spot_img
Homeຂ່າວພາຍ​ໃນອົງການໄອຍະການປະຊາຊົນສູງສຸດປະກາດການຈັດຕັ້ງ ພ້ອມລົງວິໄນພະນັກງານ

ອົງການໄອຍະການປະຊາຊົນສູງສຸດປະກາດການຈັດຕັ້ງ ພ້ອມລົງວິໄນພະນັກງານ

Published on

ໃນຕອນເຊົ້າຂອງວັນທີ 14 ຕຸລາ 2022, ອົງການໄອຍະການປະຊາຊົນສູງສຸດ(ອອປສ) ໄດ້ມີການປະກາດການຈັດຕັ້ງ ແລະ ໄດ້ປະຕິບັດວິໄນ ຕໍ່ພະນັກງານຂອງອົງການໄອຍະການປະຊາຊົນ ລວມມີ 4 ທ່ານ ທີ່ລະເມີດກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ, ກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ແລະ ຂໍ້ຫ້າມ ຂອງພະນັກງານໄອຍະການ ທີ່ໄດ້ກໍານົດໄວ້. ພ້ອມນັ້ນ, ກໍໄດ້ປະກາດການແຕ່ງຕັ້ງ, ສັບຊ້ອນ, ສັບປ່ຽນບ່ອນປະຈໍາການ ສັບຊ້ອນພະນັກງານນໍາພາ-ຄຸ້ມຄອງ ຢູ່ສູນກາງ ໄປປະຈຳການຢູ່ອົງໄອຍະການປະຊາຊົນ ທ້ອງຖິ່ນຈໍານວນໜຶ່ງ.

ທ່ານ ຈັນທະບູນ ເພັງຄໍາໃສ ຄະນະບໍລິຫານງານພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ ອົງການໄອຍະການປະຊາຊົນສູງສຸດ ໄດ້ຜ່ານຂໍ້ຕົກລົງຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ວ່າດ້ວຍການແຕ່ງຕັ້ງ ທ່ານ ສັນຕິພາບ ທາວົງໄຊ ຮອງຫົວໜ້າກົມກວດກາ ອົງການໄອຍະການປະຊາຊົນສູງສຸດ ໄປເປັນຮອງຫົວໜ້າອົງການໄອຍະການປະຊາຊົນແຂວງວຽງຈັນ; ຍົກຍ້າຍ, ແຕ່ງຕັ້ງ ທ່ານ ຈໍານຽນ ວົງສາຍ ຄໍາ ຮອງຫົວໜ້າອົງການໄອຍະການປະຊາຊົນແຂວງວຽງຈັນ; ທ່ານ ຈັນສະໝອນ ວໍລະຈັກ ຮອງຫົວໜ້າອົງການໄອຍະການປະຊາຊົນ ເຂດ 4 ນະຄອນຫລວງວຽງຈັນ ແລະ ທ່ານ ນາງ ບົວລີວັນ ບັນນາວົງ ຫົວໜ້າພະແນກຕິດຕາມກວດກາ ການດໍາເນີນຄະດີຢາເສບຕິດ ກົມຕິດຕາມກວດກາການດໍາເນີນຄະດີອາຍາ ອົງການໄອຍະການປະຊາຊົນສູງສຸດ ເປັນຮອງຫົວໜ້າອົງການໄອຍະການປະຊາຊົນ ນະຄອນ ຫລວງວຽງຈັນ; ທ່ານ ກົງເພັດ ລາດບຸນເຮືອງ ຮອງຫົວໜ້າກົມຕິດຕາມກວດກາການປະຕິບັດກົດໝາຍທົ່ວໄປ ອົງການໄອຍະການປະຊາຊົນສູງສຸດ ໄປເປັນວ່າການຫົວໜ້າອົງການໄອຍະການປະຊາຊົນ ເຂດ 1 ນະຄອນຫລວງວຽງຈັນ; ທ່ານ ບຸນທະວີ ສີແສນດີ ຮອງຫົວໜ້າອົງການໄອຍະການປະຊາຊົນນະຄອນ ຫລວງວຽງຈັນ ໄປເປັນວ່າການຫົວໜ້າ ອົງການໄອຍະການປະຊາຊົນເຂດ 2 ນະ ຄອນຫລວງວຽງຈັນ ແລະ ທ່ານ ດາບສະດາຈັນ ວົງໄຊ ຮອງຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ ອົງການໄອຍະການປະຊາຊົນສູງສຸດ ເປັນວ່າການຫົວໜ້າອົງການໄອຍະການປະຊາຊົນ ເຂດ 4 ນະຄອນຫລວງວຽງຈັນ.

