Homeຂ່າວກິລານະຄອນຫຼວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12

ນະຄອນຫຼວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12

Published on

ທຸງກິລາ ເຈົ້າພາບ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ແລະ ທັບນັກກິລາ ນະຄອນຫຼວງວຽງຈັນ ຮອງເຈົ້າຫຼຽນຄຳ ຊຽງຂວາງ ເກມ ເດີນທາງຮອດນະຄອນຫຼວງວຽງຈັນ ເມືອງເອກຂອງສປປ ລາວ ເປັນທີ່ຮຽບຮ້ອຍແລ້ວ ນຳໂດຍ ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ຊຶ່ງຖືກຕ້ອນຮັບຈາກຄະນະນຳນະຄອນຫຼວງ ກໍຄື ມວນຊົນຊາວ ນະຄອນຫຼວງວຽງຈັນ ຢ່າງອົບອຸ່ນ ແລະ ສົມກຽດ.

ພິທີຕ້ອນຮັບທັບນັກກິລາ ນະຄອນຫຼວງວຽງຈັນ ຈັດຂຶ້ນ ໃນຕອນແລງວັນທີ 23 ທັນວາ 2022 ທີ່ຫ້ອງວ່າການປົກຄອງ ນະຄອນຫຼວງວຽງຈັນ, ໃຫ້ກຽດຕ້ອນຮັບໂດຍ ທ່ານ ພູໂຄງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະ, ບັນດາການນຳຂັ້ນເມືອງ, ມວນຊົນ, ນ້ອງນ້ອຍເຍົາວະຊົນ ແລະ ພາກສ່ວນກ່ຽວຂ້ອງຢ່າງພ້ອມພຽງ.

ໂອກາດນີ້, ທ່ານ ສົມພອນ ສອນດາລາ ໄດ້ລາຍງານສະພາບການເຂົ້າຮ່ວມການແຂ່ງຂັນຂອງຄະນະນຳ ແລະ ນັກກິລານະຄອນຫຼວງວຽງຈັນ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ລະຫວ່າງວັນທີ 13-22 ທັນວາ 2022 ໃຫ້ຮູ້ວ່າ: ຕະຫຼອດໄລຍະການເຂົ້າຮ່ວມແຂ່ງຂັນງານກິລາ ຊຽງຂວາງ ເກມ ທາງຄະນະນຳ-ນັກກິລາ ໄດ້ເອົາໃຈໃສ່ເປັນເຈົ້າການໃນໄລຍະການຝຶກຊ້ອມ ແລະ ຮ່ວມແຂ່ງຂັນກິລາແຕ່ລະປະເພດຢ່າງຕັ້ງໜ້າ ສາມາດຊີງໄຊມາໄດ້ 58 ຫຼຽນຄຳ, 51 ຫຼຽນເງິນ ແລະ 97 ຫຼຽນທອງ ລວມທັງໝດ 206 ຫຼຽນ ເປັນອັນດັບທີ 2 ຮອງຈາກເຈົ້າພາບ ແຂວງຊຽງຂວາງ ທີ່ສາມາດຍາດໄດ້ 62 ຫຼຽນຄຳ, 60 ຫຼຽນເງິນ ແລະ 95 ຫຼຽນທອງ ລວມທັງ 217 ຫຼຽນ.

ຢ່າງໃດກໍຕາມ, ໃນຕໍ່ໜ້າຄືພວກເຮົາຮູ້ນຳກັນແລ້ວວ່າ ນະຄອນຫຼວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ໃນປີ 2025 ນັ້ນ ພວກເຮົາຕ້ອງໄດ້ຕັ້ງເປົ້າໝາຍເປັນເຈົ້າຫຼຽນຄຳ. ດັ່ງນັ້ນ, ແຕ່ລະສະຫະພັນກິິລາຕ້ອງໄດ້ເອົາໃຈໃສ່ໃນການວາງແຜນຝຶກຊ້ອມແຕ່ຫົວທີ ສະນັ້ນ ຂໍຮຽກຮ້ອງນັກກິລາເອົາໃຈໃສ່ໃນການປະກອບສ່ວນເຂົ້າຮ່ວມເປັນຄະນະນັກກິລານະຄອນຫຼວງວຽງຈັນ ສືບຕໍ່ເອົາໃຈໃສ່ຝຶກຊ້ອມນັບແຕ່ນີ້ເປັນຕົ້ນໄປ ເພື່ອເຮັດໃຫ້ຄວາມຫວັງເປັນເຈົ້າຫຼຽນຄຳໃຫ້ບັນລຸເປົ້າໝາຍທີ່ໄດ້ວາງໄວ້.

ຂ່າວໂດຍ: ສົງການ ພັນແພງດີ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...