spot_img
Homeຂ່າວຕ່າງປະເທດພົບເດັກນ້ອຍໃນອິນໂດເນເຊຍເສຍຊີວິດເກືອບ 100 ຄົນ ຍ້ອນຢາດີໄອແບບນ້ຳ

ພົບເດັກນ້ອຍໃນອິນໂດເນເຊຍເສຍຊີວິດເກືອບ 100 ຄົນ ຍ້ອນຢາດີໄອແບບນ້ຳ

Published on

ທາງການອິນໂດເນເຊຍລະບຸວ່າ ໃນປີ 2022 ນີ້ ພົບເດັກນ້ອຍທີ່ມີອາການ ໄຕວາຍສຽບພັນ ເພີ່ມຂຶ້ນສູງ ຫຼ້າສຸດເສຍຊີວິດແລ້ວ 99 ຄົນ.

ວັນທີ 19 ຕຸລາ 2022 ກະຊວງສາທາລະນະສຸກອິນໂດເນເຊຍ ອອກຖະແຫຼງການວ່າ ຈາກຂໍ້ມູນວິໄຈຂອງທີມຜູ້ຊ່ຽວຊານໃນປີນີ້ ພົບເດັກທີ່ປ່ວຍ ດ້ວຍອາການໄຕວາຍແບບກະທັນຫັນ ທັງໝົດ 206 ຄົນ ໃນນີ້ເສຍຊີວິດ 99 ຄົນ ເຊິ່ງເກີດຂຶ້ນຫຼັງຈາກລັດຖະບານຂອງປະເທດແກມເບຍ ກວດພົບວ່າ ສາເຫດທີ່ເຮັດໃຫ້ເສຍຊີວິດເກີດຈາກ ອາການໄຕວາຍ ທີ່ກ່ຽວຂ້ອງກັບຢາປາລາ ທີ່ປະສົມນ້ຳເຊື່ອມສຳລັບເດັກນ້ອຍ ທີ່ໃຊ້ສຳລັບບັນເທົາອາການໄຂ້ ຫຼື ໄອ ເຊິ່ງມີສ່ວນປະສົມຂອງ ໄດເອທິລີນໄກຄໍ ແລະ ເອທິລີນໄກຄໍ ໃນສັດສ່ວນທີ່ຫຼາຍເກີນໄປ.

ທາງດ້ານເຈົ້າໜ້າທີ່ສຳນັກງານອາຫານ ແລະ ຢາຂອງອິນໂດເນເຊຍ ຢືນຢັນວ່າ ຜະລິດຕະພັນດັ່ງກ່າວບໍ່ມີຂາຍໃນປະເທດແລ້ວ ແລະ ສ່ວນປະສົມດັ່ງກ່າວກໍຖືກຫ້າມໃຊ້ເປັນສ່ວນປະສົມໃນຢານ້ຳປະສົມນ້ຳເຊື່ອມສຳລັບເດັກນ້ອຍ.

ຢ່າງໃດກໍຕາມ ເພື່ອເປັນການປ້ອງກັນ ທາງກະຊວງສາທາລະນະສຸກຈຶ່ງມີຄຳສັ່ງໃຫ້ບຸກຄະລາກອນທາງການແພດທຸກຄົນ ຫ້າມສັ່ງຈ່າຍຢານ້ຳ ຊະນິດປະສົມນ້ຳເຊື່ອມທຸກຊະນິດຊົ່ວຄາວ ຈົນກວ່າຈະມີການທົດສອບໝົດ ໃນຂະນະດຽວກັນ ກໍໄດ້ມີນຳເຂົ້າຢາຮັກສາອາການໄຕວາຍ.

ແຫຼ່ງຂ່າວຈາກ The Guardian

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...