ການແກ້ໄຂປະກົດການຫຍໍ້ທໍ້ໃນຂົງເຂດການເງິນ ໄດ້ສືບຕໍ່ດຳເນີນຢ່າງເຂັ້ມງວດ

0
875

ປີ 2022 ນີ້ ກະຊວງການເງິນ ສາມາດກວດກາເຫັນພະນັກງານ-ລັດຖະກອນຜູ້ທີ່ລະເມີດລະບຽບວິໄນ, ກົດໝາຍຈຳນວນ 53 ຄົນ; ໃນນີ້ ໄດ້ໃສ່ວິໄນຂັ້ນ 4 ຈໍານວນ 16 ຄົນ, ຂັ້ນ 3 ຈໍານວນ 14 ຄົນ, ຂັ້ນ 2 ຈໍານວນ 9 ຄົນ, ຂັ້ນ 1 ຈໍານວນ 14 ຄົນ ຊຶ່ງໄດ້ດຳເນີນຢ່າງເຂັ້ມງວດຕາມກົດໝາຍ ເພື່ອບໍ່ໃຫ້ຜູ້ອື່ນເອົາເປັນແບບຢ່າງ; ພ້ອມກັນນັ້ນ, ກໍມີມາດຕະການຈຳນວນໜຶ່ງ ເພື່ອຮັບປະກັນຄວາມໂປ່ງໃສ.

ໃນວັນທີ 7 ທັນວາ 2022 ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງານເງິນ ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ໂດຍມີຫຼາຍບັນຫາທີ່ຖືກຊັກຖາມ ໃນນີ້ ອັນພົ້ນເດັ່ນ ກໍແມ່ນການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໃນຂົງເຂດການເງິນ.

ທ່ານລັດຖະມົນຕີກະຊວງການເງິນ ໄດ້ກ່າວວ່າ: ກະຊວງການເງິນ ໄດ້ສືບຕໍ່ແກ້ໄຂປະກົດການຫຍໍ້ທໍ້ໃນຂົງເຂດການເງິນ ຊຶ່ງເປັນບັນຫາທີ່ແກ່ຍາວ ແລະ ແກ້ໄຂຍັງບໍ່ໝົດ ເນື່ອງຈາກກົນໄກທີ່ສະຫຼັບສັບຊ້ອນຜ່ານມາ ແມ່ນບໍ່ທັນມ້າງໄດ້ໝົດ ພ້ອມທັງຊອກຫາກົນໄກ ທີ່ຈະມາປ່ຽນແທນ ເພື່ອແກ້ໄຂຕົ້ນເຫດຂອງບັນຫາໃຫ້ໄດ້ ແລະ ແກ້ຢ່າງຈິງຈັງເລິກເຊິ່ງໄດ້ ຊຶ່ງໃນປີ 2022 ນີ້ ສາມາດກວດກາເຫັນຜູ້ທີ່ລະເມີດລະບຽບວິໄນ, ກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນຈຳນວນ 53 ຄົນ; ໃນນີ້ ໄດ້ໃສ່ວິໄນຂັ້ນ 4 (ໃຫ້ອອກຈາກລັດຖະການ ໂດຍບໍ່ໄດ້ຮັບນະໂຍບາຍໃດໆ) ຈໍານວນ 16 ຄົນ, ຂັ້ນ 3 (ໂຈະການເລື່ອນຂັ້ນເງິນເດືອນ ແລະ ການຍ້ອງຍໍ, ຫຼຸດຕໍາແໜ່ງບໍລິຫານ ຫຼື ຍ້າຍໄປຮັບໜ້າທີ່ອື່ນທີ່ມີຕໍາແໜ່ງຕໍ່າກວ່າ ເກົ່າ, ປົດຕໍາແໜ່ງບໍລິຫານ ພ້ອມທັງບັນທຶກໄວ້ໃນສໍານວນເອກະສານປະຫວັດຂອງພະນັກງານ-ລັດຖະກອນ) ມີ 14 ຄົນ, ຂັ້ນ 2 (ກ່າວເຕືອນ ໂດຍໃຫ້ຂຽນໃບສໍາຫຼວດຕົນເອງ ແລະ ບັນທຶກຄວາມຜິດໄວ້ເປັນຫຼັກຖານ) ມີ 9 ຄົນ, ຂັ້ນ 1 (ຕິຕຽນ ໂດຍບັນທຶກຄວາມຜິດໄວ້ເປັນຫຼັກຖານ) ມີ 14 ຄົນ ຊຶ່ງກະຊວງການເງິນ ໄດ້ດຳເນີນຢ່າງເຂັ້ມງວດຕາມກົດໝາຍ ເພື່ອບໍ່ໃຫ້ຜູ້ອື່ນເອົາເປັນແບບຢ່າງ.

