spot_img
Homeຂ່າວຕ່າງປະເທດຈີນພົບຜູ້ຕິດເຊື້ອໂຄວິດ 19 ລາຍທຳອິດ ໃນຮອບ 6 ເດືອນ

ຈີນພົບຜູ້ຕິດເຊື້ອໂຄວິດ 19 ລາຍທຳອິດ ໃນຮອບ 6 ເດືອນ

Published on

ຈີນພົບຜູ້ຕິດເຊື້ອໂຄວິດ 19 ລາຍທຳອິດ ໃນຮອບ 6 ເດືອນ, ຂນະທີ່ໂຕເລກຜູ້ຕິດເຊື້ອກັບມາເພີ່ມສູງຂຶ້ນ ສ່ວນປັກກິ່ງມີກາານປະກາດລ໋ອດດາວອີກຄັ້ງແລ້ວໃໃນຫຼາຍເຂດ.

ອີງຕາມການແຫ່ງຈີນລາຍງານຂອງ ຄະນະກຳມະການສຸຂະພາບແຫ່ງຈີນ ລາຍງານວ່າ: ໃນຮອບ 24 ຊົ່ວໂມງທີ່ຜ່ານມາ ມີລາຍງານຜູ້ຕິດເຊື້ອໂຄວິດ-19 ເພີມອີກ 28,127 ຄົນ ເພີ່ມຂຶ້ນເລັກໜ້ອຍຈາກມື້ກ່ອນນີ້ ທີ່ພົບຜູ້ຕິດເຊື້ອ 27,095 ຄົນ ເຊິ່ງສ່ວນໃຫຍ່ແມ່ນຜູ້ຕິດເຊື້ອຈາກກຸງປັກກິ່ງ.

ຕັ້ງແຕ່ວັນເສົາທີ່ຜ່ານມາ ມີ​ລາຍ​ງານ​ການ​ເສຍ​ຊີ​ວິດ​ຈາກ​ໂຄ​ວິດ-19. ໃນ​ປັກ​ກິ່ງ ມີຜູ້ເສຍຊີວິດຢ່າງໜ້ອຍ 3 ຄົນ, ເຊິ່ງເປັນການເສຍຊີວິດຄັ້ງທຳອິດຂອງຈີນໃນຮອບ 6 ເດືອນ ທ່າມກາງກະແສການຕິດເຊື້ອທີ່ເພີ່ມຂຶ້ນ ດ້ວຍເຫດນີ້, ຈຳນວນຜູ້ເສຍຊີວິດຈາກພະຍາດໂຄວິດ-19 ຢູ່ຈີນ ເພີ່ມຂຶ້ນເປັນ 5,229 ຄົນ.

ພ້ອມ​ກັນ​ນັ້ນ, ປັກ​ກິ່ງ ໂຮງຮຽນ, ຫ້ອງອອກກຳລັງກາຍ, ຮ້ານເສີມສວຍ ແລະ ຮ້ານອາຫານ ໄດ້ຖືກສັ່ງໃຫ້ປິດອີກໃນຫຼາຍເມືອງ, ລວມທັງເມືອງ Chaoyang, ເຊິ່ງເປັນເຂດທີ່ໄດ້ຮັບຜົນກະທົບຈາກການລະບາດໜັກທີ່ສຸດ.

ທີ່ມາ: the standard

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...