Homeຂ່າວຕ່າງປະເທດພູເຂົາໄຟປະທຸ ທີ່ El Salvador ກຽມການອົບພະຍົບປະຊາຊົນ

ພູເຂົາໄຟປະທຸ ທີ່ El Salvador ກຽມການອົບພະຍົບປະຊາຊົນ

Published on

ພູເຂົາໄຟໃນ  El Salvador ປະທຸ ແລະ ຄັວນໄຟຂຶ້ນເຕັມຟ້າ ເຊິ່ງທາງການກໍໄດ້ຕິດຕາມສະຖານະການ ແລະ ກຽມພ້ອມປະກາດອົບພະຍົບປະຊາຊົນອອກຈາກເຂດສ່ຽງດັ່ງກ່າວ.

ວັນທີ 28 ພະຈິກ 2022 ພູເຂົາໄຟ “Chaparrastique” ຂອງປະເທດ El Salvador ໄດ້ເກີດປະທຸຂີ້ຖ່ານ ຄັວນ ແລະ ເສດຫິນ ຂຶ້ນມາຈາກປາກພູເຂົາໄຟ ໂດຍທາງການໄດ້ປະກາດເຕືອນໃຫ້ປະຊາຊົນທີ່ອາໄສຢູ່ໃກ້ພູເຂົາໄຟເຝົ້າລະວັງ ແລະ ກຽມພ້ອມໃຫ້ອົບພະຍົບໄປຢູ່ສະຖານພັກຊົ່ວຄາວ 26 ແຫ່ງທີ່ກຽມໄວ້ ສາມາດຮອງຮັບປະຊາຊົນໄດ້ 10,000 ຄົນ.

ຢ່າງໃດກໍຕາມ ການປະທຸຂອງພູເຂົາໄຟຍັງຢູ່ໃນລະດັບ 1 ຈາກທັງໝົດ 8 ລະດັບ.

ແຫຼ່ງຂ່າວ ABC

ບົດຄວາມຫຼ້າສຸດ

ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ ກອງທັບປົດປ່ອຍປະຊາຊົນຈີນ ເດີນທາງຮອດນະຄອນຫຼວງວຽງຈັນ

ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ 2026 ກອງທັບປົດປ່ອຍປະຊາຊົນຈີນ ເຊິ່ງນໍາໂດຍ ສະຫາຍ ພັນເອກ ຊົ່ງ ໄສຜິງ ຮອງອຳນວຍການໂຮງໝໍ ເລກ 2 ມະຫາວິທະຍາໄລການແພດກອງທັບບົກ, ຫົວໜ້າກອງແພດລົດໄຟເສນາຮັກ...

ກະຊວງ ອຄ ອອກຂໍ້ຕົກລົງ ວ່າດ້ວຍການປະຕິບັດວຽກງານກວດກາການຄ້າ

ກະຊວງອຸດສາຫະກຳ ແລະ ການຄ້າ ອອກຂໍ້ຕົກລົງ ວ່າດ້ວຍການປະຕິບັດວຽກງານກວດກາການຄ້າ ເລກທີ 2997/ອຄ ລົງວັນທີ 01 ກັນຍາ 2026 ແຫຼ່ງທີ່ມາ: ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ...

ເຈົ້າໜ້າທີ່ ໄດ້ດໍາເນີນການກວດກາກ່ຽວກັບທີ່ດິນ ແລະ ສິ່ງປຸກສ້າງບໍ່ມີໃບອະນຸຍາດຖືກຕ້ອງຕາມລະບຽບ

ໃນວັນທີ 3 ກັນຍາ 2026 ເຈົ້າໜ້າທີ່ສະເພາະກິດພະແນກ ໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ສົມທົບກັບອໍານາດການປົກຄອງເມືອງຫາດຊາຍຟອງ, ພະແນກການອ້ອມຂ້າງ ນວ, ເຈົ້າໜ້າທີ່ ປກສ, ລັດວິສາຫະກິດໄຟຟ້າລາວ,...