ພ້ອມກັນນັ້ນ, ກໍໄດ້ດຳເນີນມາດຕະການ ຊຶ່ງປັດຈຸບັນໄດ້ສຸມໃສ່ນໍາໃຊ້ເຄື່ອງມືທັນສະໄໝ ມາປ່ຽນແທນຄົນ ຊຶ່ງໄດ້ເຮັດທົດລອງແລ້ວວ່າ ບໍລິສັດໃດທີ່ຊໍາລະອາກອນ, ຊຳລະພາສີຜ່ານລະບົບເອເລັກໂຕຣນິກເຫັນວ່າມີຄວາມໂປ່ງໃສແມ່ນມີຄວາມຮັບປະກັນບໍ່ໃຫ້ໄປແຈ້ງຜ່ານເຈົ້າໜ້າທີ່. ແຕ່ຍັງມີບາງບ່ອນ ທີ່ເຈົ້າໜ້າທີ່ເຮົາ ຍັງໄປຮັບເໝົາເອົານໍາບໍລິສັດມາມອບອາກອນເອງ ແລະ ນຳມາຄິດໄລ່ເອງ ຊຶ່ງສ່ວນໜຶ່ງທີ່ເກີດຂຶ້ນແມ່ນເອົາເງິນມາແລ້ວບໍ່ມາມອບໝົດ ແລະ ເຮັດບັນຊີໃໝ່.

ທ່ານ ບຸນໂຈມ ອຸບົນປະເສີດ ຍັງກ່າວຕື່ມວ່າ: ບັນຫາດັ່ງກ່າວນີ້, ກະຊວງການເງິນ ກໍໄດ້ຕັດສິນໃຈແກ້ ໂດຍຫັນການຄຸ້ມຄອງການເງິນໄປສູ່ທັນສະໄໝ. ປີ 2023 ກະຊວງການເງິນຈະໃຫ້ການຄຸ້ມຄອງ, ການແຈ້ງ, ການມອບອາກອນ, ມອບພາສີຕ້ອງຜ່ານລະບົບເອເລັກໂຕຣນິກທັງໝົດ ຊຶ່ງປັດຈຸບັນກະຊວງການເງິນໄດ້ພັດທະນາລະບົບແຈ້ງພາສີປະຕູດຽວແຫ່ງຊາດ ຢູ່ທີ່ສໍານັກງານຂອງບໍລິສັດເອງ ບໍ່ຈໍາເປັນໄປຫາພາສີຢູ່ດ່ານ ກໍສາມາດດຳເນີນການຊຳລະເອງ, ດຳເນີນການຄິດໄລ່ເອງ ຊຶ່ງທັງໝົດແມ່ນດ້ວຍເຄື່ອງມືທີ່ທັນສະໄໝຄຸ້ມຄອງ. ອັນນີ້, ແມ່ນແກ້ໄຂບັນຫາການລົບຫຼີກພາສີໃນດ່ານໄດ້ໃນລະດັບທີ່ແນ່ນອນ.

ກະຊວງການເງິນ ຮັບປະກັນວ່າ ປີ 2023 ນີ້ ລະບົບດັ່ງກ່າວແມ່ນຈະສໍາເລັດ ຊຶ່ງລະບົບນີ້ຢູ່ ກົມພາສີຈະມີຈໍບັນຊາການທີ່ເຫັນໝົດທຸກຄັນລົດ ທີ່ນໍາເຂົ້າ-ສົ່ງອອກທີ່ຢູ່ດ່ານພາສີຊາຍແດນຂອງແຕ່ລະບ່ອນ; ຖ້າມີກໍລະນີເຈົ້າໜ້າທີ່ຢູ່ດ່ານ ກວດກາບໍ່ເຫັນ, ເຈົ້າໜ້າທີ່ຢູ່ກົມພາສີ ກໍຈະແຈ້ງ ແລະ ມີສັນຍານໃຫ້ກວດຄືນ ແລະ ກໍຈະມີລະບົບປະເມີນຜົນຄັກແນ່ ເພື່ອເຫັນວ່າມີອັນໃດມອບ ແລະ ອັນໃດບໍ່ທັນມອບ, ອັນໃດຖືກຕ້ອງ ຫຼື ບໍ່ຖືກຕ້ອງ ແມ່ນຈະມີລະບົບກວດກາ.

ລະບົບດັ່ງກ່າວນີ້ ຈະເຮັດໃຫ້ເຈົ້າໜ້າທີ່ບໍ່ພົວພັນໂດຍກົງກັບຜູ້ປະກອບການ ກໍຈະເຮັດໃຫ່ຊ່ອງວ່າງການຕໍ່ລອງ ແລະ ການສວຍໃຊ້ໂອກາດຫຼຸດໜ້ອຍຖອຍລົງ ແລະ ກ້າວໄປສູ່ການແກ້ໄຂປະກົດການຫຍໍ້ທໍ້ໄດ້ຂາດໂຕ.