ້ຳຕົກຕາດທີ່ມີລັກສະນະຄືຂັ້ນໄດເໝາະສຳລັບໄປທ່ຽວຫຼິ້ນແບບຄອບຄົວ ແລະ ຍັງມີກິດຈະກຳຂີ່ສະລິງໄວ້ບໍລິການນຳອີກ.
  9. ຕາດນ້ຳກັດ (ອຸດົມໄຊ): ຕັ້ງຢູ່ທີ່ ບ້ານແຟນ, ເມືອງໄຊ, ແຂວງອຸດົມໄຊ ເຊິ່ງຢູ່ໃນເຂດປ່າສະຫງວນນ້ຳກັດ ທີ່ຍັງອຸດົມສົມບູນໄປທັງປ່າໄມ້ ແລະ ສັດປ່າທຸກປະເພດ. ການເດີນທາງແມ່ນຕ້ອງໄດ້ຍ່າງຜ່ານປ່າ, ປີນເຂົາ ແລະ ໄຕ່ຂົວເພື່ອໄປຊົມຄວາມງົດງາມຂອງນ້ຳຕົກຕາດ.
  10. ຕາດຕະແລ (ອຸດົມໄຊ): ຕັ້ງຢູ່ ບ້ານຕະແລ, ເມືອງຮຸນ, ແຂວງອຸດົມໄຊ ຢູ່ຫ່າງຈາກເທດສະບານເມືອງຮຸນ  ປະມານ 40km, ຕາດນີ້ເປັນນ້ຳຕົກຕາດທີ່ມີຄວາມສວຍສົດງົດງາມທາງທຳມະຊາດເຊິ່ງອ້ອມຮອບດ້ວຍປ່າດົງດິບ ແລະ ປ່າເຄິ່ງດົງດິບທີ່ມີຕົ້ນໄມ້ໃຫຍ່, ນ້ອຍທີ່ມີໃບດົກໜາຂຽວງາມ ແລະ ເຕັມໄປດ້ວຍນົກນາໆຊະນິດ, ນ້ຳຕົກຕາດແຫ່ງນີ້ມີທັງໝົດ 7 ຕາດດ້ວຍກັນ, ມີທັງຕາດໃຫຍ່, ຕາດນ້ອຍຢັ່ງຢາຍກັນໄປຕາມສາຍນ້ຳຕະແລ ຍາວປະມານ 600 ກວ່າແມັດ.
  11. ຕາດນ້ຳແຮງ (ອຸດົມໄຊ): ຕັ້ງຢູ່ບ້ານກະຕາງຢາ ຫ່າງຈາກເທດສະບານເມືອງຮຸນ ປະມານ 17km, ຕາດມີລັກສະນະປະກອບມີຫຼາຍພັກເປັນຊັ້ນ ແລະ ມີລັກສະນະເນີນຂຶ້ນໄປ, ແຕ່ລະພັກສາມາດລົງຫຼິ້ນອາບນ້ຳໄດ້. ນອກຈາກນີ້, ຍັງສາມາດທ່ຽວຊົມວິຖີຊີວິດ, ຊົມການຜະລິດກະສິກຳຂອງຊາວບ້ານທີ່ມີຄວາມຜູກພັນກັບຕາດແຫ່ງນີ້ມາແຕ່ຊ້ານານ.
  12. ຕາດຫ້ວຍໄຄ້ (ອຸດົມໄຊ): ຕັ້ງຢູ່ ບ້ານຜາວີ, ເມືອງຫຼາ ແຂວງອຸດົມໄຊ ເປັນຕາດຂະໜາດນ້ອຍ ທີ່ມີຄວາມສວຍງາມ ຢູ່ຫ່າງຈາກເທດສະບານເມືອງຫຼາ ປະມານ 12 km, ການເຂົ້າເຖິງເປັນເສັ້ນທາງດິນແດງ ເໝາະສຳລັບສາຍລຸຍຜະຈົນໄພ.
