spot_img
Homeຂ່າວຕ່າງປະເທດCOP 27 ​ບັນລຸ​ຂໍ້​ຕົກລົງ​ທີ່​ສຳຄັນ ຊ່ວຍເຫຼືອປະເທດທີ່ໄດ້ຮັບຜົນກະທົບຮຸນແຮງ

COP 27 ​ບັນລຸ​ຂໍ້​ຕົກລົງ​ທີ່​ສຳຄັນ ຊ່ວຍເຫຼືອປະເທດທີ່ໄດ້ຮັບຜົນກະທົບຮຸນແຮງ

Published on

ປະເທດຕ່າງໆເກືອບ 200 ປະ​ເທດ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຄັ້ງ​ທີ 27 ຂອງ​ບັນ​ດາ​ປະ​ເທດ​ພາ​ຄີ​ສົນ​ທິ​ສັນ​ຍາ​ຂອບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຂອງ​ສະ​ຫະ​ປະ​ຊາ​ຊາດ (COP) ຢູ່ ອີ​ຢິບ. ຂໍ້​ຕົກລົງ​ທີ່​ສຳຄັນ​ບັນລຸ​ໄດ້​ເພື່ອ​ສະໜອງ​ທຶນ​ໃຫ້​ບັນດາ​ປະ​ເທດ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.

ບັນດາປະເທດທີ່ທຸກຍາກໄດ້ຜັກດັນມາດົນນານ 30 ປີ ໃນການຂໍໃຫ້ປະເທດທີ່ຮັ່ງມີ, ໍາວຍຈ່າຍເງິນຊ່ວຍເຫຼືອ ຈາກຄວາມເສຍຫາຍ ແລະ ການສູນເສຍ ທີ່ເກີດຈາກປັນຫາໂລກຮ້ອນ.

ຕາມການລາຍງານຂອງຜູ້ສື່ຂ່າວ ການປ່ຽນແປງສະພາບອາກາດຂອງ ບີບີຊີ ລາຍາງານວ່າ: ຂໍ້ຕົກລົງປະຫວັດສາດເຫັນດີມອບເງິນທຸນກ້ອນໃໝ່ເພື່ອຊ່ວຍເຫຼືອປະເທດທີ່ໄດ້ຮັບຜົນກະທົບຮຸນແຮງທີ່ສຸດຈາກການປ່ຽນແປງສະພາບອາກາດ ແຕ່ຍັງບໍ່ຮູ້ລາຍລະອຽດວ່າເປັນເງິນຈຳນວນຫຼາຍປານໃດ ແລະ ຈະມາຈາດໃສ.

ໃນປັດຈຸບັນປະເທດທີ່ຮັ່ງມີ ໄດຮັບປາກທີ່ຈະສະໜັບສະໜູນເງິນຊ່ວຍປະເທດທີ່ທຸກຍາກຢູ່ແລ້ວ 100,000 ລ້ານໂດລາສະຫະລັດ/ປີ ຕັ້ງແຕ່ປີ 2009 ເພື່ອໃຫ້ປະເທດເຫຼົ່ານີ້ເລິກໃຊ້ເຊື້ອໄຟຈາກ ຟອສຊິວ ແລະ ເລິກກິດຈະກຳຕ່າງໆ ທີ່ເຮັດໃຫ້ເກີດມົນລະພິດ ນອກຈາກນີ້ຍັງຕ້ອງການໃຫ້ຊາດເຫຼົ່ານີ້ ໃຊ້ເງິນໃນການປັບຕົວ ແລະ ຊ່ວຍເຫຼືອໃນການກຽມຮັບຜົນກະທົບທີ່ຮ້າຍແຮງທີ່ສຸດຈາກາກນປ່ຽນແປງສະພາບອາກາດ.

ໂດຍແຕ່ລະຊາດມີຄວາມເຫັນພ້ອມກັນວ່າ: ໃຫ້ນຳເງິນສ່ວນນີ້ໄປໃຊ້ໃນການບັນເທົາຜົນກະທົບ ແລະ ການປັບຕົວ ແຕ່ຍັງບໍ່ສາມາດບັນລຸຂໍ້ຕົກລົງ ໃນການນຳເງິນຈຳນວນນີ້ໄປໃຊ້ໃນສ່ວນທີສາມຄື: ຄວາມເສຍຫາຍ ແລະ ການສູນເສຍ.

ແຕ່ຄຳ​ໝັ້ນ​ສັນຍາ​ທີຈະມອບເງິນການ​ຊ່ວຍ​ເຫຼືອ​​ປີລະ 100,000 ລ້ານໂດ​ລາ​ສະຫະລັດ​ແມ່ນ​ກ່ອນ​ໜ້າ​ນີ້. ກໍຍັງເຮັດບໍ່ໄດ້ຕາມທີ່ສັນຍາໄວ້ ຈຶ່ງເຮັດໃຫ້ບັນດາປະເທດທີ່ກໍາລັງພັດທະນາບໍ່ມີຄວາມແນ່ນອນກ່ຽວກັບຄໍາຫມັ້ນສັນຍາທີ່ຈະມອບເງິນຊ່ວຍເຫຼືອກ້ອນໃໝ່ນີ້.

ຜູ້ນຳໂລກຫຼາຍຄົນໄດ້ສະແດງຄວາມເຫົນຕໍ່ການບັນລຸຂໍ້ຕົກລົງ ປະຫວັດສາດທີ່ການປະຊຸມໃນອີຍິບ ໂດຍລັັດຖະມົນຕີສິ່ງແວດລ້ອມຂອງແຊມເບຍ ເອີ້ນຂໍ້ຕົກລົງນີ້ວ່າ: ເປັນຜົນດີຫຼາຍຕໍ່ຊາວອາຟຣິກາ 1,3000 ລ້ານຄົນ.

ຢ່າງງໃດກໍຕາມ ຂໍ້ຕົກລົງ COP27 ຍັງຄົງຍຶດໝັ້ນຈຳສັນຍາທີ່ຈະຈຳກັດ ອຸນຫະພູມຂອງໂລກບໍ່ໃຫ້ເພີ່ມຂຶ້ນຫຼາຍກວ່າ 1.5 ອົງສາເມື່ອທຽບກັບຍຸກກ່ອນອຸດສະຫະກຳ ໂດຍອົງການສະຫະປະຊາຊາດ ລະບຸວ່າ: ຫາກບໍ່ສາມາດເຮັດໄດ້ຕາມເປົ້າໝາຍນີ້ ຈະເຮັດໃຫ້ຜູ້ຄົນຫຼາຍລ້ານຄົນພະເຊີນກັບຜົນກະທົບດ້ານການປ່ຽນແປງສະພາບອາກາດທີ່ໂຫດຮ້າຍ.

 

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...