spot_img
Homeຂ່າວພາຍ​ໃນເອກອັກຄະລັດຖະທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີແຫ່ງສາທາລະນະລັດໄຊປຣັດສ

ເອກອັກຄະລັດຖະທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີແຫ່ງສາທາລະນະລັດໄຊປຣັດສ

Published on

ໃນວັນທີ 8 ທັນວາ 2022, ທີ່ ສໍານັກງານປະທານາທິບໍດີ ແຫ່ງ ສາທາລະນະລັດ ໄຊປຣັດສ (Presidential Palace), ທ່ານ ລັດສະຫມີ ແກ້ວມະນີ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ພະນະທ່ານ ນິໂກສ ອານາສະຕາຊີອາເດັສ (Nicos Anastasiades), ປະທານາທິບໍດີ ແຫ່ງ ສາທາລະນະລັດ ໄຊປຣັດສ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ໄຊປຣັດສ, ເຊິ່ງມີສຳນັກງານຕັ້ງຢູ່ນະຄອນ ເຊີແນວ, ສະວິດເຊີແລນ.

ພາຍຫລັງການຢື່ນສານຕາຕັ້ງ, ທ່ານທູດລາວຄົນໃໝ່ໄດ້ພົບປະໂອ້ລົມກັບພະນະທ່ານປະທານາທິບໍດີ, ເຊິ່ງກ່ອນ ອື່ນທ່ານທູດໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ, ພອນໄຊອັນປະເສີດ ແລະຄວາມຮັກແພງ ຈາກພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ສົ່ງເຖິງ ພະນະທ່ານ ນິໂກສ ອານາສຕາຊີອາເດັສ ແລະ ຜ່ານພະນະທ່ານໄປຍັງລັດຖະບານ ແລະ ປະຊາຊົນ ໄຊປຣັດສ ທຸກຖ້ວນໜ້າ ແລະໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດໃນການພັດທະນາເສດຖະກິດ-ສັງຄົມ ຂອງ ໄຊປຮັດສ ໃນໄລຍະຜ່ານມາ; ພິເສດ, ໄດ້ຢືນຢັນ ຈະສຸມທຸກຄວາມພະຍາຍາມ ເພື່ອເສີມສ້າງສາຍພົວພັນຮ່ວມມືສອງຝ່າຍລາວ-ໄຊປຣັດສ ກໍຄື ຂອບ ສປຊ ແລະອາຊຽນ-ອີຢູ ໃຫ້ນັບມື້ນັບເພີ່ມທະວີ. ໃນໂອກາດດັ່ງກ່າວ ທ່ານປະທານາທິບໍດີ ໄດ້ຕີລາຄາສູງ ຕໍ່ການມາດໍາລົງຕໍາແໜ່ງຂອງທ່ານເອກອັກຄະລັດຖະທູດລາວຄົນໃໝ່ ປະຈຳ ສາທາລະນະລັດ ໄຊປຣັດສ ແລະອວຍພອນໃຫ້ທ່ານເອກອັກຄະລັດຖະທູດ ປະສົບຜົນສຳເລັດໃນການ ປະຕິບັດໜ້າທີ່ ເພື່ອສົ່ງເສີມການພົວພັນຮ່ວມມືຂອງສອງ ປະເທດໃນຕໍ່ໜ້າ.

ໃນໂອກາດໄປເຄື່ອນໄຫວຍື່ນສານຕາຕັ້ງໃນຄັ້ງນີ້, ທ່ານທູດລາວຄົນໃໝ່ ຍັງໄດ້ພົບປະ-ເຮັດວຽກແບບສອງຝ່າຍ ກັບ ທ່ານ Andreas Ignatiou, ຫົວໜ້າກົມກິດຈະການການເມືອງ ແລະ ທ່ານ Theodoros Forides, ຫົວໜ້າກົມອາຊີ-ປາຊີຟິກ, ກະຊວງການຕ່າງປະເທດ ໄຊປຣັດສ, ເຊິ່ງໄດ້ທົບທວນຄືນການພົວພັນຮ່ວມມື ລາວ-ໄຊປຣັດສ ໃນໄລຍະຜ່ານມາ ແລະກໍານົດທິດທາງໃນຕໍ່ໜ້າ ໂດຍຈະສຸມໃສ່ບາງຂົງເຂດການຮ່ວມມືທີ່ເປັນບູລິມະສິດ ແລະສອງຝ່າຍມີທ່າແຮງບົ່ມຊ້ອນ ເປັນຕົ້ນ: ການສຶກສາ, ທ່ອງທ່ຽວ, ການຄ້າ ແລະການລົງທຶນ ລວມທັງການຮ່ວມມືຂອບຫລາຍຝ່າຍ: ສະຫະປະຊາຊາດ ແລະອາຊຽນ-ອີຢູ. ສປປ ລາວ ແລະສາທາລະນະລັດ ໄຊປຣັດສ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 29 ມິຖຸນາ 2000.

ບົດຄວາມຫຼ້າສຸດ

ເຫດປະທ້ວງທີ່ຕີມໍເລສເຕ ນັກສຶກສາກວ່າ 2.000 ຄົນ ເຂົ້າປະທ້ວງລັດຖະບານ ຫຼັງອະນຸມັດແຜນການຈັດຊື້ລົດຫຼູລາຄາແພງ

ໃນວັນທີ 17/09/2025 ທີ່ຜ່ານມາ, ຈາກສຳນັກຂ່າວຈາກປະເທດຕີມໍ ເລສເຕ ລານງານວ່າ ມີເຫດການປະທ້ວງຈາກປະຊາຊົນຫຼາຍກວ່າ 2.000 ຄົນ ໃນນະຄອນຫຼວງດິລີ ປະເທດຕີມໍ ເລສເຕ, ໃນນັ້ນສ່ວນຫຼາຍແມ່ນນັກສຶກສາ ທັງໝົດມາເພື່ອປະທ້ວງແຜນການທີ່ໄດ້ຮັບອະນຸມັດເມື່ືອປີກ່ອນ...

ຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ແກ່ແຮງງານໃນອຸດສາຫະກຳຕັດຫຍິບຂອງກໍາປູເຈຍ ປັບຂຶ້ນຈາກ 208 ໂດລາ ເປັນ 210 ໂດລາ ຕໍ່ເດືອນ

ປະກາດ​ໃນ​ວັນ​ທີ 17 ກັນຍາ ຜ່ານມາ​ວ່າ, ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້​ກຳນົດ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ເດືອນ​ໃໝ່​ໃຫ້​ແກ່​ອຸດສາຫະກຳ​ຕັດຫຍິບ, ເກີບ ແລະ ສິນຄ້າ​ສຳລັບການເດີນທາງ ​ເປັນ...

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...