spot_img
Homeຂ່າວຕ່າງປະເທດອັງກິດພົບໄຂ້ຫວັດສັດປີກໃນຟາມເປັດ ກຽມຂ້າເປັດ 6,000 ໂຕ ເພື່ອປ້ອງກັນການລະບາດ

ອັງກິດພົບໄຂ້ຫວັດສັດປີກໃນຟາມເປັດ ກຽມຂ້າເປັດ 6,000 ໂຕ ເພື່ອປ້ອງກັນການລະບາດ

Published on

BRITAIN-HEALTH-BIRD-FLU

 

ອັງກິດພົບໄຂ້ຫວັດສັດປີກລະບາດໃນຟາມເປັດ ພ້ອມຢືນຢັນບໍ່ແມ່ນສາຍພັນ H5N1 ທີ່ລະບາດສູ່ຄົນໄດ້ ກຽມ

ຂ້າເປັດກ່ວາ 6,000 ໂຕ ປ້ອງກັນການລະບາດຕໍ່.

 

ໃນວັນທີ 18 ພະຈິກນີ້ ສຳນັກຂ່າວຕ່າງປະເທດລາຍງານວ່າ ອັງກິດໄດ້ພົບໄຂ້ຫວັດສັດປີກລະບາດໃນຟາມເປັດ ຢູ່

ທາງພາກເໜືອຂອງປະເທດ ຄາດວ່າເປັນສາຍພັນດຽວກັນກັບທີ່ພົບເຫັນໃນໂຮນລັງ ແລະ ເຢຍລະມັນໃນຊ່ວງ

ກ່ອນໜ້ານີ້ ເຮັດໃຫ້ເກີດມີຄວາມວິຕົກວ່າ ຈະສາມາດລະບາດສູ່ຄົນໄດ້ ຫລື ບໍ່.

 

ລາຍງານໄດ້ລະບຸວ່າ ທາງການອັງກິດໄດ້ກວດພົບພະຍາດດັ່ງກ່າວ ໃນຟາມແຫ່ງໜຶ່ງຂອງແຂວງຢອກເຊຍ ແລະ

ໄດ້ຢືນຢັນແລ້ວວ່າ ບໍ່ແມ່ນໄຂ້ຫວັດສັດປີກສາຍພັນ H5N1 ທີ່ລະບາດໃນອາຊີ ແລະ ເຮັດໃຫ້ຄົນເສຍຊີວິດໄປແລ້ວ

ຫລາຍສິບຄົນເມື່ອປີທີ່ຜ່ານມາ.

 

ຢ່າງໃດກໍຕາມ ທາງການໄດ້ສັ່ງກັກກັນສັດປີກໃນພື້ນທີ່ອ້ອມຮອບ ລັດສະໝີ 10 ກິໂລແມັດ ຈາກຟາມດັ່ງກ່າວ

ແລະ ກຽມກຳຈັດເປັດກ່ວາ 6,000 ໂຕ ໃນຟາມທີ່ລະບາດ ເພື່ອປ້ອງກັນການແຜ່ເຊື້ອອອກສູ່ວົງກວ້າງຕໍ່ໄປ.

 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...