  13. ຕາດຫຼັກ 11 (ອຸດົມໄຊ): ຕັ້ງຢູ່ ບ້ານນາງິ້ວ, ເມືອງໄຊ, ແຂວງອຸດົມໄຊ ເປັນອີກໜຶ່ງແຫຼ່ງທ່ອງທ່ຽວທີ່ສວຍງາມ ຢູ່ຫ່າງຈາກເທດສະບານເມືອງໄຊ ພຽງແຕ່ 11km ຕາມທິດໃຕ້ ທາງໄປຫຼວງພະບາງ, ຕາດນີ້ເໝາະແກ່ການທ່ຽວຊົມໃນວັນພັກຜ່ອນກັບບັນຍາກາດທີ່ສະພາບແວດລ້ອມເຕັມໄປດ້ວຍປ່າໄມ້ ທີ່ຂຽວສົດງົດງາມ ແລະ ຍັງຄົງຄວາມອຸດົມສົມບູນອີກແຫ່ງໜຶ່ງຂອງແຂວງອຸດົມໄຊ.
  14. ຕາດຣະຢອງ ຫຼື ຕາດຫ້ວຍພົດ (ອຸດົມໄຊ): ຕັ້ງຢູ່ ບ້ານຫົວແກ້ງ, ເມືອງຫຼາ, ແຂວງອຸດົມໄຊ (ຫຼັກ 48 ເຂດຊາຍແດນເມືອງຫຼາ-ເມືອງຂວາ) ຢູ່ຫ່າງຈາກທາງຢາງ ປະມານ 400 ກ່ວາແມັດ ຕາດມີຫຼາຍຂັ້ນ ຫຼາຍຊັ້ນ ບາງຕາດສູງປະມານ 4-5m ສ່ວນຕາດທີ່ສູງສຸດ ມີຄວາມສູງປະມານ 15m ເປັນຕາດຂະໜາດນ້ອຍ ເລາະລຽບຕາມສາຍນໍ້າຫ້ວຍພົດ ທີ່ແວດລ້ອມດ້ວຍທຳມະຊາດອັນຊຸ່ມເຢັນ ແລະ ຂຽວງາມ.
  15. ຕາດຄາ (ຊຽງຂວາງ): ເປັນນໍ້າຕົກຕາດທີ່ສູງທີ່ສຸດໃນເເຂວງຊຽງຂວາງ, ຕັ້ງຢູ່ໃນເຂດບ້ານຄັງພະນຽມ, ເມືອງໜອງເເຮດ ເເຂວງຊຽງຂວາງ, ການເດີນທາງ: ອອກຈາກເທດສະບານເມືອງເເປກ ໄປປະມານ 104km ຈະມີປ້າຍຕາດ ລ້ຽວຂວາເຂົ້າໄປປະມານ 5km ສ່ວນທາງເຂົ້າໄປເປັນທາງດິນເເດງ, ຕ້ອງໄດ້ຈອດລົດ ຍ່າງໄປອີກປະມານ 2km ແຕ່ມັນຄຸ້ມຄ່າຫຼາຍເມື່ອໄດ້ໄປເຫັນຄວາມງົດງາມຂອງຕາດທີ່ທັງສູງງຽບສະຫງົບ ແລະ ອາກາດດີ.
  16. ຕາດຫ້ວຍສະແຄງ (ໄຊຍະບູລີ): ຕັ້ງຢູ່ໃນແຂວງໄຊຍະບູລີ, ນ້ຳຕົກຕາດແຫ່ງນີ້ຕົກຈາກບ່ອນສູງ 28m ແລະ ເປັນບ່ອນປິກນິກຍອດນິຍົມສຳລັບຄົນໃນທ້ອງຖິ່ນນັ້ນ.

ທັງໝົດນີ້ກໍຄື 16 ນ້ຳຕົກຕາດທີ່ຢູ່ໃນພາກເໜືອຂອງລາວ ໃຜທີ່ມີໂອກາດໄດ້ມາຫຼິ້ນ, ມາທ່ອງທ່ຽວກໍຢ່າລືມພາກັນມາທ່ຽວຊົມຄວາມງົດງາມ, ຄວາມມະຫັດສະຈັນທີ່ທຳມະຊາດໄດ້ສ້າງຂຶ້ນມາ, ສຳຜັດກັບຄວາມຜ່ອນຄາຍ ແລະ ວັດທະນະທຳທີ່ເປັນເອກະລັກໄດ້ທີ່ປະເທດລາວເດີ້!