spot_img
Homeຂ່າວພາຍ​ໃນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX

ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX

Published on

ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ໄຂຂຶ້ນຢ່າງເປັນທາງການ, ໃນຕອນເຊົ້າວັນທີ 5 ທັນວາ ຜ່ານມາ ທີ່ຫໍສະພາແຫ່ງຊາດ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ຊຶ່ງໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ, ພ້ອມດ້ວຍການນຳຂັ້ນສູງ ແລະ ອະດີດການນຳພັກ-ລັດ, ສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວວ່າ: ກອງປະຊຸມຈະໄດ້ພິຈາລະນາ ຮັບຮອງບັນດາເນື້ອໃນທີ່ສໍາຄັນ ເປັນຕົ້ນແມ່ນ ບົດລາຍງານການເຄື່ອນໄຫວວຽກງານພົ້ນເດັ່ນ ປະຈໍາປີ 2022 ແລະ ທິດທາງແຜນການ ໃນປີ 2023 ຂອງລັດຖະບານ; ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈໍາປີ 2022 ແລະ ແຜນການ ປະຈໍາປີ 2023; ບົດລາຍງານຂອງລັດຖະບານ ກ່ຽວກັບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດງົບປະມານແຫ່ງລັດ ປີ 2021; ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປີ 2022 ແລະ ແຜນງົບປະມານແຫ່ງລັດ ປີ 2023; ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນເງິນຕາ ປະຈໍາປີ 2022 ແລະ ແຜນການ ປະຈໍາປີ 2023; ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ປະຈໍາປີ 2022 ແລະ ແຜນການ ປະຈໍາປີ 2023; ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປະຈໍາປີ 2022 ແລະ ແຜນການ ປະຈໍາປີ 2023; ບົດລາຍງານຂອງລັດຖະບານ ກ່ຽວກັບການສ້າງວິຊາຊີບ, ການພັດທະນາສີມືແຮງງານ ແລະ ວຽກເຮັດງານທໍາໃຫ້ປະຊາຊົນ ເພື່ອແກ້ໄຂບັນຫາການວ່າງງານ; ບົດລາຍງານຂອງອົງການກວດສອບແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2022 ແລະ ແຜນການເຄື່ອນໄຫວວຽກງານປະຈໍາປີ 2023; ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2021;

ພ້ອມກັນນີ້, ຍັງຈະພິຈາລະນາ ຮັບຮອງບົດລາຍງານຂອງອົງການກວດກາແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2022 ແລະ ແຜນການເຄື່ອນໄຫວວຽກງານປະຈໍາປີ 2023; ບົດລາຍງານຜົນການກວດກາ ຕາມຜົນການກວດສອບ ປີ 2020; ບົດລາຍງານຂອງສານປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2022 ແລະ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2023; ບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2022 ແລະ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2023; ພິຈາລະນາ, ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈໍານວນ 12 ສະບັບ.

ໃນນີ້, ກົດໝາຍສ້າງໃໝ່ 3 ສະບັບ ຄື: ຮ່າງກົດໝາຍວ່າດ້ວຍໜັງສືຜ່ານແດນ, ຮ່າງກົດໝາຍວ່າດ້ວຍການທາງນ້ຳ, ຮ່າງກົດໝາຍວ່າດ້ວຍຫໍພິພິທະພັນ ແລະ ກົດໝາຍປັບປຸງ 9 ສະບັບ ຄື: ກົດໝາຍວ່າດ້ວຍທະນາຍຄວາມ, ກົດໝາຍວ່າດ້ວຍທະບຽນສານ, ກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່, ກົດໝາຍວ່າດ້ວຍວິສາຫະກິດ, ກົດໝາຍວ່າດ້ວຍວິທະຍາສາດ ແລະ ເຕັກໂນໂລຊີ, ກົດໝາຍວ່າດ້ວຍອົງການໄອຍະການທະຫານ, ກົດໝາຍວ່າດ້ວຍທຸລະກຳທາງເອເລັກໂຕຣນິກ, ກົດໝາຍວ່າດ້ວຍການກວດສອບແຫ່ງລັດ ແລະ ກົດໝາຍວ່າດ້ວຍການກວດກາລັດ; ບົດລາຍງານຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານ ປະຈໍາປີ 2022 ແລະ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2023 ແລະ ຜົນການຕິດຕາມກວດກາຂອງສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ແລະ ບົດລາຍງານຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບການປັບປຸງແຜນການສ້າງ ແລະ ປັບປຸງກົດໝາຍຂອງສະພາແຫ່ງຊາດ ຊຸດທີ IX ແຕ່ປີ 2023-2025.

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...