ນອກຈາກນັ້ນ ຍັງໄດ້ຍົກຍ້າຍຫົວໜ້າພະແນກ ຮອງພະແນກຢູ່ສູນກາງ ໄປເປັນຫົວໜ້າຂະແໜງ, ຮອງຂະແໜງ ຢູ່ອົງການໄອຍະການປະຊາຊົນນະຄອນຫລວງວງຈັນ 3 ທ່ານ, ຍົກຍ້າຍພະນັກງານຢູ່ຂັ້ນທ້ອງຖິ່ນຂຶ້ນມາປະຈຳການຢູ່ສູນກາງ ຊຶ່ງທັງໝົດ ແມ່ນຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງ ທັງສະເພາະໜ້າ ແລະ ຍາວນານ, ເປັນການກໍ່ສ້າງພະນັກງານ ໄປຕາມທິດນໍາຂອງພັກ, ເປັນການສ້າງຄວາມເຂັ້ມແຂງດ້ານບຸກຄະລາກອນ ຢູ່ສູນກາງ ແລະ ທ້ອງຖິ່ນ ເພື່ອຮັບປະກັນໃຫ້ ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງອົງການໄອຍະການປະຊາຊົນ ມີຄວາມໜັກແໜ້ນ ເຂັ້ມແຂງໃນການຕິດ ຕາມກວດກາການເຄົາລົບ, ປະຕິບັດກົດໝາຍ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານຕາມກົດໝາຍ.

ໂອກາດດັ່ງກ່າວ, ທ່ານ ບຸນທັນ ບຸນທະວິໄລ ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ເນັ້ນຫລາຍບັນຫາທີ່ສໍາຄັນ ເປັນຕົ້ນ ຄະນະພັກ-ຄະນະນໍາ ອົງ ການໄອຍະການປະຊາຊົນແຕ່ລະຂັ້ນ ຕ້ອງໄດ້ເພີ່ມທະວີສຶກສາອົບຮົມທາງດ້ານການເມືອງ-ນໍາພາແນວຄິດ ໃຫ້ມີຄວາມໜັກແໜ້ນ, ເອົາໃຈໃສ່ເຊື່ອມຊຶມມະຕິຂອງພັກ ກໍຄືການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ເຂົ້າສູ່ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງອົງການໄອຍະການປະຊາຊົນໃຫ້ເປັນຮູບປະທໍາ, ຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ຕິດຕາມກວດກາການດໍາເນີນຄະດີຢາເສບຕິດ ຢ່າງເຂັ້ມງວດ, ເດັດຂາດ ບໍ່ໃຫ້ພະນັກງານອົງການໄອຍະການປະຊາຊົນ ສວຍໃຊ້ໜ້າທີ່ເພື່ອຫາຜົນປະໂຫຍດສ່ວນຕົວ, ຖ້າມີປາກົດການຫຍໍ້ທໍ້ດັ່ງກ່າວນີ້ເກີດຂຶ້ນຢູ່ຂັ້ນໃດ ຕ້ອງໄດ້ຮີບຮ້ອນແກ້ໄຂຢ່າງເດັດຂາດ. ຄຽງຄູ່ກັນນັ້ນ ຕ້ອງໄດ້ປັບປຸງແບບແຜນນໍາພາ-ວິທີເຮັດວຽກ, ສ້າງກົນໄກປະສານສົມທົບກັບອົງການສືບສວນ-ສອບສວນ ເພື່ອເຮັດໃຫ້ການດໍາເນີນຄະດີໄປຕາມກົດໝາຍ ແລະ ລະບຽບຫລັກການ ປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຮັບປະກັນ ໃຫ້ການດໍາເນີນຄະດີໄປຕາມຂະບວນການຍຸຕິທໍາ, ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ.

ແຫຼ່ງຂ່າວ ອົງການໄອຍະການປະຊາຊົນສູງສຸດ

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...